Breaking News

ທ່ານເຄີຍຮູ້ບໍ່ວ່າການດີທ໋ອກ (Detox) ແມ່ນຫຍັງ?

ແບ່ງປັນ

    ມື້ນີ້ຂັວນໃຈ ຈະມາບອກໃຫ້ຮູ້ກ່ຽວກັບການດີທ໋ອກ (Detox) ມັນແມ່ນຫຍັງ ??

ການດີທ໋ອກ(Detox) ຄືການເຮັດຄວາມສະອາດທັງຮ່າງກາຍ, ຜິວພັນ ແລະ ຈິດໃຈ ເພາະທຸກມື້ນີ້ເຮົາຕ້ອງພົບກັບມົນລະພິດທີ່ຫຼາກຫຼາຍບໍ່ວ່າຈະເປັນແສງແດດ ຫຼື ຝຸ່ນ, ຄັວນ ແຕ່ຫຼາຍຄົນກໍ່ບໍ່ສົນໃຈ, ບໍ່ເບິ່ງແຍງຮ່າງກາຍ ແລະ ຜິວພັນ ຫຼືເວລາທີ່ເຮົາກິນສິ່ງຕ່າງໆທີ່ບໍ່ມີປະໂຫຍດເຂົ້າໄປລວມທັງສະພາບທາງຈິດໃຈທີ່ເຮົາຮູ້ສຶກຄຽດ, ໝົດຫວັງ, ໝົດກຳລັງໃຈມື້ລະຫຼາຍໆເທື່ອ. ສະນັ້ນການດີທ໋ອກ(Detox) ເປັນທາງເລືອກທີ່ສາມາດຊ່ວຍທ່ານໄດ້  ແລະ ວິທີເຮັດກໍ່ງ່າຍໆດັ່ງນີ້:

  1. ດີທ໋ອກ ລໍາໄສ້: ເຮັດງ່າຍໆພຽງແຕ່ດື່ມໃນຕອນເຊົ້າ.

ທ່ານເຄີຍມີອາການແບບນີ້ບໍ? ຖ່າຍຍາກ, ສິວຂຶ້ນ, ມີກິ່ນປາກອາການແບບນີ້ເປັນຕົ້ນ ອາການເຫຼົ່ານີ້ເກີດຈາກອາຫານມັນໆ, ຍ່ອຍຍາກເຮັດໃຫ້ລະບົບຂັບຖ່າຍບໍ່ດີ ແລະ ສິ່ງຕົກຄ້າງເຫຼົ່ານັ້ນຈະສະສົມຢູ່ໃນລຳໄສ້. ສະນັ້ນວິທີງ່າຍໆພຽງແຕ່ດື່ມນໍ້າໝາກນາວຫຼັງຈາກຕື່ນນອກໃນຕອນເຊົ້າ ຖ້າກິນຕໍ່ເນື່ອງກັນຢ່າງນ້ອຍ 1 ອາທິດແລ້ວຈະເລີ່ມຄ່ອຍໆເຫັນຜົນ ສ່ວນປະກອບຈະມີ ໝາກນາວເຄິ່ງໜ່ວຍ ກັບ ນໍ້າອຸ່ນ1 ຈອກ.

  1. ດີທ໋ອກ ຫົວໃຈ: ມີຄວາມສຸກງ່າຍພຽງແຕ່ນັ່ງສະມາທິ.

ການນັ່ງສະມາທິນີ້ສາມາດຊ່ວຍໃຫ້ຈິດໃຈສະຫງົບ ແລະ ຄວບຄຸມສະຕິໄດ້ ເພາະການນັ່ງສະມາທິຈະຊ່ວຍໃນເລື່ອງການຫາຍໃຈໃຫ້ຖືກວິທີ ຈະມີການລັ່ງສານໃນຮ່າງກາຍອອກມາ ສານທີ່ລັ່ງອອກມາຈະຊ່ວຍໃຫ້ເຮົາຮູ້ສຶກສົດຊື່ນ, ລະບົບການໝຸນວຽນຂອງເລືອດດີຂຶ້ນ. ແນະນຳໃຫ້ເຮັດກ່ອນນອນ ຫຼື ວ່າຕອນເຊົ້າໆໃນມື້ພັກຜ່ອນ ເລີ່ມຈາກ 5 ນາທີກ່ອນ(ສຳລັບຄົນທີ່ບໍ່ເຄີຍເຮັດ) ແລະ ເພິ່ມຂຶ້ນໄປເລື່ອຍໆ10-20ນາທີ່ຕໍ່ມື້ ຖ້າສຸຂະພາບຈິດຂອງເຮົາດີກໍ່ສົ່ງຜົນໃຫ້ສຸຂະພາບພາຍນອກສົດໃສຂຶ້ນ.

  1. ດີທ໋ອກ ສຸຂະພາບດີ: ດ້ວຍການອອກກຳລັງກາຍງ່າຍໆ.

ສຸດທ້າຍດ້ວຍການອອກກຳລັງກາຍ ຄວນອອກກຳລັງກາຍບໍ່ຕໍ່າກວ່າ 30 ນາທີ ເພື່ອໃຫ້ເຫື່ອອອກ, ເຫື່ອຈະຊ່ວຍຂັບໄລ່ສານພິດທີ່ສະສົມຢູ່ໃນຜິວໜັງ, ສິວ, ລະບົບໝຸນວຽນຂອງເລືອດໄດ້ດີຂຶ້ນ ແລະ ຍັງຊ່ວຍລະບົບການຍ່ອຍອາຫານ, ລະບົບຫາຍໃຈ, ລະບົບປະສາດໃຫ້ເຮັດວຽກໄດ້ດີຂຶ້ນ. ວິທີງ່າຍໆສຳລັບຄົນທີ່ບໍ່ມີເວລາໄປແລ່ນ, ຫຼີ້ນກິລາ ຫຼື ໄປຟິດເນັດສາມາດຍ່າງຂຶ້ນ-ລົງຂັ້ນໄດແທນການໃຊ້ລິບໃນບ່ອນເຮັດວຽກກໍ່ເປັນການອອກກຳລັງກາຍແບບເບົາໆໄດ້.

detox-1024x690

 

ແບ່ງປັນ