Breaking News

ພິທີເປີດ ຮ້ານລາວສຸດຍອດ ຜະລິດຕະພັນຂອງຄົນລາວ

ແບ່ງປັນ

ໃນຕອນເຊົ້າຂອງວັນເສົາທີ 4 ມີນາ 2017 ໄດ້ມີພິທີເປີດຮ້ານ ລາວສຸດຍອດຢ່າງເປັນທາງການ ຢູ່ທີ່ຕໍ່ໜ້າ ໄອເຕັກຕຶກໃໝ່ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ເວດສະພົງ ຜູ້ບໍລິຫານບໍລິສັດແມ່ຂອງຂາອອກ-ຂາເຂົ້າ ແລະ ຮ້ານລາວສຸດຍອດ ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວຍັງມີທ່ານ ດຣ ມາດາມ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ບັນດາແຂກຈາກຫຼາຍພາກສ່ວນທັງໃນ ແລະ ຕ່າງປະເທດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ

ຈຸດປະສົງໃນການເປີດຮ້ານ Lao Best ຫຼືລາວສຸດຍອດນີ້ ທ່ານ ນາງ ລັດສະໝີ ເວດສະພົງ ຜູ້ບໍລິຫານ ບໍລິສັດແມ່ຂອງຂາອອກ-ຂາເຂົ້າ ແລະ ຮ້ານລາວສຸດຍອດກ່າວວ່າ: ຄົນລາວແມ່ນຄົນທີ່ມີຫົວຄິດປະດິດສ້າງມາແຕ່ດົນນານແລ້ວ, ຄົນລາວສາມາດປະດິດສິ່ງທີ່ເປັນເອກະລັກຂອງຄົນລາວທີ່ບໍ່ຄືຊາດໃດ ແລະ ສິ່ງປະດິດດັ່ງກ່າວກໍໄດ້ຮັບຄວາມຍົກຍ້ອງຈາກຊາວຕ່າງຊາດທີ່ເຂົ້າມາທ່ອງທ່ຽວໃນບ້ານເຮົາໄດ້ເປັນຢ່າງດີ, ແຕ່ສິ່ງປະດິດເຫຼົ່ານັ້ນຍັງບໍ່ສາມາດຕອບສະໜອງຂອງຕະຫຼາດໄດ້ດີເທົ່າທີ່ຄວນ. ດ້ວຍຄວາມທີ່ຂ້າພະເຈົ້າເຮັດວຽກກ່ຽວກັບການພົວພັນກັບຕ່າງປະເທດຫຼາຍ ຈຶ່ງໄດ້ຍິນເຂົ້າຫູເລື້ອຍໆວ່າ ປະເທດລາວເປັນປະເທດທີ່ມີເອກະລັກຫຼາຍຢ່າງບໍ່ວ່າຈະເປັນອາຫານ, ເຄື່ອງປະດິດຕ່າງກໍບໍ່ຄືຊາດໃດ ແຖມຍັງມິຄວາມງາມບໍ່ຄືຊາດໃດອີກ ແຕ່ຊອກຊື້ໄດ້ຍາກຫຼາຍ ເຮົາເລີຍມາຄິດວ່າຖ້າເຮົາມີ້ຮ້ານທີ່ເປັນຕົວແທນຈໍາໜ່າຍສິ່ງປະດິດເຫຼົ່ານັ້ນຄືຊິດີ ເພາະມັນເປັນວິທີໜຶ່ງທີ່ຈະດຶງດູດນັກທ່ອງທ່ຽວເຂົ້າມາໃນປະເທດເຮົາ ແລະ ມັນຍັງເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນລາວທີ່ຢູ່ເຂດນອກ, ພ້ອມທັງເຜີຍແພ່ພູມປັນຍາອັນດີງາມທີ່ມີມາແຕ່ສະໄໝປູ່ຍ່າຕາຍາຍ ບັນພະບູລຸດເຮົາໃຫ້ຄົນຕ່າງຊາດໄດ້ຮັບຮູ້ນໍາອີກ. ດັ່ງນັ້ນຈຶ່ງຕັດສິນໃຈເປີດ ຮ້ານລາວສຸດຍອດຂຶ້ນມາເພື່ອເປັນສູນລວມ ຂອງເຄື່ອງປະດິດຈາກທຸກແຂວງ ຂອງປະເທດລາວທີ່ສາມາດໃຫ້ທັງຄົນຕ່າງປະເທດ ແລະ ຄົນລາວທີ່ມັກ, ຮັກເຄື່ອງໃຊ້ທີ່ປະດິດຈາກສີມືຄົນລາວເຮົາເອງສາມາດເລືອກຊື້ເອົາໄປເປັນເຄື່ອງຕ້ອນ, ຂອງຝາກ ແລະ ຍັງເປັນເຄື່ອງທີ່ລະນຶກໄດ້ນໍາ.

ນອກຈາກນັ້ນພາຍໃນງານຍັງມີການສະແດງຕີລະນາກເພງລາວ ພ້ອມກັບການຟ້ອນອວຍພອນແບບລາວໃຫ້ບັນດາແຂກທີ່ເຂົ້າຮ່ວມໃນງານໄດ້ຮັບຊົມ ຫຼັງຈາກສີ້ນສຸດພິທີທາງການແລ້ວ ທ່ານ ນາງ ລັດສະໝີ ເວດສະວົງ ຜູ້ບໍລິຫານ ຮ້ານລາວສຸດຍອດ ໄດ້ມີການເຊີນແຂກເຂົ້າໄປຮັບຊົມສິ່ງປະດິດຈາກແຕ່ລະແຂວງພາຍໃນຮ້ານ ພ້ອມທັງເຊີນບັນດາແຂກຮ່ວມຮັບປະທານອາຫານທີ່ເປັນເອກະລັກຂອງຄົນລາວເຮົານໍາອີກ.

ແບ່ງປັນ