Breaking News

ໃຜຮູ້ສຶກວ່າຮ້ອນແດ່? ຖ້າຮ້ອນຢ່າລືມໄປຫຼິ້ນນໍ້າຢູ່ນີ້ເດີ້!!

ແບ່ງປັນ

ແຟນໆຂວັນໃຈ ທີ່ໜ້າຮັກທັງຫຼາຍ ມື້ນີ້ຮູ້ສຶກບໍວ່າ ຮ້ອນຫຼາຍໆໆໆໆ ອາກາດຮ້ອນແນວນີ້ ໄປຫຼິ້ນນໍ້າຄືຊິເຢັນໆໆ ມື້ນີ້ໄປຫຼິ້ນນໍ້າຢູ່ ນໍ້າຕາດແຊພະ ນໍາກັນ.

ນໍ້າຕົກຕາດແຊພະ ຕັ້ງຢູ່ ຕັ້ງຢູ່ເຂດເຊປຽນ ບ້ານໃຫມ່ຫີນລາດ ເມືອງສະໜາມໄຊ ແຂວອັດຕະປື ຫ່າງຈາກເທສະເມືອງໄປປະມານ 23 ກິໂລແມັດ, ນໍ້າຕົກຕາດແຊພະ ຕັ້ງຢູ່ຕາມລໍາເຊນໍ້າປຽນ, ເປັນນໍ້າຕົກຕາດທີ່ມີຄວາມງົດງາມ ສູງປະມານ 23 ແມັດ, ກວ້າງ 120 ແມັດ ແລະ ມີເນື້ອທີ່ກວ້າງ 120 ແມັດ ແລະ ມີເນື້ອທີ່ກວ່າ 100 ເຮັກຕາ ອ້ອມຮອບດ້ວຍທໍາມະຊາດອັນຂຽວສົດງົດງາມ. ຕາມຕໍານານໄດ້ເລົ່າຂານກັນວ່າ ໃນເມື່ອກ່ອນບໍລິເວນນີ້ມີຖໍ້າແຫ່ງໜຶ່ງ ເຊິ່ງໃນຖໍ້າມີພະສັກສິດ ທີ່ສາມາດສະເດັດໄປມາໄດ້ທຸກຫົນແຫ່ງ.

ນອກນັ້ນໃນຖໍ້າກໍ່ຍັງມີແກ້ວແຫວນເງິນຄໍາ ແລະ ເພັດນິນຈິນດາຕ່າງໆ ເຊິ່ງປະຊາຊົນໃນສະໄໝບູຮານ ເວລາມີບຸນມີງານ ກໍ່ໄປຢືມເຄື່ອງປະດັບຢູ່ໃນຖໍ້ານີ້ມາເອ້ ແລ້ວກໍ່ເອົາກັບໄປສົ່ງຄືນບ່ອນເກົ່າ. ຕໍ່ມາມີກຸ່ມຄົນບໍ່ດີ ທີ່ເຂົ້າໄປລັກເອົາເຄື່ອງຂອງມີຄ່າ ແລະ ບາງຄົນເອົາໄປແລ້ວກໍ່ບໍ່ເອົາມາສົ່ງ, ພະດັ່ງກ່າວຈຶ່ງໄດ້ສະເດັດໄປປະດິດສະຖານຢູ່ບ່ອນອື່ນ ແລ້ວຖໍ້າແຫ່ງນີ້ກໍ່ໄດ້ຫັກເພລົງ ຈົນບໍ່ມີໃຜສາມາດເຂົ້າໄປໃນຖໍ້າໄດ້ຈົນເທົ່າທຸກມື້ນີ້, ຈຶ່ງໄດ້ເປັນທີ່ມາຂອງຊື່ຕາດແຊພະແຫ່ງນີ້ ອາກາດຮ້ອນໆແນວນີ້ຢ່າລືມໄປຫຼິ້ນເດີ.

ເຄຼດິດຮູບພາບ: ສະບາຍດີອັດຕະປື.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ.

ແບ່ງປັນ