Breaking News

ການແຂ່ງ​ຂັນຮ້ອງ​ເພງ PEPSI Singing Contest 2017 ຈະເລີ່ມຂຶ້ນແລ້ວ!

ແບ່ງປັນ

​ເຊີນຊວນ​ໄວ​ໜຸ່ມ​ຍິງ-​ຊາຍ​ອາຍຸ 15-20 ປີຜູ້ທີ່ມີນໍ້າສຽງຊົງພະລັງ ແລະ ເປັນເອກະລັກ​ເຂົ້າ​ຮ່ວມ​ຄັດ​ເລືອກ ​ການ​ປະ​ກວດ​​ແຂ່ງ​ຂັນຮ້ອງ​ເພງ ​PEPSI Singing Contest 2017 ເພື່ອຊິງ​ຂັນ​ ລັດຖະມົນຕີ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ເລີ່​ມ​ແຕ່​ປັດຈຸບັນ​ນີ້ ຈົນ​ເຖິງວັນ​ທີ 5 ພຶດສະພາ 2017 ນີ້ເປັນຕົ້ນໄປ.

ແຂ່ງ​ຂັນຮ້ອງ​ເພງຄັ້ງ​ນີ້ ​ເປັນ​ການ​ປະ​ກວດ​ຮ້ອງ​ເພງ ​ໃນ​ຮູບ​ແບບ​ເພງ​ສະຕິ​ງ ຫຼື POP Song ປະ​ເພດ​ຮ້ອງ​ດ່ຽວ  ປີ​ນີ້​ຜູ້​ຊະນະ​ເລີດ ຈະ​​ໄດ້​ຮັບ​ທຶນ​ການ​ສຶກສາ​ ສູງ​ເຖິງ 15 ລ້ານ​ກີບ ພ້ອມ​ຂັນ​ລັດຖະມົນຕີ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ​ໃບ​ກຽດຕິ​ຍົດ ​ແລະ ຂອງຂວັນ​ຈາກ​ເປ​ັບຊີ້, ລາງວັນ​ທີ 2 ທຶນ​ການ​ສຶກສາ 10 ລ້ານ​ກີບ ພ້ອມ​ຂອງ​ຂວັນ​ຈາກ​ເປັ​ບ​ຊີ, ລາງວັນ​ທີ 3 ຈຳນວນ 8 ລ້ານ​ກີບ ພ້ອມ​ຂອງ​ຂວັນ​ຈາກ​ເປັ​ບ​ຊີ ​ແລະ ລາງວັນ​ມິດ​ຕະພາບ 4 ລ້ານ​ກີບ ພ້ອມ​ຂອງ​ຂວັນ​ຈາກ​ເປ​ບ​ຊີ ​ເຊັ່ນ​ດ່ຽວກັນ ລວມມູນ​ຄ່າ​ສູງ​ເຖິງ 80 ລ້ານ​ກີບ ສຳລັບ​ຜູ້​ໃດ​ທີ່​ສົນ​ໃຈ ສາມາດ​ຮັບ​ແບບ​ຟ້ອມ​ໄດ້ ທີ່​ໂຮງຮຽນ, ໜ່ວຍລົດ​ປະຊາສຳພັນ​ໂຄງການ ​ແລະ ທາງ Facebook/Pepsilao ຫຼື ຊອບ​ຖາມ​ຂໍ້​ມູນ​ໄດ້ທີ 02028281234

ການ​ປະ​ກວດ​ຮ້ອງ​ເພງ​ປີ​ນີ້ ​ໄດ້​ແບ່ງ​ອອກ​ເປັນ 3 ຮອບ​ຄື: ຮອບ​ທີ 1 ​ແມ່ນ​ຮອບ​ຄັດ​ເລືອກ ​ ຈະ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 2 ​ເມສາ ທີ່​ສູນ​ການ​ຄ້າລາວ-ໄອ​ເຕັກ (ຕຶກ​ເກົ່າ)​​ເປັນ​ການ​ຮ້ອງ​ສຽງສົດ  ​ແບບ​ບໍ່​ມີ​ດົນຕີ ​​​ເຊິ່ງ​ຈະ​ໄດ້​ຄັດ​ເລືອກ​ເອົາ​ພຽງ​ແຕ່ 30 ຄົນ ​ໃນ​ທົ່ວ​ປະ​ເທດ; ຮອບ​ທີ 2  ​ແມ່ນ​ຮອບ ຮອງ​ຊະນະ​ເລີດ ​ເຊິ່ງຈະ​ຈັດ​ຂຶ້ນ​​ ໃນ​ວັນ​ທີ 6 ​ເມສາ ທີ່​ຄ້າຍ​ເພງ​ອິນ​ດີ​ເລັກ​ຄັອດ ​ໂດຍ​ຈະ​ຂັດ​​ໃຫ້ເລືອກ​ພຽງ​ແຕ່ 12 ຄົນ​ ຜູ້​ເຂົ້າ​ຮອບ​ຮອງ​ຊະນະ​ເລີດ ​ແມ່ນ​ຈະ​ໄດ້​ຮັບ​ການ​ຝຶກ​ຊ້ອມ ​ທັກ​ສະ​ທາງ​ດ້ານ​ການ​ຮ້ອງ​ເພງ, ການສະ​ແດງ​ເທິງ​ເວທີ ​ເປັນ​ເວລາ​ວ 3 ອາທິດ ຈາກ​ຄະນະ​ກຳມະການ ທີ່​ເປັນ​ນັກ​ຮ້ອງ​ມື​ອາຊີບ ​ເພື່ອ ກຽມພ້ອມ ​ໃນ​ການ​ແຂ່ງ​ຂັ້ນ​ ສຳລັບ​ຮອບ ທີ 3 ​ແມ່ນ​ຮອບ​ຊະນະ​ເລີດ ການ​ແຂ່ງຂັນ​ຈະ​ດຸ​ເດືອດ​ຍິ່ງ​ຂຶ້ນ ​ເຊິ່ງທັງ 12 ຄົນ ຈະ​ໄດ້​ສະ​ແດງ​ຄວາມ​ສາມ​າດ ​ໃນ​ການ​ຮ້ອງ​ເພງ ສອງ​ບົ​ດ​ເພງ​ຄື: ​ເພງ​ໄວ ​ແລະ ​ເພງ​ຊ້າ ​ເຊິ່ງ ​ຜູ້​ເຂົ້າ​ປະ​ກວ​ດ ສາມາດ​ຮອງ​ເພງ​ລາວ ຫຼື​ ​ເພງ​ສາກົນ​​ ​ໄດ້​ແນວ​ລະໜຶ່ງບົດ​ເພງ ​ ​ແລ້ວ​ແຕ່​ຄວາມ​ຖະໜັດ ຂອງ​ບຸກຄົນ ​ເຊິ່ງຮອບ​ຊະນະ​ເລີດນີ້ ຈະ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 5 ພຶດສະພາ ທີ່​ສູນ​ກິລາ​​ໃນ​ຮົ່ມ​ລ້ານ​ຊ້າງ (ບ້ານ​ໜອງ​ໄຮ)

ແບ່ງປັນ