Breaking News

ພິທີສະຫຼຸບ ງານເທສະການອາຫານລາວ ຄັ້ງທີ 12, ຮັບສະມາຊິກໃໝ່ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຂອງສະມາຄົມນັກທຸລະກິດແມ່ຍິງ

ແບ່ງປັນ

ໃນຕອນເຊົ້າຂອງວັນທີ 3 ມີນາ 2017 ຢູ່ທີ່ຮ້ານອາຫານລາວເດີມ ສະມາຄົມນັກທຸລະກິດແມ່ຍິງ ໄດ້ຈັດພິທີ ສະຫຼຸບການຈັດເທດສະການອາຫານລາວຄັ້ງທີ 12, ຮັບສະມາຊິກໃໝ່ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນທີ່ໃກ້ໆຈະມາເຖິງນີ້ ໂດຍການເປັນປະທານ ນາງ ຈັນທະຈອນ ວົງໄຊ ປະທານນັກທຸລະກິດແມ່ຍິງ ເຂົ້າຮ່ວມເປັນກຽດໃນພິທີໂດຍມີ ທ່ານ ນາງ ດຣ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ສິຣິຄູນ ພູມລາວັນ ຮອງປະທານສະມາຄົມນັກທຸລະກິດແມ່ຍິງ, ທ່ານ ນາງ ມະໂນລາ ດາລາວອນ ຮອງປະທານສະມາຄົມນັກທຸລະກິດແມ່ຍິງ, ບັນດາສະມາຊິກນັກທຸລະກິດແມ່ຍິງທັງເກົ່າ ແລະ ໃໝ່ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໃນງານຄັ້ງນີ້ເລີ່ມຕົ້ນຈາກການກ່າວບົດສະຫຼຸບ ຂອງການຈັດຕັ້ງງານ ເທສະການອາຫານລາວ ຄັ້ງທີ 12 ໂດຍແມ່ນ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ໃຫ້ກຽດກ່າວລາຍລະອຽດດັ່ງນີ້: ງານເທສະການອາຫານລາວຄັ້ງທີ 12 ນີ້ ແມ່ນໄດ້ມີຫຼາຍພາກສ່ວນເຂົ້າຮ່ວມ ໂດຍມີທັງຮ້ານທີ່ມາຈາກຕ່າງແຂວງ, ຮ້ານທີ່ມາຈາກບັນດາເມືອງໃນນະຄອນຫຼວງ, ຈາກປະເທດອາຊຽນ, ສະຖານທູດຕ່າງໆ ແລະ ເຄືອຂ່າຍໜຶ່ງຕໍາບົນ-ໜຶ່ງຜະລິດຕະພັນຈາກຣາຊະອານາຈັກໄທ ລວມທັງໝົດມີ 187 ​ຮ້ານ, ປະເພດສິນຄ້າມີລວມທັງໝົດ 6 ປະເພດ, ຜູ້ທີ່ເຂົ້າທ່ຽວຊົມມີທັງໝົດ 24.097 ຄົນ ກິດຈະກໍາຕົ້ນຕໍແມ່ນການແຂ່ງຂັນ ປຸງແຕ່ງອາຫານ ໝົກໄກ່ລາດ ເຊິ່ງໃນການຈັດງານຄັ້ງນີ້ເຮົາສາມາດທອດຖອນບົດຮຽນໄດ້ຫຼາຍຢ່າເຊັ່ນ: ໄດ້ຮູ້ເຖິງຈຸດດີ, ຈຸດອ່ອນ/ຂໍ້ຄົງຄ້າງໃນດ້ານຂອງ ວິຊາການ, ສະຖານທີ່, ວິທີການຕ່າງໆ ທີ່ຈະສາມາດນໍາມາເປັນແນວທາງໃນການຈັດງານຄັ້ງຕໍ່ໄປ. ຕໍ່ມາກໍແມ່ນພິທີຮັບສະມາຊິກໃໝ່ຂອງສະມາຄົມນັກທຸລະກິດແມ່ຍິງ ຈໍານວນ 15 ທ່ານ ຈາກເດີມ 112 ທ່ານ ໂດຍການກ່າວຮັບ ແລະ ແນະນໍາກົດລະບຽບໂດຍ ທ່ານ ນາງ ມະໂນລາ ດາລາວອນ ຮອງປະທານສະມາຄົມນັກທຸລະກິດແມ່ຍິງ. ສຸດທ້າຍກໍແມ່ນພິທີສະເຫຼີມສະຫຼອງວັນແມ່ຍິງ ສາກັນ ວັນທີ 8 ມີນາທີ່ໃກ້ຈະມາຮອດນີ້ ໂດຍແມ່ນ ທ່ານ ນາງ ດຣ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະກະພັນແມ່ຍິງລາວ ໃຫ້ກຽດເລົ່າປະຫວັດ ຄວາມເປັນມາກ່ອນຈະມາເປັນ ວັນແມ່ຍິງສາກົນ ໃນມື້ນີ້.

ຫຼັງຈາກເສັດສິ້ນພິທີທາງການທັງ 3 ລາຍການແລ້ວ ພາຍໃນງານ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ຍັງໄດ້ມີການມອບເງິນຈໍານວນ 10.000.000 ກີບ, ຊໍ່ດອກໄມ້ ແລະ ເຄື່ອງທີ່ລະນຶກໃຫ້ແກ່ ທ່ານ ນາງ ດຣ ອີນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ຈາກນັ້ນກໍໄດ້ມີການເຊີນບັນດາແຂກ ແລະ ສື່ມວນຊົນທີ່ເຂົ້ານຮ່ວມໃນງານ ຮັບປະທານອາຫານ ແລະ ມ່ວນຊື່ນເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນທີ່ໃກ້ໆຈະມາຮອດນີ້ຮ່ວມກັນ.

 

 

 

 

 

 

 

ແບ່ງປັນ