Breaking News

ຕິນ່າ ສາວລາວໜ້າຮັກ ແລະ ມີຄວາມສາມາດຫຼາກຫຼາຍ!

ແບ່ງປັນ

 

ສະບາຍດີ ວັນສຸກ ເປັນວັນສະບາຍໆຂອງທຸກໆຄົນ ແຕ່ ຊະນີIndy ບໍ່ຄ່ອຍສະບາຍປານໃດ…ເພາະວ່າແອບໄປສ່ອງ Profile ຂອງສາວໜ້າຮັກຄົນໜຶ່ງຊື່ວ່າ ຕິນ່າ ແຖມຍິ້ມນາງນິຫວານໆ ໂອ…ໂອ້ຍ ຊະນີIndy ເຫັນແລ້ວມີຄວາມອິດສາໃນຄວາມໜ້າຮັກຂອງນາງໜ້ອຍໜຶ່ງ (ຮະຮ່າ ) ແຕ່ກໍແມ່ນແທ້ໃດທີ່ວ່ານາງໜ້າຮັກ ແຖມມີຄວາມສາມາດຫຼາກຫຼາຍຢ່າງ ເພາະສາວຄົນນີ້ເປັບພະນັກງານສັງກັດລັດເຮັດວຽກຢູ່ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ແຕ່ຍັງບໍ່ໝົດເດີ້ ເພາະນາງຍັງເປັນນາງແບບຕາມປະຕິທິນ ບໍ່ວ່າຈະເປັນແບຼນສິນຄ້າໃດດັງໆນາງກໍໄປຂຶ້ນປະຕິທິນນັ້ນມາແລ້ວ ແຖມນາງຍັງມີງານເດີນແບບຕ່າງໆຫຼາກຫຼາຍ, ແຖມຍັງບໍ່ໝົດພຽງເທົ່ານີ້ເພາະນາງກໍເປັນຄົນໜຶ່ງຢູ່ໃນໂລກອອນລາຍທີ່ມີຄົນຕິດຕາມນາງຫຼາຍພໍສົມຄວນ ບໍ່ວ່ານາງຈະໂພສຮູບພາບໃດກໍຈະມີແຟນໆຂອງນາງຕາມກົດໄລ້ກັນແບບລົວໆ

ສາວ ຕິນ່າ ຈະມີຄວາມໜ້າຮັກ ແລະ ຍິ້ມຫວານພຽງໃດ ລອງມາເບິ່ງຮູບພາບຂອງນາງເບິ່ງເດີ້…

#ແຊໄປໃຫ້ໂລກຮູ້ວ່າສາວລາວງາມແລະມີຄວາມສາມາດ

ຂໍຂອບໃຈຮູບພາບຈາກ: Tinaz Ngonphachanh

ແບ່ງປັນ