Breaking News

ປະຫວັດຄວາມເປັນມາຂອງຫໍຫຼັກເມືອງວຽງຈັນ

ແບ່ງປັນ

ໃນມື້ນີ້ ທີມງານ ຂວັນໃຈ ຈະນໍາເອົາປະຫວັດ ຂອງຫໍຫຼັກເມືອງ ວຽງຈັນມາເລົ່າສູ່ຜູ້ອ່ານທີ່ໜ້າຮັກໄດ້ຟັງ ຫໍຫຼັກເມືອງວຽງຈັນ ສ້າງຂຶ້ນເພື່ອເປັນບ່ອນປົກປັກຮັກສາຮ່ອງຮອຍມໍລະດົກທາງປະຫວັດສາດ ທີ່ໄດ້ຄົ້ນພົບຢູ່ໃນສະຖານທີ່ແຫ່ງນີ້ ເຊິ່ງຄົ້ນຄວ້າວິໄຈໂດຍນັກບູຮານຄະດີແລ້ວພົບວ່າ: ເປັນວັດຖຸບູຮານທີ່ປະກອບເຂົ້າໃນພິທີການກໍ່ສ້າງເສົາຫຼັກເມືອງວຽງຈັນໃນສະໄໝກ່ອນໂດຍໄດ້ພົບຫີນຫຼັກເມືອງ ຈຳນວນ 473 ຫຼັກ ສ່ວນໃຫຍ່ຟອກດ້ວຍຄໍາປິວ ແລະ ແກະສະຫຼັກເປັນລວດລາຍຫຼາຍຮູບແບບທີ່ງົດງາມ ເຊິ່ງສະແດງໃຫ້ເຫັນວ່າ:ຄົນລາວບູຮານໄດ້ໃຫ້ຄຸນຄ່າ ແລະ ຄວາມໝາຍສຳຄັນອັນສູງສົ່ງຕໍ່ວັດຖຸເຫຼົ່ານັ້ນ. ສິ່ງສຳຄັນທີ່ສຸດແມ່ນເພິ່ນໄດ້ຄົ້ນພົບສີລາຈາລຶກ1 ແຜ່ນທີ່ໄດ້ລະບຸເລີກຍາມກົງກັບມື້ ວັນຈັນ, ແຮມ 10 ຄໍ່າເດືອນ 3, ຈສ. 901 ປີກຸນ ປີກັດໃຄ້, ເຊິ່ງກົງກັບວັນທີ 16 ກຸມພາ ຄສ 1540 ຣາຊະການຂອງພະເຈົ້າໂພທິຊະຣາຊເຊິ່ງເປັນພະບິດາຂອງພະເຈົ້າໄຊຍະເຊດຖາທິຣາຊ

ກຸ່ມຫີນຫຼັກເມືອງດັ່ງກ່າວຖືກຈັດວາງໄວ້ເປັນ 3 ກຸ່ມຫ່າງກັນປະມານ 1,5 ແມັດ ແລະ ຫໍຫຼັກເມືອງທີ່ສ້າງຂຶ້ນໃໝ່ນີ້ ແມ່ນກວມເອົາຫີນເສມາທັງ 3 ກຸ່ມ ແລະຖືເປັນຈຸດໃຈກາງ ທັງນີ້ກໍເພື່ອຈະຮັກສາຄວາມໝາຍອັນສັກສິດຂອງຈຸດທີ່ຕັ້ງເດີມເຊິ່ງບັນພະບູລຸດຂອງພວກເຮົາໄດ້ກຳນົດເອົາໄວ້ແລ້ວນັ້ນ ເພື່ອປະຕິບັດຮີດເກົ່າຄອງເດີມທີ່ມີມາແຕ່ບູຮານ

