Breaking News

5 ເຫດຜົນທີ່ຄວນເບິ່ງຮູບເງົາເລື່ອງ ນ້ອງຮັກ “Dearest Sister” (ຄລິບ)

ແບ່ງປັນ

 ນ້ອງຮັກ (Dearest Sister)

“ນົກ” ຍິງສາວຈາກຊົນນະບົດຂອງລາວ
ຖືກເອີ້ນເຂົ້າມາຢູ່ເຮືອນຂອງພີ່ນ້ອງຫ່າງໆ
ທີ່ສາຍຕາກຳລັງເສຍເພື່ອເຂົ້າມາເບິ່ງແຍງ
“ອານາ” ເສດຖີຍິງ ທີ່ມັກຈະເຫັນພາບຫລອນ
ແຕ່ນາງບໍ່ຮູ້ວ່າ ຄວາມຈິງແລ້ວພາບຫລອນທີ່ນາງເຫັນຄືວິນຍານ ຊຶ່ງມາບອກເລກຫວຍ ມີພຽງນົກເທົ່ານັ້ນທີ່ຮູ້ຄວາມລັບນີ້ ແລະ ນາງຕ້ອງເລືອກລະຫວ່າງຊີວິດຄົນ ຫລື ຄວາມລ້ຳລວຍ

ນ້ອງຮັກ (Dearest Sister) ເປັນຮູບເງົາແນວລີ້ລັບສະຫຍອງຂວັນ ເຊິ່ງຮູບເງົາເລື່ອງນີ້ໄດ້ອອກສາຍມາແລ້ວເຖິງ 19 ເທສະການຮູບເງົາດັງທົ່ວໂລກ, ແຖມເດັດໄປກວ່ານັ້ນກໍຄື ຜູ້ກຳກັບຮູບເງົາເລື່ອງນີ້ເປັນແມ່ຍິງຄົນເກັ່ງຂອງລາວ ແມັດຕີ້ ໂດ ທີ່ຖືກຍອມຮັບມາແລ້ວຈາກທີມງານລະດັບ Hollywood, ແລະໃນວັນທີ 8 ພຶດສະພາ 2017 ຮູບເງົາເລື່ອງ ນ້ອງຮັກ ກຳລັງຈະເປີດສາຍຮອບສື່ມວນຊົນ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້

ດັ່ງນັ້ນເພື່ອແຟນເພສທ່ານໃດຍັງບໍ່ຮູ້ທີ່ໄປທີ່ມາຂອງ ຮູບເງົາເລື່ອງ ນ້ອງຮັກ ເປັນຮູບເງົາຈາກລາວເຮົາເລື່ອງນີ້ ຊະນີIndy ເລີຍໄປລວບລວມເອົາ 5 ເຫດຜົນທີ່ຄວນໄປເບິ່ງຮູບເງົາເລື່ອງນີ້ມາຝາກ…

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ

  1. ເນື້ອເລື່ອງຂອງຮູບເງົາ ບອກເລີຍວ່າເັດດສຸດ…

2. ກຳກັບໂດຍຜູ້ກັບກັບຍິງຄົນເກັ່ງ ແມັດຕີ້ ໂດ ຜູ້ສ້າງປະກົດການໃຫ້ວົງການຮູບເງົາລາວ

3. ຮັບປະກັນຄວາມມັນ

4. ຮູບເງົາເນື້ອເລື່ອງແນວລີ້ລັບ ເລື່ອງທີ່ 3 ຂອງລາວແຕ່ເປັນເລື່ອງດຽວທີ່ອອກອາລະວາດມາແລ້ວທົ່ວໂລກ

5. ນຳສະແດງໂດຍ ຕ໊ອດ ລີນ່າ ນາງແບບສຸດ Hot ຈາກລາວ

ຕົວຢ່າງຮູບເງົາ:

