Breaking News

ການຄ້າລາວຈະໄດ້ປຽບ ດ້ວຍຍຸດທະສາດການສົ່ງເສີມ

ແບ່ງປັນ

ເພື່ອແນ່ໃສ່ ເຮັດໃຫ້ ສປປ ລາວ ມີຄວາມໄດ້ປຽບ ໃນການແຂ່ງຂັນການຄ້າ ດ້ວຍການຫຼຸດ ຜ່ອນເວລາ ແລະ ຄ່າໃຊ້ຈ່າຍ ໃນການດຳເນີນການຄ້າລົງ ແລະ ໃຫ້ມີປະສິດທິຜົນຫຼາຍຂື້ນ ໂດຍຜ່ານການກວດກາໃນຈຸດດຽວ, ການບໍລິການປະຕູດຽວ ແຫ່ງຊາດ, ການນໍາໃຊ້ລະບອບຜູ້ປະກອບການ ລະດັບມາດຕະຖານ  AEO ແລະ ເຮັດໃຫ້ຂັ້ນຕອນການແຈ້ງພາສີຂ້າມແດນ ກັບບັນດາປະເທດໃກ້ຄຽງ ມີການເຊື່ອມໂຍງກັນ.

ໃນກອງປະຊຸມ ທົບທວນແຜນຍຸດທະສາດ ອໍານວຍຄວາມສະດວກ ທາງດ້ານການຄ້າລາວ ໄລຍະປີ 2017-2020 ແມ່ນຕ້ອງສຸມໃສ່ການຈັດຕັ້ງປະຕິບັດສັນຍາ ອໍານວຍຄວາມສະດວກທາງດ້ານການຄ້າ ຂອງອົງການການຄ້າໂລກ  ພາຍໃນປີ 2020 ເນື່ອງຈາກສັນຍານີ້ ຈະເປັນທ່າແຮງ ທີ່ຈະຊ່ວຍເຮັດໃຫ້ ຫຼຸດຜ່ອນຕົ້ນທຶນທາງດ້ານ ການຄ້າໄດ້ເຖິງ 19%.  ພ້ອມ​ດຽວ​ກັນ​ນີ້, ຍັງ​ໃຫ້​ຮູ້​ ກ່ຽວ​ກັບຮ່າງແຜນດຳເນີນງານ ຍຸດທະສາດອຳນວຍ​ຄວາມ​ສະດວກ ​ທາງ​ດ້ານ​ການ​ຄ້າ ໄລຍະ 2017-2020 ໄດ້ກໍານົດ 6 ມາດຕະການ ຍຸດທະສາດ ຄື:

1) ການພັດທະນາກົນໄກທາງດ້ານ ສະຖາບັນການຈັດຕັ້ງ ເພື່ອການປະສານງານລະຫວ່າງ ກົມກອງທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ.

2) ສ້າງຄວາມເຂັ້ມເເຂງ ໃຫ້ແກ່ໂຄງສ້າງການບໍລິຫານລັດ ໃນຂັ້ນທ້ອງຖິ່ນເພື່ອປັບປຸງ ການສື່ສານ, ການຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດມາດຕະການ ອໍານວຍຄວາມສະດວກ ທາງດ້ານການຄ້າ.

3) ການຮ່ວມມືລະຫວ່າງປະເທດ ແລະ ການເຊື່ອມໂຍງພາກພື້ນ.

4) ການປະສານງານຮ່ວມມືກັບພາກເອກະຊົນ.

5) ບັນດາມາດຕະການບູລິມະສິດ ເພື່ອສ້າງຄວາມສະດວກງ່າຍດາຍ ໃຫ້ແກ່ຂັ້ນຕອນ, ເຊັ່ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ການກວດສອບ ແລະ ການຈ່າຍເງິນທີ່ຈຸດດຽວ.

6) ການຈັດຕັ້ງປະຕິບັດ ສັນຍາອໍານວຍຄວາມສະດວກ ທາງດ້ານການຄ້າຢ່າງເຕັມສ່ວນ ໂດຍເລັ່ງລັດໃສ່ຂອບເຂດກໍານົດເວລາ.

ຂໍ້ມູນ: ຂ່າວສານປະເທດລາວ.

ແບ່ງປັນ