Breaking News

ຮ້ານອາຫານ ໂກດັງ (Go-Dunk Restaurant)

ແບ່ງປັນ

Delicious Guide

Keep Your Happiness Moment Keep @ Go-Dunk

ມາອີກແລ້ວສາວໆ ຄໍລຳແນະນຳຮ້ານອາຫານເດັດໆ ຖ້າມາວຽງຈັນແລ້ວຫ້າມພາດ,  ເຮົາຂໍນຳສະເໜີ ຮ້ານແນວສັງສັນປາຕີ້ເລີຍ ຊື່ວ່າ  “ໂກດັງ” ຟັງແຕ່ຊື່ກໍຮູ້ສຶກວ່າແຕກຕ່າງແລ້ວແມ່ນບໍ່ສາວໆ. ຮ້ານນີ້ຕັ້ງຢູ່ແຖວຕະຫຼາດວັງທອງ 450 ປີ ສູນລວມອາຫານແຊບໆ ລົດຊາດເດັດໆ ຫຼາກຫຼາຍຮ້ານ ໃຈກາງນະຄອນຫຼວງວຽງຈັນ ໄວ້ໃຫ້ສາວໆໄປແວ່ຫັ້ນເດ້

ບັນຍາກາດຂອງຮ້ານຈະອອກແນວ Loft Vintage ການຕົບແຕ່ງ Furniture ທຸກຢ່າງເປັນເຄື່ອງຂອງເກົ່າໆ ກໍຄື ຊື່ຂອງຮ້ານ “ໂກດັງ” ທີ່ເປັນສາງເກັບເຄື່ອງເກົ່າແກ່ຫັ້ນແຫຼະ ຕາມຝາຂອງຮ້ານ ຍັງໄດ້ເນັ້ນຮູບແຕ້ມແບບເທ້ໆ Art Art ໃນຫຼາຍໆຈຸດອີກ ເຮັດໃຫ້ບັນຍາກາດຂອງຮ້ານຊ່າງແຕກຕ່າງ ບໍ່ຄືໃຜເລີຍ ໃນນະຄອນຫຼວງວຽງຈັນນີ້.

ເອື້ອຍຈຽບ ເຈົ້າຂອງຮ້ານ ໄດ້ເລົ່າໃຫ້ຟັງວ່າ: ຈຸດລິເລີ່ມ ແລະ ແຮງບັນດານໃຈໃນການຕົບແຕ່ງຮ້ານ Style ນີ້ແມ່ນໄດ້ມາຈາກການມັກສະສົມຂອງເກົ່າຂອງຕົນ ແລະ ອ້າຍໂບ້ ຜູ້ເປັນຜົວຢູ່ແລ້ວ ເວລາໄປທ່ອງທ່ຽວຕ່າງປະເທດກໍມັກຈະຊື້ເຄື່ອງວາງຕົບແຕ່ງທີ່ເບິ່ງແລ້ວເກົ່າໆມາສະສົມໄວ້ ເລີຍເກີດຄວາມຄິດຢາກເປີດຮ້ານ Style ນີ້ຂຶ້ນ ແລະ ສິ່ງສຳຄັນຄືເຮົາຢາກເປັນຜູ້ນຳ ບໍ່ມັກຜູ້ຕາມ ເລີຍເປັນເຫດຜົນທີ່ເຮົາຢາກສ້າງຮ້ານແນວນີ້ຂຶ້ນມາ ຄົນສ່ວນຫຼາຍທີ່ກາຍໄປກາຍມາ ຫຼື ບໍ່ເຄີຍມາ ກໍມັກເຂົ້າໃຈວ່າຮ້ານເຮົາຍັງສ້າງບໍ່ແລ້ວ 555 ເພາະເປັນແນວແບບເກົ່າໆ.

ພາຍໃນຮ້ານປະກອບໄປດ້ວຍ Zone ນັ່ງຫຼິ້ນສະບາຍໆ ທັງ Indoor ແລະ Outdoor ຈັດໃຫ້ສາວໆທີ່ມັກຟັງເພງແບບເບົາໆ ກັບບັນຍາກາດສຸດ Romantic ຈິບວາຍກັບຄົນຮູ້ໃຈ ນັ່ງຝອຍຕຳເບຍກັບໝູ່ເພື່ອນ ຫຼືຫາກສາວໆຜູ້ໃດ ມັກແນວຄຶກຄື້ນ ມັກໂດດມັກເຕັ້ນ ມັກເພງສາກົນ ເພິ່ນກໍຍັງມີ Pub Zone ທີ່ມາພ້ອມວົງດົນຕີເສບສົດໆ ມ່ວນໆ ກັບນັກຮ້ອງທີ່ Import ມາຈາກ ປະເທດຟິລິປິນ ທຸກໆແລງ ເລີ່ມບັນເລງເວລາ 19:00 ໂມງເປັນຕົ້ນໄປ.

