Breaking News

ວັນໃໝ່ ໄປອອກລາຍການຊື່ດັງຂອງ ປະເທດໄທ (ມີ Clip)

ແບ່ງປັນ

 

ຫຼັງຈາກທີ່ສ້າງຊື່ສຽງໃຫ້ ປະເທດລາວ ໂດຍສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ ໃນການປະກວດສາວງາມປະເພດສອງ “Miss International Queen 2016”  ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຈົນກາຍເປັນກະແສຮືຮາມາແລ້ວ, ຫຼ້າສຸດ ວັນໃໝ່ ກໍໄດ້ໄປອອກລາຍການຊື່ດັງຂອງປະເທດເພື່ອນບ້ານເຮົາ ເປັນລາຍການຊື່ດັງ “ຫຼິ້ນໃຫ່ຍຈັດໃຫ່ຍ” ໂດຍມີພິທີກອນຊື່ດັງຫຼາກຫຼາຍຄວາມສາມາດ ດຣ. ປະນັດດາ ວົງຜູ້ດີ (ບຸມ) ເປັນຄົນດຳເນີນລາຍການ ແລະ ສຳພາດ ວັນໃໝ່.

 

ໃນການສຳພາດພິທິກອນກໍຖາມ ວັນໃໝ່ ເຖິງທີ່ໄປທີ່ມາໃນການມາປະກວດ “Miss International Queen 2016”  ໃນເທື່ອນີ້ ແລະ ຍັງຖາມເຖິງການຍອມຮັບຂອງສາວປະເພດສອງໃນສັງຄົມລາວ ແລະ ວັນໃໝ່ກໍຕອບວ່າ: “ການຍອມຮັບຂຶ້ນກັບຄົນທີ່ເລືອກຈະປະຕິບັດຕົນ ຖ້າເປັນແບບຢ່າງທີ່ດີກໍຈະຖືກຍອມຮັບ ກໍຂຶ້ນຢູ່ກັບວ່າການກະທຳຂອງຄົນ” 

ສຳລັບແຟນໆ ທ່ານໃດທີ່ຍາກຮູ້ທີ່ໄປທີ່ມາຂອງ ນ້ອງ ວັນໃໝ່ ເພີ່ມຕື່ມມື້ນີ້ ຊະນີIndy ກໍບໍ່ເຄີຍພາດທີ່ຈະນຳເອົາຄລິບລາຍການມາຝາກ ຈະລໍຊ້າເຮັດຫຍັງ ມາເບິ່ງເລີຍ:

 

เล่นใหญ่!จัดใหญ่!

“น้องวันใหม่”กะเทยลาวหน้าสวยที่เกิดมาประชันกับ “โยชิ รินรดา”

โพสต์โดย Bright TV : Digital TV ช่อง 20 บน 15 มีนาคม 2017

 

 

ຂໍຂອບໃຈຄລິບຈາກ: Bright TV : Digital TV ช่อง 20

ຮູບພາບຈາກ: Wanmai Thammavong 

ແບ່ງປັນ