Breaking News

ແຈກໄປແລ້ວ!!! ລົດຈັກ 12 ຄັນ ຈາກການສະສົມຝາເຫຼືອງນໍ້າດື່ມຫົວເສືອ

ແບ່ງປັນ

ໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2​ ຊັ້ນ ຈາກນ້ຳດື່ມຫົວເສືອ”  ໄດ້ຈັດງານຈັບສະຫຼາກແຈກໂຊກຄືນກຳໄລໃຫ້ກັບລູກຄ້າຄັ້ງທີ 1 ໂດຍໄດ້ແຈກລົດຈັກ  Honda Wave 110i  ຈຳນວນ 12 ຄັນ ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້ ທີ່ບໍລິສັດ ເບຍລາວ ຈຳກັດ.   ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ.

ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ 31 ທັນວາ 2019 ຊິງໂຊກຮັບ ລົດໃຫຍ່ Ford Everest 1 ຄັນ ແລະ ລົດ Honda Wave 110i ອີກ 12 ຄັນ ອາດເປັນຂອງທ່ານໄດ້. ເຊິ່ງລວມມູນຄ່າໃນການແຈກລາງວັນຄັ້ງນີ້ຫຼາຍກວ່າ 2.5 ຕື້ກີບ.

ສຳລັບຄັ້ງນີ້ ແມ່ນໄດ້ແຈກໄປແລ້ວ Honda Wave 110i  12 ຄັນ ເຊິ່ງໄດ້ມອບການຈັບສະຫຼາກອອກເປັນ 3 ພາກ ທົ່ວປະເທດລາວ ພາກລະ 4 ຄັນ ມີຜູ້ໂຊກດີດັ່ງນີ້:

ຜູ້ໂຊກດີ ພາກເໜືອ ໄດ້ແກ່:

1.​ ທ່ານ ຄຳສືທໍ  ແຂວງຫຼວງພະບາງ ເບີໂທ 020 91049XXX

2. ທ່ານ ພອນຈິດ ແຂວງອຸດົມໄຊ   030 9298XXX

3. ທ່ານ ນາງ ຕູ່ນີ ວິໄລທອງ ແຂວງຫຼວງພະບາງ 020 55166XXX

4. ທ່ານ ພວງແກ້ວ ແຂວງຫົວພັນ 020 22348XXX

ຜູ້ໂຊກດີ ພາກກາງ ໄດ້ແກ່:

  1. ທ່ານ ບຸນກອງ ອິນທະວົງ ບ້ານໂນນສະຫງ່າ ນະຄອນຫຼວງວຽງຈັນ 020 58248XXX
  2. ທ່ານ ຫວື້ທໍ້ ບ້ານທ່ານາກ ນະຄອນຫຼວງວຽງຈັນ 020 97449XXX
  3. ທ່ານ ນາງ ຫຼ້າມະນີພອນ ນະຄອນຫຼວງ 020 56944XXX
  4. ທ່ານ ເຕ້ ສຸກສະຫວັດ 020 58888XXX

ຜູ້ໂຊກດີ ພາກໃຕ້ ໄດ້ແກ່:

1.​ ທ່ານ ນາງ ຫັດສະດີ ແຂວງສະຫວັນນະເຂດ 020 96043XXX

2. ທ່ານ ນາງ ໂສພາພອນ ແຂວງຈຳປາສັກ 030 9302XXX

3. ທ່ານ ອຸດອນ ແຂວງຈຳປາສັກ 020 55733XXX

4. ທ່ານ ພະນີພອນ ແຂວງຈຳປາສັກ 020 77733XXX

ກະຕິກາການເເລກ:

ໂຊກຊັ້ນທີ 1: ສະສົມຝາເຫຼືອງ ນໍ້າດື່ມຫົວເສືອຂະໜາດໃດກໍໄດ້ຄົບຕາມຈຳນວນກຳນົດເພື່ອເເລກຮັບຂອງລາງວັນພ້ອມສະຫຼາກ ຮ່ວມຊິງໂຊກລາງວັນລົດໃຫຍ່ Ford Everest ແລະ ລົດຈັກ Honda Wave 110iຕາມຕົວເເທນຈຳໜ່າຍບໍລິສັດເບຍລາວທົ່ວປະເທດ.

– 10 ຝາ ແລກຮັບສະຫຼາກລຸ້ນຮັບລາງວັນໃຫຍ່ 5 ສະຫຼາກ
– 300 ຝາ ແລກຮັບຄັນຮົ່ມຫົວເສືອ ແລະ ສະຫຼາກລຸ້ນຮັບລາງວັນໃຫຍ່ 10 ສະຫຼາກ
– 700 ຝາ ແລກຮັບກະຕິກນຳ້ກ້ອນຫົວເສືອ ແລະ ສະຫຼາກລຸ້ນຮັບລາງວັນໃຫຍ່ 30 ສະຫຼາກ

ໂຊກຊັ້ນທີ 2: ຂຽນຊື່ ແລະ ເບີໂທໃສ່ສະຫຼາກເເລ້ວປ່ອນລົງກ່ອງຮັບສະຫຼາກເພື່ອລຸ້ນຮັບລົດ Ford Everest ຈຳນວນ 1 ຄັນ ແລະ ລົດຈັກ Honda Wave 110i ຈຳນວນ 24 ຄັນ.

 

ແບ່ງປັນ