ລັດຖະບານ ໄດ້ສ້າງຫຼັກເມືອງ1 ຫຼັກ ຂຶ້ນໃໝ່ເພື່ອໄວ້ເປັນຫຼັກຖານເຊິ່ງຂະໜາດຂອງເສົາຫລັກເມືອງນີ້ເທົ່າ 1 ວາຂອງປະທານປະເທດ (ທ່ານ ຈູມມະລີ ໄຊຍະສອນ) ທີ່ຄວັດແກະສະຫຼັກດ້ວຍທ່ອນໄມ້ຈັນຫອມ ຕົບແຕ່ງລວດລາຍສິລະປະແບບບູຮານລາວ ໂດຍໄດ້ແຮງບັນດານໃຈຈາກເສົາດັ້ງເດີມຂອງພະທາດຫຼວງວຽງຈັນ ຊຶ່ງກ່າວກັນວ່າ: ໄດ້ສືບທອດກັນມາຕັ້ງແຕ່ຍຸກພະເຈົ້າອາໂສກມະຫາລາດ

ຫຼັກເມືອງອັນໃໝ່ນີ້ ພອກດ້ວຍຄໍາປິວ ເປັນຮູບຊົງກົມເໝືອນລໍາທຽນ ສ່ວນເທິງເປັນຮູບສ້ວຍ ປະດັບລວດລາຍຢ່າງປານີດຈົບງາມຈອມສຸດເປັນຮູບດອກບົວຈູມຢອງຢູ່ເທິງແຜ່ນຮູບແອວຂັນ ແລະ ມີບົວຫງາຍຮອງຮັບ , ປະດິດສະຖານຢູ່ບົນແຜ່ນກໍ່ປູດ້ວຍຫີນແກຣນນິດເປັນຮູບ 4 ລ່ຽມຫຍໍ້ມູມແບ່ງເປັນ 3 ຖ້ານ ເຊິ່ງໝາຍເຖິງມະນຸດສັດໂລກ,ເທວະໂລກ ແລະ ສະຫວັນນະໂລກ, ໄມ້ຈັນຫອມທີ່ນຳມາເປັນເສົາຫຼັກເມືອງຕົ້ນນີ້ມີຖິ່ນກຳເນີດຢູ່ບ້ານນາດູ່ ເມືອງມະຫາໄຊ ແຂວງຄຳມ່ວນອັນເປັນອານາຈັກສີໂຄດຕະບອງບູຮານ


ຫໍຫຼັກເມືອງວຽງຈັນນີ້ ມີຄວາມໝາຍສຳຄັນ ຊຶ່ງສະແດງໃຫ້ເຫັນວ່າ:
1. ການຝັງຫຼັກບ້ານ ຫຼື ຫຼັກເມືອງ ເພື່ອເປັນນິມິດໝາຍໃຫ້ການຕັ້ງບ້ານໃໝ່ ເມືອງໃໝ່ ແມ່ນປະເພນີອັນໜຶ່ງຂອງປະຊາຊົນລາວ ທີ່ນັບຖືກັນມາຕັ້ງແຕ່ບູຮານນະການ ຈົນເຖິງປະຈຸບັນ.
ຄວາມໝາຍສຳຄັນຂອງຫຼັກບ້ານຫຼັກເມືອງ ແມ່ນເພື່ອຄວາມໝັ້ນຄົງຖາວອນ ແລະ ຄວາມຢູ່ເຢັນເປັນສຸກຂອງບ້ານເມືອງນັ້ນເອງ.
2. ເສົາຫຼັກເມືອງວຽງຈັນແຫ່ງນີ້ ໄດ້ຢັ້ງຢືນປະຫວັດສາດໜ້າ 1 ຂອງຊາດລາວເຮົາ, ເປັນເຫດການທີ່ເກີດຂຶ້ນກ່ອນໜ້ານີ້ 472 ປີ ຫຼື 20 ປີກ່ອນທີ່ເມືອງວຽງຈັນຈະໄດ້ຮັບການສະຖາປະນາໃຫ້ເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ,ໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຄວາມອົງອາດກ້າຫານຂອງຄົນລາວສະໄໝກ່ອນ ໃນການຕໍ່ສູ້ປົກປ້ອງປິຕຸພູມແລະ ສ່ອງແສງເຖິງຄວາມຮຸ່ງເຮືອງເຫຼືອງເຫຼື້ອມຂອງວຽງຈັນ ໃນຍຸກອານາຈັກລ້ານຊ້າງ.
3. ການກໍ່ສ້າງຫໍຫຼັກເມືອງຂຶ້ນໃໝ່ນີ້ ດ້ານໜຶ່ງເປັນການຢັ້ງຢືນແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດເຮົາໃນການສືບທອດ “ມູນເຊື້ອ”ອັນດີງາມຂອງຊາດ ແລະ ສົ່ງເສີມສິລະປະວັດທະນະທຳ ທີ່ເປັນເອກະລັກຂອງຊາດ ທີ່ມີລັກສະນະກ້າວໜ້າ ແລະ ມະຫາຊົນ ດ້ານໜຶ່ງອີກກໍເປັນຫຼັກຖານທາງປະຫວັດສາດ ກາຍເປັນສັນຍາລັກຂອງນະຄອນຫຼວງວຽງຈັນຍຸກໃໝ່ ຍຸກສະໄໝແຫ່ງຄວາມຈະເລີນສີວິໄລ ແລະ ທັນສະໄໝຢູ່ພາຍໃຕ້ແສງສະຫວ່າງແຫ່ງການນຳພາຂອງພັກປະຊາຊົນປະຕິວັດລາວ.  ຫໍຫຼັກເມືອງວຽງຈັນໄດ້ຈັດພິທີສົມໂພດຂຶ້ນໃນລະຫວ່າງວັນທີ 15-17 ພະຈິກ 2012

