Breaking News

ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ…

ແບ່ງປັນ

ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ…

ສະບາຍດີ! ຕ້ອນສູ່ເດືອນທັນວາ ເດືອນສຸດທ້າຍຂອງປີ 2019 ຂໍໃຫ້ເປັນເດືອນແຫ່ງຄວາມສຸກ ສົມຫວັງ ຂອງຄົນລາວທຸກຄົນເດີ້!!! ແລະ ມື້ນີ້ຂວັນໃຈເອງກໍມີຂ່າວດີ ຂ່າວແຫ່ງຄວາມສຸກສົມຫວັງຂອງຄົນລາວມາຕ້ອນເພື່ອເອົາໂຊກເອົາໄຊໃຫ້ກັບເດືອນສຸດທ້າຍຂອງປີກັນກ່ອນ ຂ່າວດີທີ່ຈະມາຕ້ອນແຟນໆໃນມື້ນີ້ກໍຄືຂ່າວຈາກເວທີ ການແຂ່ງຂັນຮູບເງົາ ວີດີໂອ ເດັກນ້ອຍ-ຊາວໜຸ່ມ ອາຊຽນຄັ້ງທີ່ 3 ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ແລະ ໄດ້ປະກາດຜົນລາງວັນໄປເມື່ອວັນທີ 30 ພະຈິກ ທີ່ຜ່ານມານີ້ ເຊິ່ງຜົນການຕັດສິນອອກມາກໍປາກົດວ່າ ເດັກນ້ອຍຕົວແທນຈາກປະເທດລາວເຮົາສາມາດຍາດໄດ້ເຖິງ 4 ລາງວັນດ້ວຍກັນ ເຊິ່ງປະກອບດ້ວຍ:

1.​​ ຮູບເງົາສັ້ນເລື່ອງ “ເພື່ອນຮັກ” ​ໄດ້ຮັບລາງວັນຄະນະກຳມະການເດັກນ້ອຍ(Kids’ choice AWARD)​ ປະເພດຮູບເງົາເດັກນ້ອຍ

2.​ ຮູບເງົາສັ້ນເລື່ອງ​” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ…​’ ໄດ້ຮັບລາງວັນຍອດນິຍົມ( Heart AWARD)​ປະເພດຮູບເງົາເດັກນ້ອຍ

3. ຮູບເງົາສັ້ນເລື່ອງ” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ….​”ລາງວັນຊະນະເລີດປະເພດຮູບເງົາເດັກນ້ອຍອາຍຸ 13-15​ ປີ

4. ຮູບເງົາສັ້ນເລື່ອງ” ຂ້ອຍຮັກ ເຈົ້າຮັກ ພວກເຮົາຮັກ…​ໄດ້ຮັບລາງວັນຊະນະເລີດປະເພດຮູບເງົາເດັກນ້ອຍອາຍຸ​16-17ປີ

ຂໍສະແດງຄວາມຍິນດີກັບນ້ອງໆທຸກຄົນເດີ້! ຂໍ້ໃຫ້ຮັກສາມູນເຊື້ອຄວາມເກັ່ງແບບນີ້ຕະຫຼອດໄດ້ເດີ້…

ຂອບໃຈຂໍ້ມູນ ແລະ ຮູບພາບ

ແບ່ງປັນ