Breaking News

ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ)

ແບ່ງປັນ

ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ)

ເມື່ອກ່ອນໃນສະຖາບັນຄອບຄົວ ການທີ່ຜົວມີເມຍນ້ອຍ ຫຼືຕິດສາວບາງຄັ້ງສັງຄົມຍັງພິພາກວິຈານເມຍຊໍ້າວ່າ ດູແລຜົວບໍ່ດີ ຫຼືຶຖ້າມີການປະ-ຮ້າງກັນຂຶ້ນມາ ແມ່ຍິງກໍຍັງຖືກກ່າວປະນາມອີກວ່າ ບໍ່ມີຄວາມອົດທົນ ເຊິ່ງມັນສະແດງໃຫ້ເຫັນເລີຍວ່າ ສັງຄົມສະໄໝນັ້ນແມ່ນຍົກສູງຜູ້ຊາຍຫຼາຍກວ່າແມ່ຍິງ ແຕ່ມາປັດຈຸບັນນີ້ທີ່ເອີ້ນກັນວ່າ ເປັນສັງຄົມທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຜູ້ຊາຍຕ້ອງໃຫ້ກຽດແມ່ຍິງຫຼາຍຂຶ້ນໃນສາຍຕາຂອງສັງຄົມ ມີຍິງເຮົາເລີ່ມມີບົດບາດໃນສັງຄົມຫຼາຍຂຶ້ນ ໃນສະຖາບັນຄອບຄົວກໍເຊັ່ນກັນ ເຮັດໃຫ້ໄລຍະຫຼັງໆມານີ້ ພວກເຮົາມັກຈະເຫັນຜ່ານໂຊຊ່ຽວມີເດຍຢູ່ເປັນປະໍຈໍາເລື່ອງການຮຽກຮ້ອງສິດທິຂອງເມຍໃຫຍ່ ເມື່ອຜົວໄປມີເມຍນ້ອຍ ຈົນບາງກໍລະນີກໍອອກຈະໄປທາງຕັ້ງໃຈໃຫ້ສັງຄົມວິຈານຜູ້ກະທໍາຜິດ ກໍຄືເມຍນ້ອຍນັ້ນເອງ… ຈົນເຮັດໃຫ້ສັງຄົມຫຼາຍຝ່າຍຕັ້ງຄໍາຖາມກັບກໍລະນີແບບນີ້ວ່າ ການກະກໍາບາງຢ່າງທີ່ເກີນໄປເຮັດໃຫ້ເມຍນ້ອຍໄດ້ຮັບຄວາມອັບອາຍ ຂາຍໜ້າຂາຍຕາແບບນັ້ນ ບ້ານເຮົາມີກົດໝາຍຄຸ້ມຄອງເມຍນ້ອຍບໍ່? ອັນນີ້ແອັດມິ້ນຕອບໃຫ້ເລີຍ ບໍ່ມີປະເທດໃນໂລກທີ່ສ້າງກົດໝາຍຄຸ້ມຄອງເມຍນ້ອຍໄດ້ເນາະ ເພາະຖ້າມີກົດໝາຍແບບນັ້ນ ອາດຈະມີຂະບວນປະທ້ວງຂອງບັນດາເມຍໃຫຍ່ຢ່າງແນ່ນອນ ວ່າບໍ່ 555. ແລະ ໃນທາງກົດໝາຍແລ້ວພຶດຕິກໍາດັ່ງກ່າວແມ່ນຖືວ່າເປັ ນການ “ການທຳມິດສະຈານ”  ໂດຍອິງຕາມຂອບກົດໝາຍ “ວ່າດ້ວຍການທຳມິດສະຈານ” ເຊິ່ງມີລາຍລະອຽດດັ່ງນີ້:

ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ ໄດ້ກ່າວໄວ້ວ່າ “ບຸຸກຄົນຜູ້ໃດທີ່ມີເມຍ ຫຼື ຜົວ ຫາກໄດ້ເສບສົມກັບຜູອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 500.000 ກີບ – 5.000.000 ກີບ.” ຄູ່ທຳມິດສະຈານກໍຈະຖືກລົງໂທດໃນສະຖານດຽວກັນ.   

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