Breaking News

5 ວິທີມັດໃຈຊາຍໜຸ່ມ

ແບ່ງປັນ

5 ວິທີມັດໃຈຊາຍໜຸ່ມ

ການທີ່ຄົນສອງຄົນຮັກກັນ ແລະ ຕົກລົງໃຊ້ຊີວິດຮ່ວມກັນ ຖືວ່າເປັນເລື່ອງຍາກແລ້ວ ແຕ່ຖ້າຈະເຮັດໃຫ້ຊີວິດຄູ່ ຢູ່ດ້ວຍກັນໄປດົນໆ ອາດຈະຍາກຍິ່ງກວ່າ ເພາະແຕ່ລະຄົນມີພື້ນຖານທາງຈິດໃຈ ທີ່ແຕກຕ່າງກັນ ເມື່ອຢູ່ນໍາກັນ ກໍອາດຈະມີບາງເວລາ ທີ່ເລີ່ມເຮັດໃຫ້ຮູ້ສຶກວ່າ ບໍ່ແມ່ນ ແລະ ອາດຈົບລົງດ້ວຍຄຳວ່າເລີກກັນ ລອງມາອ່ານ ວິທີທີ່ສາມາດມັດໃຈຊາຍໜຸ່ມ ໃຫ້ຢູ່ກັບທ່ານ ແລະ ຄອງຮັກກັນໄປດົນໆ ເນາະ! ເພື່ອຄວາມຮັກທີ່ໝັ້ນຄົງ.

  1. ເຮັດໃຫ້ຕົວມີສະຫງ່າລາສີ ແລະ ມີຄຸ່ນຄ່າ

ບໍ່ຄວນປ່ອຍຕົວເອງໃຫ້ຄົນອື່ນເບິ່ງບໍ່ງາມ ສິ່ງທຳອິດທີ່ຕ້ອງເຮັດຄື ຕ້ອງເບິ່ງແຍງຕົວເອງໃຫ້ດີກວ່າເກົ່າ ເຊັ່ນ: ປ່ຽນຊົງຜົມໃໝ່, ແຕ່ງໜ້າໃຫ້ງາມໆຕະຫຼອດ ແລະ ປ່ຽນຕົນເອງໃຫ້ເປັນຄົນສົດໃສ.

  1. ສະເໝີຕົ້ນສະເໝີປາຍ

ບໍ່ຄວນອອກອາການຫງຸດຫງິດ, ເຮັດຕົວອອກຫ່າງ, ຮຽກຮ້ອງຄວາມສົນໃຈ ຖ້າເຮັດແບບນັ້ນມີໂອກາດຫ່າງກັນຕະຫຼອດຊີວິດແນ່ນອນ.

  1. ບໍ່ຄວນສະແດງຄວາມເປັນເຈົ້າຂອງ ຈົນເກີນໜ້າເກີນຕາ

ບໍ່ມີຜູ້ຊາຍຄົນໃດດອກ ທີ່ມັກຜູ້ຍິງສະແດງອາການເປັນເຈົ້າຂອງຕົວເອງ ເມື່ອທ່ານມີຄູ່ແຂ່ງ ທ່ານຄວນເພີ່ມຄວາມໃສ່ໃຈ, ຄວາມຫ່ວງໃຍ ແຕ່ບໍ່ແມ່ນຄວາມຫຶງຫວງ, ຈັບຜິດ ເພາະຈະເປັນການສ້າງຄວາມລໍາຄານໃຈໃຫ້ຄົນຮັກຂອງທ່ານເອງ.

  1. ໃຫ້ກຽດໃນການຕັດສິນໃຈ

ບອກກັບຕົວເອງວ່າ ເຮົາບໍ່ແມ່ນມານດາຜູ້ໃຫ້ກໍາເນີດ ທ່ານບໍ່ມີສິດ ຕັດສິນໃຈແທນໃຜ ທ່ານຄວນໃຫ້ລາວມີສິດໃນການຕັດສິນໃຈ ເລືອກໃນສິ່ງທີ່ດີທີ່ສຸດ ເພື່ອບໍ່ໃຫ້ຄົນຮັກຂອງທ່ານມີຄວາມກົດດັນ

  1. ບໍ່ຄິດຮ້າຍກັບຄູ່ແຂ່ງ

ທ່ານຄວນຝຶກຈິດໃຈຕົວເອງໃຫ້ຮູ້ຈັກ ມີນໍ້າໃຈ ຫາກຄູ່ແຂ່ງເດືອດຮ້ອນ ກໍຈົ່ງຊ່ວຍເຫຼືອ ເຮັດແບບນີ້ໄດ້ໃຈທັງຄູ່ແຂ່ງ ແລະ ຊາຍໜຸ່ມໃນດວງໃຈ.

 

ແບ່ງປັນ