Breaking News

ໜຸ່ມລາວຜູ້ມີຄວາມຝັນ ເຂົ້າຮ່ວມແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ (ມີຄຣິບ)

ແບ່ງປັນ

 

ໃນວັນທີ 7 ມີນາ 2017 ທີ່ຜ່ານມາລາຍການແຂ່ງຂັນຮ້ອງເພງຊື່ດັງຂອງປະເທດເພື່ອນບ້ານລາຍການ “ສຶກວັນດວນເພງ” ໄດ້ເຮັດການແຂ່ງຂັນເພງໂດຍມີໜຸ່ມລາວຈາກແຂວງ ໄຊຍະບູລີ, ມີຊື່ວ່າ ທ້າວ ແດນ ຄຳຫຼ້າ ເຂົ້າຮ່ວມແຂ່ງຂັນປະຊັນສຽງເພງກັບໜຸ່ມໄທ, ເຊິ່ງ ແດນ ຄຳຫຼ້າ ກໍໃຫ້ສຳພາດໃນລາຍການວ່າຕົນເອງເປັນຄົນສູ້ຊີວິດຈາກບ້ານມາເພື່ອມາເຮັດວຽກຢູ່ທີ່ປະເທດໄທ ເພື່ອເກັບເງິນກັບໄປຫາແມ່ ແລະ ເປີດຮ້ານລາບຢູ່ທີ່ບ້ານເກີດຕົນ ແລະ ໝຸ່ມ ແດນ ຄຳຫຼ້າ ກໍຍັງບອກອີກວ່າຕົນເອງມີຄວາມມັກຮັກໃນການຮ້ອງເພງເປັນຊີວິດຈິດໃຈ ແລະ ຢາກເປັນນັກຮ້ອງອາຊີບ ຈຶ່ງຢ່າງຕາມຄວາມຝັນລອງສະໝັກເຂົ້າມາຮ່ວມແຂ່ງຂັນໃນລາຍການດັ່ງກ່າວ

ເຖິງຢ່າງໃດກໍຕາມເຖິງແມ່ນວ່າ ແດນ ຄຳຫຼ້າ ຈະບໍ່ສາມາດເອົາຊະນະໃນການແຂ່ງຂັນເທື່ອນີ້ໄດ້ ແຕ່ເຮົາຂໍເປັນກຳລັງໃຈໃຫ້ ແລະ ຂໍໃຫ້ເຮັດຕາມຄວາມຝັນຕໍ່ໄປເດີ້.

#ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດຫຼາກຫຼາຍຢ່າງ

ມີຄຮິບຈາກລາຍການ “ສຶກວັນດວນເພງ” ມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ:

 

 

ຂໍຂອບໃຈຮູບພາບຈາກ: ศึกวันดวลเพลง

ຄຣິບລາຍການຈາກ: one31

ແບ່ງປັນ