Breaking News

ພິທີ ເປີດຮ້ານອາຫານແຊມບາໄຊໂຍ

ແບ່ງປັນ

ຮ້ານອາຫານ ແຊມບາໄຊໂຍ ໄດ້ຈັດພິທີເປີດຮ້ານຢ່າງເປັນທາງການ ໃນຕອນແລງຂອງວັນທີ 7 ມີນາ 2017 ໂດຍການເປັນປະທານຂອງ ທ່ານ ອິນທີ ເດືອນສະຫວັນ ປະທານໂຮງແຮມ ອີນທິຣາກຣຸບ, ຮ້ານອາຫານຂອບໃຈເດີ້, ຮ້ານອາຫານຊັນທາຣາ ແລະ ບໍລິສັດ ທ່ອງທ່ຽວ ກຣີນດິດໂຄເວີລີລາວ, ພ້ອມດ້ວຍບັນດາແຂກ ແລະ ສື່ມວນຊົນເຂົ້າຮ່ວມ

ໃນພິທີດັ່ງກ່າວ ທ່ານ ອິນທີ ເດືອນສະຫວັນ ໄດ້ຊີ້ແຈງວ່າ ຮ້ານອາຫານໄຊໂຍ ໄດ້ຮ່ວມກັບ ຮ້ານອາຫານແຊມບາ ເຊິ່ງກໍ່ຕັ້ງໂດຍ ທ່ານ ເຊບັດສະຕຽນ ໂກ ເຊິ່ງເປັນຮ້ານບາບີຄິວ ທີ່ມີຕົ້ນກໍາເນີດຈາກປະເທດບຼາຊີລ ທີ່ມີສາຂາທີ່ປະເທດກໍາປູເຈຍ ເຖິງ 2 ສາຂາ ແລະ ປະເທດມາເລເຊຍ ເຊິ່ງທັງ 2 ຮ້ານຊ່ຽວຊານກ່ຽວກັບຊີ້ນ ຈຶ່ງໄດ້ຮວມຕົວກັນໃໝ່ຊື່ວ່າ: ຮ້ານອາຫານແຊມບາໄຊໂຍ. ແຊມບາໄຊໂຍ ຈະມາໃນຮູບແບບຸບເຟ້ຊີ້ນ ກິນແບບເຕັມອີ່ມ ເຊີ່ງເປັນຊີ້ນທີ່ມີຄຸນນະພາບ ໃຫ້ທ່ານສາມາດເລືອກຮັບປະທານໄດ້ ພ້ອມກັບການບໍລິການໃນຮູບແບບາບີຄິວ ທີ່ເປັນທີ່ຮູ້ຈັກໃນຊື່ Rodizio ທີ່ ປະຊາໂອຣີດ (ນັກຊອຍຊີ້ນ) ທີ່ຈະມາຊອຍຊີ້ນເສີບໃຫ້ທ່ານເຖິງໂຕະ ໃນຊີ້ນ 8-10 ປະເພດ ພ້ອມຊອດພິເສດ ທີ່ທ່ານສາມາດເລືອກກິນກັບຊີ້ນຕ່າງໆ. ນອກນັ້ນ ຮ້ານອາຫານແຊມບາໄຊໂຍ ຍັງມີອາຫານເຊົ້າໄວ້ຄອຍບໍລິການແຕ່ 7 ໂມງເຊົ້າ, ອາຫານທ່ຽງເປັນຊຸດ ແລະ ອາຫານຄໍ່າພ້ອມເມນູຫຼາກຫຼາຍໃຫ້ທ່ານເລືອກຮັບປະທານໄດ້ ແລະ ຍັງມີຫ້ອງ VIP ສໍາລັບລູກຄ້າທີ່ຕ້ອງການຄວາມເປັນສ່ວນຕົວ ແລະ ນອກນັ້ນທາງຮ້ານຍັງມີບໍລິການງານລ້ຽງນອກ ເຊິ່ງເໝາະກັບງານສັງສັນແບບຫຼູຫຼາ ມີລະດັບ. ຮ້ານອາຫານແຊມບາໄຊໂຍເປີດໃຫ້ບໍລິການທຸກໆມື້ ຕັ້ງແຕ່ 7 ໂມງເຊົ້າ ຈົນເຖິງ ທ່ຽງຄືນ.

ຫຼັງຈາກທ່ານ ອິນທີ ເດືອນສະຫວັນ ໄດ້ກ່າວຄໍາຊີ້ແຈງກ່ຽວກັບ ຮ້ານອາຫານແຊມບາໄຊໂຍ ສີ້ນສຸດແລ້ວກໍໄດ້ມີການເປີດພິທີຢ່າງເປັນທາງການ ດ້ວຍການປາດຊີ້ນ ໂດຍໃຫ້ກຽດຮ່ວມປາດຊີ້ນເປີດພິທີມີ 3 ທ່ານຄື: ທ່ານ ອິນທີ ເດືອນສະຫວັນ, ທ່ານ ແດນນຽວໂຄ ແລະ ທ່ານ ປີເຕີ້ ເຊບແຊມບາ ຫຼັງຈາກຈົບພິທີເປີດຮ້ານຢ່າງເປັນທາງການແລ້ວ ກໍໄດ້ມີການສະແດງໂຊເຕັ້ນ ແຊມບາ ໃຫ້ບັນດາແຂກທີ່ມາຮ່ວມໃນງານໄດ້ຮັບຊົມ ພ້ອມກັບຮັບປະທານອາຫານແຊບໆຈາກ ຮ້ານອາຫານແຊມບາໄຊໂຍ

   

ແບ່ງປັນ