Breaking News

ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ…

ແບ່ງປັນ

ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ…

ສິ້ນສຸດການລໍຄອຍຂອງແຟນໆນາງງາມ ທີ່ລຸ້ນກັນມາຕະຫຼອດ ກ່ຽວກັບຊຸດປະຈໍາຊາດທີ່ ນ້ອງເມ ວິຈິດຕາ ພອນວິໄລ ຈະສວມໃສ່ໃນຮອບ ຊຸດປະຈໍາຊາດເທິງເວທີໂລກຄື Miss Universe 2019. ເຊິ່ງທາງກອງປະກວດກໍຫາກໍເຜີຍໃຫ້ຮູ້ຍັງບໍ່ຮອດຊົ່ວໂມງ ບອກໄດ້ເລີຍວ່າ ອາລັງການງານສ້າງສົມກັບແຮງເຊຍມາຕະຫຼອດອີ່ຫຼີ!!! ສໍາລັບຊຸດດັ່ງກ່າວແມ່ນອອກແບບໂດຍນັກອອກແບບຊື່ດັງ ທ່ານ ຄໍາພີ ເຊິ່ງໄດ້ນໍາເອົາຊ້າງ ທີ່ຖືເປັນສັດປະຈຳຊາດຂອງລາວ ແຕ່ໃດມາ ທີ່ນຳເອົາລວດລາຍຂອງການເຄື່ອງສານ ທີ່ເຮົາພົບເຫັນໃນຮູບແບບ ຂອງແອບເຂົ້າ (ຕິບເຂົ້າ) ມາເປັນລວດລາຍຂອງຊ້າງພ້ອມທັງຕົບແຕ່ງດ້ວຍສັນຍາລັກຂອງຊາດ ກໍ່ຄືພະທາດຫລວງ ແລະ ທຸງຊາດລາວ ປະດັບດ້ວຍກິ່ນອາຍຂອງດອກຈຳປາ.

ຄວາມໂດດເດັ່ນຂອງການອອກແບບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ ການນຳເອົາເອກະລັກຂອງຊາດ ຂຶ້ນສູ່ເວທີສາກົນພຽງຢ່າງດຽວ ແຕ່ຍັງໄດ້ສອດແຊກເນື້ອຫາ ເພື່ອເປັນການຮຽກຮ້ອງ ການໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາ ປ່າໄມ້ ກໍ່ຄື ທຳມະຊາດ ໂດຍການນຳເອົາ ປ່າອາເມໂຊນ ທີ່ປຽບເຫມືອນ “ປອດຂອງໂລກ” ທີ່ຖືກໄຟໄຫມ້ໄປສ່ວນຫນຶ່ງໃນບໍ່ດົນນີ້ ທີ່ເປັນການສູນເສຍທີ່ຂ້ອນຂ້າງສ້າງຜົນກະທົບຫລາຍສົມຄວນຕໍ່ກັບລະບົບນິເວດ ແລະ ສະພາບແວດລ້ອມບໍລິເວນນັ້ນ ເຊິ່ງຈະຕ້ອງໃຊ້ເວລາຍາວນານ ສຳລັບການຟື້ນຟູຜືນປ່າ. ເພື່ອໃຫ້ທຸກຄົນເຫັນເຖິງຄວາມສຳຄັນຂອງປ່າໄມ້ ໃນໂລກ ກໍ່ຄື ຢູ່ໃນລາວ ທີ່ນັບມື້ນັບລຸດຫນ້ອຍຖອຍລົງ.

ເຖິງແມ່ນວ່າ ປ່າອາເມຊອນ ອາດຈະຟັງຄືໄກເກີນໄປ ສຳລັບຄົນລາວ ແຕ່ຜືນປ່າຂະຫນາດໃຫຍ່ ກວມເອົາພຶ້ນ 5,501,134.746 km2 ຂອງ ທະວີບ ອາເມຣິກາ ໃນສ່ວນຂອງ ອາເມຣິາກາລາຕິນ (ອາເມຣິກາໃຕ້) ແຫຼ່ງທຳມະຊາດທີ່ໃຫຍ່ທີ່ສຸດຂອງໂລກໃນຕອນນີ້ ກຳລັງນັບມື້ນັບຖືກທຳລາຍລົງ ຊຶ່ງຜົນກະທົບນັ້ນ ບໍ່ໄດ້ເປັນພຽງແຕ່ການສູນສັດພັນ ແລະ ລະບົບນິເວດພຽງຢ່າງດຽວ, ແຕ່ຫມາຍເຖິງ ໄພທຳມະຊາດ ແລະ ພາວະການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນກະທົບກັບເຮົາທຸກໆຄົນທີ່ອາໄສຢູ່ໃນໂລກ. ດັ່ງນັ້ນ, ການປົກປັກຮັກສາທຳມະຊາດ ຄືຄວາມຮັບພິດຊອບຂອງເຮົາທຸກຄົນ.

ວ້າວ! ຖືໄດ້ວ່າເປັນຊຸດທີ່ງົດງາມ ມີຄວາມໝາຍ ຄວາມສໍາຄັນຫຼາຍ ແລະ ຫວັງຢ່າງຍິ່ງວ່າຊຸດປະຈໍາຊາດຂອງ ນ້ອງເມ ເຮົາຈະສາມາດເອົາຊະນະໃຈກໍາມະການຈົນໄດ້ຮັບລາງວັນໃດລາງວັນໜຶ່ງກັບມາເດີ້!!! #ຮ່ວມສົ່ງກໍາລັງໃຫ້ ນ້ອງເມ Miss Universe Laos #ລາວສູ້ໆ

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ Facebook: May Vichitta Phonevilay – Miss Universe Laos 2019

ແບ່ງປັນ