Breaking News

ຄືນນີ້!!! ຖົ່ວລຽນ ຖອດໜ້າກາກແນ່ນອນ…

ແບ່ງປັນ

 

ໜ້າກາກ ຖົ່ວລຽນ Champ of the Champ ຂອງລາຍການແຂ່ງຂັນເພງຍອດນິຍົມ The Mask Singer , ຫຼັງຈາກທີ່ອາທິດກ່ອນເປີດສຶກແຂ່ງຂັນເພງກັນຢ່າງດຸເດືອດກັບ ໜ້າກາກ ກາດຳ ຈົນສາມາດຊະນະເລີດ ແລະ ເຊື່ອວ່າທຸກໆຄົນກໍຕ້ອງລໍຖ້າລຸ້ນວ່າພາຍໃຕ້ໜ້າກາກຖົ່ວລຽນນັ້ນຈະເປັນນັກຮ້ອງ ຫຼື ດາລາດັງຄົນໃດ ແລະ ມາຖ້າລຸ້ນໄປພ້ອມໆກັນໃນຄືນມື້ນີ້ ເວລາ 20:00 ໂມງ

ສຳລັບ ໜ້າກາກ ຖົ່ວລຽນ ນອກຈາກນໍ້າສຽງຮ້ອງເພງທີ່ມ່ວນ ແລະ ຄວາມສາມາດໂດດເດັ່ນແລ້ວ ຍັງມີສາຍາວ່າ “ຕະມຸຕະມິ” ເພາະດ້ວຍບຸກຂະລິກ ນິໃສ ການວາງຕົວ ເປັນຄົນໜ້າຮັກ ມັກເວົ້າຍອກໃຍກັບກຳມະການ ແຖມມັກອ້ອນແຟນໆຈົນເຮັດໃຫ້ໄດ້ຮັບຄວາມນິຍົມ ແລະ ເຖິງຂັ້ນຖືກໂຫວດຈົນໄດ້ຮັບ Champ of the Champ ໃນການແຂ່ງຂັນໃນເທື່ອນີ້.

ໃນເວລາທີ່ລໍຖ້າລອງມາຟັງເພງຮິດຂອງ ໜ້າກາກ ຖົ່ວລຽນ ໄປກ່ອນເດີ້ແຟນໆທີ່ໜ້າຮັກທຸກຄົນ!!!

ຮູບພາບ: The Mask Singer

ຄລິບ: WorkpointOfficial

ແບ່ງປັນ