Breaking News

ລາວຈະສູ້ໄຫວບໍ່? ມາເບິ່ງ! ຄວາມອາລັງການຂອງຊຸດປະຈໍາຊາດ MU Thailand ທີ່ຈະເອົາໄປປະຊັນໃນເວທີ MISS UNIVERSE 2019…

ແບ່ງປັນ

ລາວຈະສູ້ໄຫວບໍ່? ມາເບິ່ງ! ຄວາມອາລັງການຂອງຊຸດປະຈໍາຊາດ MU Thailand ທີ່ຈະເອົາໄປປະຊັນໃນເວທີ MISS UNIVERSE 2019…

ກໍາລັງເຂັ້ມຂຸ້ນກັນເລີຍສໍາລັບການປະກວດ Miss Universe 2019 ທີ່ຈັດຂຶ້ນຢູ່ປະເທດ ສະຫະລັດ ອາເມຣິກາ ເພາະຕອນນີ້ນາງງາມຕົວແທນຂອງແຕ່ລະປະເທດກໍທະຍອຍກັນປ່ອຍທີເດັດອອກເທື່ອລະໜ້ອຍ ໂດຍສະເພາະໃນຮອບຊູດປະຈໍາຊາດທີ່ບໍ່ມີໃຜຍອມໃຜໄດ້ເລີຍ… ສໍາລັບສາວເມ ວິຈິດຕາ ຕົວແທນປະເທດລາວເຮົາກໍໄດ້ເຜີຍອອກມາໃຫ້ຮູ້ແລ້ວວ່າ ເປັນຊຸດຊ້າງທີ່ເປັນສັດປະຈໍາຊາດຂອງຄົນລາວເຮົາມາປະສົມປະສານກັບເລື່ອງລາວຄວາມເປັນມາດ້ານວັດທະນະທໍາ ຮີດຄອງປະເພນີລາວທີ່ອອກມາແບບລົງຕົວທີ່ສຸດ!!!

ສ່ວນທາງດ້ານປະເທດໄທທີ່ໄດ້ຕົວແທນຄື ຟ້າໄສ ປະວິນສຸດາ ກໍບໍ່ໄດ້ໜ້ອຍໜ້າ ທາງດ້ານຄວາມງາມ ແລະ ຄວາມສາມາດ ພ້ອມທັງໄດ້ຈັບເອົາເທສະການງານບຸນປະເພນີຄື “ຜີຕາໂຂນ” ມາເປັນແຮງບັນດານໃຈໃນການສ້າງສັນຊຸດປະຈໍາຊາດ ເຊິ່ງໄດ້ເຫັນແລ້ວບອກໄດ້ວ່າ ອາລັງການພໍໆກັບຊຸດປະຈໍາຊາດລາວເຮົາເລີຍແຫຼະ! ງານນີ້ບໍ່ຮູ້ວ່າລາວເຮົາຈະສູ້ໄຫວບໍ່?

 

ເຮົາມາເອົາໃຈຊ່ວຍສົ່ງກໍາລັງໃຈໃຫ້ສາວເມຫຼາຍໆເດີ້!!! ແລະ ຂໍເປັນກໍາລັງໃຈໃຫ້ຕົວແທນຈາກປະເທດໄທ ແລະ ຕົວແທນຈາກທຸກປະເທດພ້ອມເດີ້… ສູ້ໆທຸກຄົນ #ເຊຍລາວ?????? #MissUniverse

ແບ່ງປັນ