Breaking News

ເວທີ Oscars 2017 ປະກາດລາງວັນ “ຮູບເງົາດີເດັ່ນ” ຜິດພາດ!! (ມີຄຣິີບ)

ແບ່ງປັນ

 

ໃນຄໍ່າຄືນທີ່ສຸດຍິ່ງໃຫ່ຍຂອງວົງການຮູບເງົາຝັ່ງ Hollywood ກັບການປະກາດຜົນລາງວັນຮູບເງົາ  Oscars ຄັ້ງທີ 89 ປະຈຳປີ 2017 ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຜົນກໍເປັນໄປຕາມຄາດໝາຍ ຮູບເງົາເພງແນວຄຼາກຊິກ La La Land ຄວ້າລາງວັນໄປໄດ້ຫຼາຍທີ່ສຸດເຖິງ 6 ລາງວັນເຊັ່ນ: ອອກແບບງານສ້າງດີເດັ່ນ,ດົນຕີປະກອບດີເດັ່ນ, ເພງປະກອບຮູບເງົາດີເດັ່ນ, ຜູ້ກຳກັບດີເດັ່ນ ແລະ ນັກສະແດງນຳຍິງດີເດັ່ນ.

ໂດຍໃນງານເກີດເຫດບໍ່ຄາດຝັນເມື່ອໃນຊ່ວງທ້າຍຂອງຜົນປະກາດລາງວັນ ນັກສະແດງອະວຸໂສ ວໍເຣນ ເບດຕີ້ ປະກາດລາງວັນຮູບເງົາດີເດ່ນ ຜິດພາດ ເຊິ່ງຄວາມຈິງເລື່ອງທີ່ໄດ້ຄື Moonlight ແຕ່ປະກາດເປັນ La La Land ທີມຮັບລາງວັນຈາກ La La Land ຈຶ່ງຕ້ອງລົງຈາກເວທີເປີດທາງໃຫ້ກັບນັກສະແດງຈາກຮູບເງົາເລື່ອງ  Moonlight ຂຶ້ນໄປແທນ.

 

Moonlight Wins Best Picture Oscar After La La Land Announced a…

WATCH: 'La La Land' announced as #Oscars Best Picture winner, but only until a mistake is realized with 'Moonlight' being the real winner. http://abcn.ws/2mkTesq

โพสต์โดย ABC News บน 26 กุมภาพันธ์ 2017

 

ສຳລັບຜົນປະະກາດລາງວັນ Oscars 2017  ລາຍລະອຽດມີດັ່ງນີ້:

  • ຮູບເງົາດີເດັ່ນຄື Moonlight

  • ນັກສະແດງນຳຊາຍດີເດັ່ນຄື ຈາກເລື່ອງ Manchester by the Sea

  • ນັກສະແດງນໍາຍິງດີເດັ່ນຄື ເອັມມ່າ ສະໂຕນ ຈາກຮູບເງົາເລື່ອງ La La Land

  • ນັກສະແດງສົມທົບຊາຍດີເດັ່ນຄື ມາເຮີຊາຣາ ອາລີ ຈາກເລື່ອງ Moonlight
  • ນັກສະແດງສົມທົບຍິງດີເດັ່ນຄື ໄວໂອຣາ ເດວິດ ຈາກເລື່ອງ Fences
  • ຜູ້ກຳກັບດີເດ່ນຄື ເດມ່ຽນ ຊາເຊວ ຈາກຮູບເງົາເລື່ອງ La La Land
  • ດົນຕີປະກອບຮູບເງົາດີເດັ່ນ La La Land
  • ເພງປະກອບຮູບເງົາດີເດັ່ນຄືເພງ City Of Stars ຈາກຮູບເງົາເລື່ອງ La La Land
  • ອອກແບບງານສ້າງດີເດັ່ນຄື La La Land
  • ເອນິເມຊັ່ນດີເດັ່ນຄືຮູບເງົາເລື່ອງ Zootopia
  • ອອກແບບເຄື່ອງແຕ່ງກາຍດີເດັ່ນຄືຮູບເງົາເລື່ອງ J.: Made in America
  • ສາລະຄະດີດີເດັ່ນ The White Helmets
  • ຕັດຕໍ່ຮູບເງົາດີເດັ່ນ Hacksaw Ridge
  • ຮູບເງົາຕ່າງປະເທດດີເດັ່ນຄື The Salesman
  • ແຕ່ງໜ້າເຮັດຜົມດີເດັ່ນ Suicide Squad
  • ເອນິເມຊັ່ນຂະໜາດສັ້ນດີເດັ່ນ Piper
  • ຮູບເງົາຂະໜາດສັ້ນດີເດັ່ນ Sing
  • ຕັດຕໍ່ສຽງດີເດັ່ນ Arrival
  • ບັກທຶກສຽງດີເດັ່ນ Hacksaw Ridge
  • ເຕັກນິກພິເສດດີເດັ່ນ The Jungle Book
  • ບົດຮູບເງົາດັດແປງດີເດັ່ນ Moonlight
  • ບົດຮູບເງົາດັ້ງເດີມດີເດັ່ນ Manchester by the Sea

 

ຂອບໃຈຂໍ້ມູນຈາກ: Khaosod – ข่าวสด 

Pic via:  Watch The Oscars 2017 Live Online,  Khaosod – ข่าวสด 
clip via: ABC News
ແບ່ງປັນ