Breaking News

ເອັມມ່າ ສະໂຕນສ໌ “ນັກສະແດງນຳຍິງດີເດັ່ນ” ໃນເວທີ Oscars 2017

ແບ່ງປັນ

 

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບລາງວັນຈາກເວທີ Oscars  ຄັ້ງທີ 89 ປະຈຳປີ 2017, ຮຸບເງົາທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ ປະຈຳປີນີ້ກໍຄືຮູບເງົາເລື່ອງ Moonlight, ນັກສະແດງນຳຊາຍດີເດັ່ນໄດ້ແກ່ Casey Affleck ຈາກເລື່ອງ Manchester by the Sea ແລະ ສຳລັບລາງວັນນັກສະແດງນຳຍິງດີເດັ່ນກໍເປັນໄປຕາມຄາດ ເຊິ່ງນັກສະແດງຍິງທີ່ໄດ້ຮັບລາງວັນນີ້ກໍຄື Emma Stone ຈາກຮູບເງົາເລື່ອງ La La Land ແລະ ຍັງມີລາງວັນອື່ນໆອີກຢ່າງຫຼວງຫຼາຍ ນັກສະແດງ ຫຼື ຜູ້ກຳກັບຈາກຮູບເງົາເລື່ອງໃດຈະໄດ້ຮັບລາງວັນໃດແດ່ນັ້ນ ມາເບິ່ງກັນເລີຍ…

  • ຮູບເງົາດີເດັ່ນຄືຮູບເງົາເລື່ອງ Moonlight

  • ນັກສະແດງນຳຊາຍດີເດັ່ນຄື Casey Affleck ຈາກເລື່ອງ Manchester by the Sea

  • ນັກສະແດງນໍາຍິງດີເດັ່ນຄື Emma Stone ຈາກຮູບເງົາເລື່ອງ La La Land

ແລະ ລາງວັນອື່ນໆມີລາຍລະອຽດດັ່ງລຸ່ມນີ້…

  • ນັກສະແດງສົມທົບຊາຍດີເດັ່ນຄື ມາເຮີຊາຣາ ອາລີ ຈາກເລື່ອງ Moonlight
  • ນັກສະແດງສົມທົບຍິງດີເດັ່ນຄື ໄວໂອຣາ ເດວິດ ຈາກເລື່ອງ Fences
  • ຜູ້ກຳກັບດີເດ່ນຄື ເດມ່ຽນ ຊາເຊວ ຈາກຮູບເງົາເລື່ອງ La La Land
  • ດົນຕີປະກອບຮູບເງົາດີເດັ່ນ La La Land
  • ເພງປະກອບຮູບເງົາດີເດັ່ນຄືເພງ City Of Stars ຈາກຮູບເງົາເລື່ອງ La La Land
  • ອອກແບບງານສ້າງດີເດັ່ນຄື La La Land
  • ເອນິເມຊັ່ນດີເດັ່ນຄືຮູບເງົາເລື່ອງ Zootopia
  • ອອກແບບເຄື່ອງແຕ່ງກາຍດີເດັ່ນຄືຮູບເງົາເລື່ອງ J.: Made in America
  • ສາລະຄະດີດີເດັ່ນ The White Helmets
  • ຕັດຕໍ່ຮູບເງົາດີເດັ່ນ Hacksaw Ridge
  • ຮູບເງົາຕ່າງປະເທດດີເດັ່ນຄື The Salesman
  • ແຕ່ງໜ້າເຮັດຜົມດີເດັ່ນ Suicide Squad
  • ເອນິເມຊັ່ນຂະໜາດສັ້ນດີເດັ່ນ Piper
  • ຮູບເງົາຂະໜາດສັ້ນດີເດັ່ນ Sing
  • ຕັດຕໍ່ສຽງດີເດັ່ນ Arrival
  • ບັກທຶກສຽງດີເດັ່ນ Hacksaw Ridge
  • ເຕັກນິກພິເສດດີເດັ່ນ The Jungle Book
  • ບົດຮູບເງົາດັດແປງດີເດັ່ນ Moonlight
  • ບົດຮູບເງົາດັ້ງເດີມດີເດັ່ນ Manchester by the Sea                                                                                                                                                           via: gettyimages , Moonlight , Khaosod – ข่าวสด , Watch The Oscars 2017 Live Online
ແບ່ງປັນ