Breaking News

ມາຮ່ວມເປີດໂລກໃຫ້ກວ້າງຂຶ້ນ!!! ອອກຈາກກອບເດີມໆທີ່ເປັນຢູ່ ທົດລອງສິ່ງທີ່ແປກໃໝ່ ກັບ Tiger Beer…

ແບ່ງປັນ

ມາຮ່ວມເປີດໂລກໃຫ້ກວ້າງຂຶ້ນ!!! ອອກຈາກກອບເດີມໆທີ່ເປັນຢູ່ ທົດລອງສິ່ງທີ່ແປກໃໝ່ ກັບ Tiger Beer…

ຊ່ວງເວລາຂອງການພັກຜ່ອນທີ່ດີທີ່ສຸດ ທຸກຄົນມັກຈະຄິດເຖິງຫຍັງ? ເປັນຄໍາຖາມທີ່ຕອບບໍ່ຍາກເລີຍແມ່ນບໍ່ ຫຼືຖ້າໃຜທີ່ຍັງຄິດບໍ່ອອກ ຜູ້ຂຽນມີຕົວເລືອກມາແນະນໍາຄື ໜຶ່ງໄປທ່ອງທ່ຽວສະຖານທີ່ຕ່າງໆທີ່ຕົວເອງມັກ, ສອງໄປຊອກກິນອາຫານແຊບໆທີ່ຕົວເອງຢາກກິນ, ສາມໄປນັ່ງເມົ້າມອຍຍາດກັນເວົ້າກັບໝູ່ສະນິດ ຫຼືຈະໄປສະວີດຫວານກັບຄົນຮັກກໍແລ້ວແຕ່…

ເພາະທຸກຄົນສາມາດເລືອກທີ່ຈະໄປໃສ ຫຼືເຮັດຫຍັງກໍໄດ້ທີ່ເຮັດໃຫ້ຕົວເອງມີຄວາມສຸກ ເພາະທຸກຄົນມີສິດເລືອກ, ເລືອກທີ່ຈະເຮັດສິ່ງໃໝ່ໆ, ເລືອກທີ່ຈະເຮັດໃນສິ່ງທີ່ແຕກຕ່າງ ແລະ ມື້ນີ້ຂວັນໃຈຈະມາພາໄວລຸ້ນທີ່ມີຄວາມກ້າ ໄປລອງຊິມລິ້ມລົດຊາດທີ່ແຕກຕ່າງ ເຊິ່ງຕ້ອງບອກກ່ອນວ່າ ມັນສ້າງມາເພື່ອໄວລຸ້ນຍຸກນີ້ໂດຍສະເພາະ (ບໍ່ໄດ້ມີເຈດຕະນາສົ່ງເສີມໃຫ້ດຶ່ມສິ່ງມືນເມົາ ບົດຄວາມນີ້ເໝາະສໍາລັບຜູ້ທີ່ມີ ອາຍຸ 18 ປີຂຶ້ນໄປ)

ສິ່ງພິເສດສໍາລັບໄວລຸ້ນຍຸກໃໝ່!!! ທີ່ຢາກຈະແນະນໍາໃຫ້ຮູ້ຈັກນັ້ນກໍຄື ເບຍ ໄທເກີ ທີ່ມາພ້ອມກັບລົດຊາດທີ່ແຕກຕ່າງ ແລະ ກັບກິດຈະກໍາສົ່ງເສີມທັກສະຄວາມສາມາດ ໃຫ້ໜຸ່ມສາວໆຄົນລາວກ້າທີ່ຈະອອກມາຈາກກອບຫຼາຍໆຢ່າງ ທີ່ພໍ່ແມ່ ແລະ ສັງຄົມຕັ້ງໃຫ້ ອອກມາສະແດງຄວາມສາມາດໃຫ້ສັງຄົມໄດ້ຮູ້ຈັກ ເຊັ່ນ: ຜູ້ທີ່ມີຄວາມມັກຮັກໃນເລື່ອງເກມ ກໍສາມາດເຝິກຕົວເອງໃຫ້ກາຍເປັນເມີໄດ້ ຫຼືຜູ້ທີ່ມັກໃນເລື່ອງກິລາ ກໍສາມາດພັດທະນາຕົວເອງໃຫ້ກາຍເປັນນັກກິລາທີ່ມີຊື່ສຽງໄດ້…

ນອກຈາກນັ້ນ ເບຍ ໄທເກີ ຍັງຖືກຍົກໃຫ້ເປັນເບຍທີ່ໄດ້ຮັບການຍອມຮັບໃນ ທະວີບ ອາຊີ ຍ້ອນລົດຊາດທີ່ມີຄວາມເປັນເອກະລັກ ແລະ ດື່ມງ່າຍ ເພາະຜະລິດຈາກວັດຖຸດິບທໍາມະຊາດ 100% ຜ່ານການໝັກ-ບົ່ມ ແລະ ກັ່ນຕອງດ້ວຍລະບົບຄວາມເຢັນພິເສດ ດ້ວຍອຸນນະພຸມ -1 ອົງສາ. ເໝາະທີ່ສຸດສໍາລັບສາວໆຄໍອ່ອນ ຫຼືໜຸ່ມໆທີ່ບໍ່ແມ່ນສາຍແຂງ ແລະ ເໝາະສໍາລັບມື້ພັກຜ່ອນທີ່ແສນສະບາຍຂອງຄົນໂສດ ແລະ ວັນຄອບຄົວສຸດພິເສດ.

ແລະ ຖ້າໃຜທີ່ຕິດຕາມເພຈຂອງ Tiger Beer ກໍຈະຮູ້ວ່າ ໄລຍະນີ້ນອກຈາກເພິ່ນຈະມີກິດກໍາສົ່ງເສີມໄວໜຸ່ມໃນສັງຄົມແລ້ວ ຍັງມີ ກິຈະກໍາແຈກ Tiger Beer ໃຫ້ຊິມຟຣີເຖິງເຮືອນ ແລະ ຈັດຄອນເສີດ ເພື່ອເປັນການເປີດປະສົບການໃໝ່ໃຫ້ກັບໜຸ່ມ-ສາວລາວເຮົາໃນງານ Tiger Crystal ເຊັ່ນ: ໃນວັນທີ 22 ພະຈິກ 2019 ທີ່ຜ່ານມາກໍມີວົງ TWOPEE SOUTHSIDE ຈາກປະເທດໄທ ກໍໄດ້ມາສ້າງສີສັນ ແລະ ພົບປະກັບແຟນໆຢູ່ທີ່ 3434 Station ແລະ ໃນວັນທີ 7 ທັນວາ 2019 ນີ້ ກໍຈະມີວົງ Hip-Hop ຊື່ດັງຈາກປະເທດໄທຄື WONDERFRAME ມາສ້າງຄວາມມ່ວນຊື່ນຢູ່ທີ່ຮ້ານອາຫານ ຕົ້ນເຂົ້າ ເຊິ່ງງານນີ້ບອກໄດ້ເລີຍວ່າ ໄດ້ໃຈໄວລຸ້ນໄປເຕັມໆ.

ຮູ້ແບບນີ້ແລ້ວ ຖ້າເລືອກໄດ້ແລ້ວວ່າຈະໄປໃສໃນມື້ພັກຜ່ອນກໍຢ່າລືມຈັບ “ເບຍ ໄທເກີ” ມາເປັນຕົວຕຶ່ມເຕັມຄວາມສຸກກັນລອງເບິ່ງເດີ້!!! ຮັບຮອງບໍ່ມີຜິດຫວັງ…

ແບ່ງປັນ