Breaking News

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!

ແບ່ງປັນ

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!

ສາວໆຮູ້ບໍ່ວ່າການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ເຊິ່ງສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ… ຖ້າຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!!

  1. ເປັນຄົນເບິ່ງແຍງຕົນເອງ: ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ
  2. ບໍ່ເວົ້າຟຸມເຟືອຍ: ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ
  1. ແຕ່ງກາຍແບບລຽບງ່າຍ: ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ
  1. ຕາຈ້ອງຕາ: ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ
  1. ໝັ້ນໃຈໃນຕົວເອງ: ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ
  1. ມີຄວາມເປັນສ່ວນຕົວ: ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ
  1. ເຮັດຕົວມີຄວາມລັບ: ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ

ຮູ້ແບບນີ້ແລ້ວກໍລອງເບິ່ງເດິ້ສາວໆ…

ແບ່ງປັນ