Breaking News

ໄປເບີ່ງຄວາມງາມຂອງ ນາງສັງຂານຫຼວງພະບາງໃນແຕ່ລະປີ ວ່າສາວງາມແຫ່ງເມືອງມໍລະດົກໂລກຈະງາມຂະໜາດໃດ

ແບ່ງປັນ

ສະບາຍດີສາວໆແຟນໆຂວັນໃຈ ຮູ້ສຶກວ່າຈະໃກ້ໆບຸນປີໃໝ່ເຂົ້າມາແລ້ວເນາະ ບຸນປີໃໝ໋ຖືວ່າເປັນປະເພນີອັນສໍາຄັນຂອງຄົນລາວເຮົາເລີຍລະ ໂດຍສະເພາະພີ່ນ້ອງທາງຫຼວງພະບາງ ເພາະນອກຈາກຈະມີການລີ້ນບຸນປີໃໝ່ດ້ວຍການຫົດສົງນໍ້າພະຕ່າງໆຄືກັບຢູ່ບ່ອນອື່ນແລ້ວ ຢູ່ທາງຫຼວງພະບາງເພີ່ນຍັງໄດ້ມີການຈັດການປະກວດ ນາງສັງຂານ ນໍາອີກ ການຈັດການປະກວດນີ້ແມ່ນໄດ້ປະຕິບັດກັນມາແຕ່ດົນມາແລ້ວ ແລະ ກໍໄດ້ຈັດຂຶ້ນທຸກໆປີ ແລະ ປີນີ້ກໍເຫັນວ່າປະກາດຮັບສະມັກໄປແລ້ວ ຖ້າສາວຄົນໃດທີ່ມີຄວາມໝັ້ນໃຈໃນຕົວເອງກໍຢ່າລືມໄປສະມັກກັນເດີ້ ສ່ວນແອດນີ້ຄາດວ່າອາຍຸຈະກາຍຕາມກະຕິກາຂອງເພີ່ນແລ້ວ555

ດັ່ງທີ່ບອກກັນໄປວ່າ ການປະກວດນາງສັງຂານ ນັ້ນເພີ່ນໄດ້ຈັດຂຶ້ໜທຸກໆປີແຕ່ດົນມາແລ້ວແຕ່ແອດກໍບໍ່ແນ່ໃຈວ່າແຕ່ປີໃດມານັ້ນ ແຕ່ມື້ນີ້ BeautyGuru ແອດຄົນນີ້ຈະພາສາວໆແຟນໆຂວັນໃຈໄປເບີ່ງຄວາມງາມຂອງບັນດາ ນາງສັງຂານ ແຕ່ອະດີດຈົນຮອດປັດຈຸບັນກັນ ວ່າຈະງາມສົມກັບຄໍາລໍ່າລື ວ່າເປັນສາວງາມແຫ່ງເມືອງ ມໍລະດົກໂລກກັນ ຫຼືບໍ່ນັ້ນ ເຮົາກໍໄປເບີ່ງພ້ອມກັນເລີຍ

ນາງສັງຂານປີ 1993

ນາງສັງຂານປີ 1995

ນາງສັງຂານປີ 2001

ນາງສັງຂານປີ 2004

ນາງສັງຂານປີ 2006

ນາງສັງຂານປີ 2009

ນາງສັງຂານປີ 2010

ນາງສັງຂານປີ 2012

ນາງສັງຂານປີ 2014

ນາງສັງຂານປີ 2015

ນາງສັງຂານປີ 2016

ຮູບພາບເພີ່ມຕຶ່ມ

ເປັນການຮວບຮວມໂດຍແອດເອງ ຖ້າມີປິໃດບໍ່ຄົບກໍຂໍໂທດນໍາສາວໆຫຼາຍໆເດີ້ ຖ້າກົດ Like Share ກັນຫຼາຍໆມື້ໜ້າແອດສັນຍາວ່າຈະໄປຕິດຕາມມາໃຫ້ຄົບທຸກປີກັນເລີຍລະ

By: BeautGuru

ຂໍຂອບໃຈຮູບພາບຈາກ: ນາງສັງຂານ ຫຼວງພະບາງ

ແບ່ງປັນ