ໃນສະຖານທີ່ຫໍຫຼັກເມືອງຍັງມີຫໍວາງສະແດງຫຼັກເມືອງວຽງຈັນ ເຊິ່ງເປັນໂຄງການທີ່ຕິດພັນກັບໂຄງການກໍ່ສ້າງຫໍຫຼັກເມືອງວຽງຈັນແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 26 ກຸມພາ 2016 ເຊິ່ງຫໍວາງສະແດງດັ່ງກ່າວຈະກາຍເປັນບ່ອນສະສົມເກັບກໍາຂໍ້ມູນແລະວັດຖຸພັນຕ່າງໆທີ່ຖືກຄົ້ນພົບຢູ່ຕາມເສັ້ນທາງA1 ນະຄອນຫຼວງວຽງຈັນທັງເປັນການຈັດວາງສະແດງວັດຖຸສໍາຄັນທີ່ກ່ຽວຂ້ອງກັບເສົາຫຼັກເມືອງວຽງຈັນ

ນອກນີ້ຍັງເປັນບ່ອນສຶກສາຄົ້ນຄວ້າໃຫ້ແກ່ນັກຄົ້ນຄວ້ານັກສຶກສາແລະນັກຮຽນຮູ້ປັນຍາຊົນທີ່ຢາກຈະມາຄົ້ນຄວ້າເກັບກໍາຂໍ້ມູນທາງດ້ານປະຫວັດສາດວັດທະນະທໍາແລະຮີດຄອງປະເພນີການດໍາລົງຊີວິດຂອງຄົນລາວໃນເມື່ອກ່ອນແລະເປັນສະຖານທີ່ໃຫ້ນັກທ່ອງທ່ຽວພາຍໃນແລະຕ່າງປະເທດໄດ້ມີໂອກາດເຂົ້າມາທ່ຽວຊົມແລະຊອກຮູ້ຂໍ້ມູນທີ່ມີຄວາມສົນໃຈ

ສໍາລັບທ່ານໃດທີ່ມີໂອກາດໄດ້ເຂົ້າໄປກາບໄຫ້ວຫໍຫຼັກເມືອງ ບໍ່ວ່າທ່ານຍິງຫຼືຊາຍກໍຄວນແຕ່ງກາຍໃຫ້ສຸພາບຮຽບຮ້ອຍ ແລະ ຫໍຫຼັກເມືອງແຫ່ງນີ້ຕັ້ງຢູ່ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ , ກົງກັນຂ້າມກັບວັດສີເມືອງ ດອກໄມ້ທູບທຽນທ່ານກໍສາມາດຫາຊື້ໄດ້ຕາມຮ້ານຂາຍທີ່ຢູ່ໃກ້ກັບຫໍຫຼັກເມືອງ ຫຼື ຖ້າທ່ານສະດວກກໍຫ້າງຫາກະກຽມໄປແຕ່ບ້ານຍິ່ງເປັນການດີ

ແບ່ງປັນ