Breaking News

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ…

ແບ່ງປັນ

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ…

ເອີ້ນໄດ້ວ່າເປັນພໍ່ແມ່ມືໃໝ່ທີ່ກໍາລັງເຫີ່ລູກຢ່າງໜັກເລີຍ ສໍາລັບພໍ່ຟຣຸກ ແລະ ແມ່ແອັບເປິ່ນ ທີ່ຫາກໍໃຫ້ກໍາເນີດລູກສາວ ນ້ອງຈູນີ່ ຄົບຮອບ 8 ມື້ (ມື້ວານນີ້) ໂດຍທັງສອງນັ້ນກໍໄດ້ອັບເດດພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ອອກມາຜ່ານ ເພຈເຟສບຸກສ່ວນຕົວໃຫ້ ແມ່ໆ ປ້າໆ ນ້າໆ ໄດ້ຕິດຕາມຢູ່ເປັນປະຈໍາ ແລະ ນ້ອງຈູນີ່ເອງກໍເປັນເດັກນ້ອຍທີ່ໜ້າຮັກ ໜ້າຊັງເປັນທີ່ສູດດດດ. ແຕ່ສິ່ງທີ່ເຮັດໃຫ້ປ້າໆ ນ້າໆໃຈລະລາຍ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງຈູນີ່ ຫຼາຍຂຶ້ນຕຶ່ມ ເມື່ອພໍ່ຟຣຸກ-ແມ່ເປິ່ນ ຈັບນ້ອງມາຖ່າຍແບບເປັນຄັ້ງທໍາອິດ ຫຼັງຈາກຄົບຮອບ 8 ມື້. ແຕ່ລະຮູບບໍ່ມີຄໍາບັນຍາຍໄດ້ເຖິງຄວາມໜ້າຮັກຂອງນ້ອງ ຮູ້ແຕ່ວ່າເບິ່ງຮູບໃດລະຕ້ອງຍິ້ມນໍາຢູ່ຕະຫຼອດ. ເຊິ່ງມື້ນີ້ແອັດມິ້ນຈະນໍາເອົາພາບດັ່ງກ່າວໆມາຕ້ອນແຟນໆຂວັນໃຈ ແລະ FC ນ້ອງຈູນີ່ ໃຈລະລາຍນໍາກັນ… ໄປເບິ່ງກັນເລີຍ!!!

    

ຂອບໃຈຮູບພາບຈາກ: Fluke Jira

ແບ່ງປັນ