Breaking News

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສືຟຣີ…

ແບ່ງປັນ

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສື ຟຣີ…

ແອັດມິ້ນເຫັນຂ່າວນີ້ແລ້ວອົດຍິ້ມທັງນໍ້າຕາບໍ່ໄດ້ ເພາະມັນຮູ້ສຶກໄດ້ເຖິງຄວາມມີນໍ້າໃຈອັນຫາໃສປຽບບໍ່ໄດ້ ເພາະເດັກນ້ອຍອາຍຸພຽງ 12 ປີ ແຕ່ມີຄວາມຄິດຄວາມອ່ານ ແລະ ມີນໍ້າໃຈເອຶ້ອເຟື້ອເພື່ອແຜ່ເພື່ອນມະນຸດດ້ວຍກັນຂະໜາດນີ້ ແອັດມິ້ນບໍ່ຮູ້ຈະຍົກຄໍາໃດຂຶ້ນມາຍົກຍໍສັນເສີນເຈົ້າໄດ້ດີໄປກວ່າຄໍາວ່າ ສຸດຍອດນໍ້າໃຈ ພ້ອມທັງຂຽນເລື່ອງລາວເຜີຍແຜ່ໃຫ້ຜູ້ໃຫຍ່ຫຼາຍໆຄົນໄດ້ອ່ານ… ເຊິ່ງເລື່ອງລາວທີ່ແອັດມິ້ນຈະມາເລົ່າຕໍ່ໄປນີ້ ຢາກໃຫ້ທຸກຄົນທີ່ໄດ້ອ່ານ ຄິດເຖິງພາບຕົວເອງຕອນອາຍຸ 12 ປີ ວ່າເຮັດຫຍັງຢູ່ ແລ້ວເຈົ້າຈະຮູ້ໄດ້ເຖິງຄວາມສຸດຍອດຂອງເດັກນ້ອຍຄົນນີ້ ທ້າວ ນິກາໂນ ກິນເຕໂຣສ (Nicanor Quinteros) ໜຸ່ມນ້ອຍອາຍຸ 12 ປີ ຈາກປະເທດ ອາເຈນຕີນ່າ ທີ່ໄດ້ກໍ່ສ້າງໂຮງຮຽໜຂອງຕົວເອງຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ທຸກຍາກ ໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ ຄືທີ່ລາວເຄີຍໄດ້ຮັບໂອກາດ.

ໂດຍຈຸດເລີ່ມຕົ້ນຂອງແນວຄວາມຄິດອັນຍິ່ງໃຫຍ່ນີ້ ແມ່ນເກີດຂຶ້ນຕັ້ງແຕ່ຕອນທີ່ລາວມີອາຍຸພຽງ 9 ປີ ເພາະເຫັນວ່າ ເດັກນ້ອຍຫຼາຍຄົນໃນຂົງເຂດທີ່ຕົນເອງອາໄສຢູ່ ບໍ່ມີໂອກາດໄດ້ຮຽນໜັງສື ເນື່ອງຈາກບັນດາຄອບຄົວທີ່ອາໄສຢູ່ເຂດນັ້ນເປັນຄອບຄົວທຸກຍາກ ບາງຄອບຄົວກໍບໍ່ມີທີ່ຢູ່ອາໄສ… ນິກາໂນ ແລະ ຍ່າຂອງລາວຈຶ່ງໄດ້ຮ່ວມກັນສ້າງໂຮງຮຽນທີ່ຢູ່ໃນສວນຫຼັງບ້ານ ເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດເຫຼົ່ານັ້ນໄດ້ເຂົ້າມາຮຽນໜັງສື ເຊິ່ງປັດຈຸບັນມີນັກຮຽນ 36 ຄົນ.

ໂດຍໂຮງຮຽນຂອງລາວນັ້ນມີ 3 ຫ້ອງຮຽນ ສ້າງຈາກວັດສະດຸງ່າຍໆເຊັ່ນ: ໄມ້ອັດ, ແກັດເຈ້ຍ, ລວມທັງປຶ້ມຂຽນຣິໄຊເຄິ້ລ ເພື່ອໃຫ້ນັກຮຽນໃຊ້ໃນການຈົດເນື້ອໃນ. ນອກນັ້ນ ໂຮງຮຽນຫຼັງນີ້ຂອງ ນິກາໂນ ຍັງໄດ້ຮັບການສະໜັບສະໜູນຈາກຊຸມຊົນໃນການບໍລິຈາກສິ່ງຂອງທີ່ຈໍາເປັນໃນການຮຽນ ເຊິ່ງນິກາໂນ ເອງກໍຮັບໜ້າທີ່ເປັນຄູໃຫຍ່ຂອງໂຮງຮຽນ ແລະ ຍັງມີໝູ່ເພື່ອນຂອງລາວມາເປັນຄູສອນອີກ.

ສ່ວນ ນິກາໂນ ເອງນອກຈາກຈະເຮັດໜ້າທີ່ເປັນຄູໃຫຍ່ໃນໂຮງຮຽນນ້ອຍໆຂອງລາວແລ້ວ ລາວຍັງມີໜ້າທີ່ເປັນນັກຮຽນອີກ ໂດຍ ນິກາໂນ ຈະເດີນທາງຫຼາຍກວ່າ 4 ກິໂລແມັດ ດ້ວຍລົດຖີບເພື່ອໄປຮຽນໜັງສືທີ່ໂຮງຮຽນປະຈໍາໃນຕອນເຊົ້າ ແລະ ຖີບລົດກັບມາສອນໃນຕອນແລງ… ນອກຈາກນັ້ນ ລາວຍັງເອົາເງິນຄ່າເຂົ້າໜົມທີ່ພໍ່ແມ່ໃຫ້ໄປໂຮງຮຽນທຸກມື້ ໄປຊື້ເຂົ້າໜົມແລ້ວມາຢາຍໃຫ້ນັກຮຽນຂອງລາວໄດ້ກິນນໍາກັນອີກດ້ວຍ…

  

ເປັນແນວໃດກັບເລື່ອງລາວສຸດປະທັບໃຈຂອງໜຸ່ມນ້ອຍ ນິກາໂນ ໄວ 12 ປີ ຄົນນີີ້ ສາມາດເອີ້ນວ່າເປັນ ສຸດຍອດຄົນມີນໍ້າໃຈໄດ້ບໍ່?

ຂອບໃຈທີ່ມາ: Una Studio

ແບ່ງປັນ