ສ່ວນອາຫານແມ່ນແບບ Fusion ທີ່ປະສົມປະສານອາຫານຈາກຕາເວັນຕົກ ແຕ່ຣົດຊາດຈະເຂັ້ມຂຸ້ນ ຖືກປາກຄົນບ້ານເຮົາສຸດໆ. ພິເສດ Chef ຂອງທາງຮ້ານ ແມ່ນ Import ມາຈາກຕ່າງປະເທດເລີຍ ເພິ່ນມີປະສົບການດ້ານອາຫານຫຼາຍກວ່າ 10 ປີ ພຸ້ນໃດ ຕ້ອງໄປຊິມໃຫ້ໄດ້ເດີ້ສາວໆ ພາດລະເສຍໃຈອີ່ຫຼີ ຢ່າຫາວ່າ ຂວັນໃຈ ບໍ່ເຕືອນ .. ສຳລັບເມນູແນະນຳ ແລະ ຮັບຮອງວ່າຣົດຊາດ ໜ້າຕາບໍ່ບ້ານໆຢ່າງແນ່ນອນ ເຖິງວ່າຊື່ຈະຄືບ້ານໆແດ່ກໍຕາມ ເຊັ່ນ: ທອດເຫັດ, Pizza ໂກດັງ, ສະປາເກັດຕີ້ Seafood, ຊີ້ນ Australian Wagyu ແລະ ປາອົບເກືອ ສ່ວນເຄື່ອງດື່ມທີ່ຫ້າມພາດແມ່ນ: ໂກດັງ Iced-tea, ໂກດັງ Smoothies ແລະ ຍັງມີເບຍ, ວາຍ (wine) ແລະ ເຫຼົ້າ ຫຼາກຫຼາຍຮູບແບບ ຈາກທົ່ວໂລກ ໄວ້ຄອຍບໍລິການສາວໆຢູ່ແລ້ວ .. ຈັດແລງນີ້ເລີຍເບາະ?

ທີມງານຂວັນໃຈເຊື່ອວ່າ ສາວໆຈະມີ Moment ອັນແສນສຸກ ມ່ວນຊື່ນ ພ້ອມຄວາມຊົງຈຳດີໆ ກັບຄົນທີ່ຮູ້ໃຈ ທີ່ຮ້ານໂກດັງແນ່ນອນ ບໍ່ວ່າຈະເປັນ ບັນຍາກາດ ບວກກັບສຽງເພງ, ຣົດຊາດອາຫານ, ເຄື່ອງດື່ມ ແລະ ການບໍລິການ ທີ່ປະທັບໃຈ ບໍ່ພຽງເທົ່ານັ້ນ ສາວໆຍັງສາມາດເລືອກເວລາຕາມສະດວກ ໃນການມາແວ່ຮັບປະທານອາຫານໄດ້ ຕັ້ງແຕ່ເຊົ້າຈົນຮອດທ່ຽງຄືນ ທັງໝົດນີ້ກໍເພື່ອເຮັດໃຫ້ລູກຄ້າທີ່ມາຮ້ານເຮົາມີຄວາມສຸກ ເຂົ້າກັບຄຳຂວັນ (slogan) ຂອງຮ້ານຄື “Keep Your Great Happiness Keep at Go-Dunk.”

ສຸດທ້າຍ ກໍຂໍຝາກຮ້ານ ໂກດັງ ໄວ້ເປັນອີກ 1 ທາງເລືອກທີ່ດີຂອງລູກຄ້າ ຖ້າຄິດເຖິງຄວາມການບໍລິການເປັນເລີດ, ອາຫານ Style ຕາເວັນຕົກ, ບັນຍາກາດສຸດ Vintage ເພງ Style ສາກົນທີ່ເປັນນັກຮ້ອງມືອາຊີບຈາກຕ່າງປະເທດ ໃຫ້ເພື່ອນໆຄິດຫາຮ້ານ ໂກດັງ ໄວ້ກ່ອນເລີຍ.

ສະຖານທີ່ຕັ້ງ ຕະຫຼາດວັງທອງ 450 ປີ ໃຫ້ບໍລິການຕັ້ງແຕ່ 10:00 – 23:30 ໂມງ   ໂທ: 020 7780 0747, 020 5567 6550, 020 5535 7714 ຫຼື ສາມາດຮັບຮູ້ ໂປຣໂມຊັນ ແລະ ລາຍລະອຽດຕ່າງໆໄດ້ທີ່ WWW.Facebook.com/ GoDunkLao

 

 

ແບ່ງປັນ