Breaking News

ຖ້າໃຜໄປທ່ຽວຊຽງຂວາງຢ່າລືມໄປທ່ຽວສະຖານທີ່ແຫ່ງນີ້ເດີ້!!

ແບ່ງປັນ

ມື້ນີ້ຈະພາໄປທ່ຽວແຂວງຊຽງຂວາງ ໄປແຊ່ນໍ້າອຸ່ນນໍ້າກັນ ບໍ່ນໍ້າຮ້ອນເກີດຂຶ້ນຢູ່ຫຼາຍແຫ່ງໃນແຂວງຊຽງຂວາງ ແຕ່ຫຼາຍກວ່າໝູ່ແມ່ນຢູ່ໃນເມືອງຄໍາ ແລະ ໜຶ່ງໃນບັນດາບໍ່ນໍ້າຮ້ອນທີ່ໂດດເດັ່ນຢູ່ໃນເມືອງຄໍາ ກໍ່ແມ່ນບໍ່ນໍາຮ້ອນບ້ານນາທອງນັ້ນເອງ.

ບໍ່ນໍ້າຮ້ອນບ້ານນາທອງນີ້ ຕັ້ງຢູ່ຫ່າງຈາກເທສະບານເມືອງຄໍາພຽງແຕ່ 800 ແມັດ ແລະ ເປັນບໍ່ນໍ້າຮ້ອນທີ່ເກີດຈາກຫຼືບຫີນ ເຊິ່ງບໍ່ນໍ້າຮ້ອນແຫ່ງນີ້ມີນໍ້າໃສສະອາດ ແລະ ໄຫຼຕະຫຼອດປີ.

ບໍ່ນໍ້າຮ້ອນແຫ່ງນີ້ມີອຸນຫະພູມປະມານ 45 – 50 ອົງສາ ແລະ ປັດຈຸບັນ ປະຊາຊົນໄດ້ສ້າງເປັນອ່າງ ເພື່ອເປັນບ່ອນອາບນໍ້າໃນລະດູໜາວ ເຊິ່ງເໝາະສົມທີ່ສຸດໃນການພັກຜ່ອນຢ່ອນໃຈ ໂດຍການລົງແຊ່ບໍ່ນໍ້າຮ້ອນໃຫ້ເຊົາອິດເມື່ອຍ ແລະ ເປັນການສ້າງຄວາມສົດຊື່ນໃຫ້ຮ່າງກາຍ ແລະ ຈິດໃຈອີກດ້ວຍ ຖ້າທ່ານໃດຢ່າກໄປພັກຜ່ອນກໍ່ສາມາດໄປໄດ້ ເຊິ່ງເພິ່ນເປີດໃຫ້ບໍລິການທຸກມື້.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

ເຄຼດິດຮູບພາບ: google.com

ແບ່ງປັນ