ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 10 ມີນາ 2017 ທີ່ຜ່ານມາ ໃນການປະກວດ “Miss International Queen 2016” ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວ ກໍບໍ່ເຮັດໃຫ້ຜິດຫວັງ ເພາະນາງສາມາດຄວ້າລາງວັນຊະນະເລີດຊຸດປະຈຳຊາດດີເດັ່ນມາໄດ້ຢ່າງງົດງາມ, ໃນການປະກວດໃນຄັ້ງນີ້ ນ້ອງ ວັນໃໝ່ ສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ເຖິງແມ່ນວ່າ ວັນໃໝ່ ຈະບໍ່ສາມາດເອົາມົງກຸດ “Miss International Queen 2016” ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ ແຕ່ກໍຖືວ່ານາງເຮັດໄດ້ດີຫຼາຍ ທາງທີມງານ ເວັບໄຊ້ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັບ ວັນໃໝ່ ແລະ ຂໍເປັນກຳລັງໃຈໃຫ້ ສູ້ໆເດີ້.
#ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີດີ
ຂໍຂອບໃຈຮູບພາບຈາກ: Miss International Queen Pageant , Wanmai Thammavong