Official Trailer – ນ້ອງຮັກ (Dearest Sister) – Lao PDR, 2016

สำหรับภาษาไทย กรุณาเลื่อนลงFor English Please scroll down"ນົກ" ຍິງສາວຈາກຊົນນະບົດຂອງລາວ ຖືກເອີ້ນເຂົ້າມາຢູ່ເຮືອນຂອງພີ່ນ້ອງຫ່າງໆທີ່ສາຍຕາກຳລັງເສຍເພື່ອເຂົ້າມາເບິ່ງແຍງ "ອານາ" ເສດຖີຍິງ ທີ່ມັກຈະເຫັນພາບຫລອນ ແຕ່ນາງບໍ່ຮູ້ວ່າ ຄວາມຈິງແລ້ວພາບຫລອນທີ່ນາງເຫັນຄືວິນຍານ ຊຶ່ງມາບອກເລກຫວຍ ມີພຽງນົກເທົ່ານັ້ນທີ່ຮູ້ຄວາມລັບນີ້ ແລະ ນາງຕ້ອງເລືອກລະຫວ່າງຊີວິດຄົນ ຫລື ຄວາມລ້ຳລວຍຮູບເງົາສະຫຍອງ ລະທຶກຂວັນເລື່ອງທີ່ 2 ຈາກປະເທດລາວ ທີ່ສັນຈອນສາຍໃນເທສະການຮູບເງົາທົ່ວໂລກກວ່າ 24 ເທສະການ ກັບ 3 ລາງວັນຈາກເທສະການຮູບເງົາຜີສຸດມັນ"ນ້ອງຮັກ"ພົບກັບການສະແດງສຸດລະທຶກຂອງ ຕ໊ອດລີນ່າ ນັກສະແດງຂວັນໃຈຈາກລາວຮູບເງົາໂດຍ ແມັດຕີໂດ ຜູ້ກຳກັບຍິງຈາກປະເທດລາວຄົນທຳອິດທີ່ແຫກກົດຂໍ້ຫ້າມຮູບເງົາສະຫຍອງຂັວນ.11 ພຶດສະພາ – ອີ່ສານ/ ສປປລາວ18 ພຶດສະພາ- ກຸງເທບ———————————————————————————————–"นก"หญิงสาวจากชนบทของลาวถูกเรียกตัวเข้าสู่บ้านของญาติห่างๆที่สายตากำลังเสียเพื่อเข้ามาดูแล "อะนา" เศรษฐีหญิงที่มักจะเห็นภาพหลอน แต่เธอไม่รู้ว่าความจริงแล้ว ภาพหลอนที่เธอเห็นคือวิญญาณ ซึ่งมาบอกเลขลอตเตอรี่ให้ มีเพียงนกเท่านั้นที่รู้ความลับนี้ และเธอต้องเลือกระหว่างชีวิตคนหรือความร่ำรวยภาพยนตร์สยอง ระทึกขวัญเรื่องที่2 จากประเทศลาว ที่ตระเวนฉายในเทศกาลหนังทั่วโลกกว่า 24เทศกาล กับ 3รางวัลจากเทศกาลหนังผีสุดมันส์"น้องฮัก"พบกับบทบาทการแสดงสุดระทึกของ ต๊อดลีน่า นักแสดงขวัญใจจากลาวภาพยนตร์โดย แมตตี้ โด ผู้กำกับหญิงจากประเทศลาว คนแรกที่ทำลายกฎข้อห้ามหนังสยองขวัญ11 พฤษภาคม – อีสาน/ สปป ลาว18 พฤษภาคม- กรุงเทพ——————————————————————————————Nok, a young country girl from a rural Lao village has taken a job as a helper for a wealthy distant cousin, Ana, in the capital that is losing her sight. While her sight diminishes,Ana begins noticing shadowy figures on the edges of her peripheral vision which deliver a numeric message she cannot recall or decipher. While everyone assumes them to be hallucinations, or a figment of Ana's depressed imagination,only Nok, the sole witness of these hauntings, can recall the numbers and believes that these figures are actually supernatural visitors. When Nok uses the numbers in the Lao lottery and wins, she begins to realize that there is more to the messages than just delirium, but that she also must choose whether to help her cousin through the encounters or help herself with her new found wealth.The second horror film from Laos that has been celebrated in over 24 international film festivals around the world, and has won 3 international awards from prestigious festivals such as Sitges International, Lund International, and Fantasporto Portugal.Dearest SisterExperience a truly Lao film, starring renown singer & model, Totlina, and featuring actress Newt (Amphaiphun Phommapunya). A film by Mattie Do, Lao's first female film director and vanguard of Lao cinema.Coming to cinemas in Laos and Esaan Thailand May 11th, 2017Coming to cinemas Bangkok May 18th

โพสต์โดย ນ້ອງຮັກ Dearest Sister – A Lao Horror Film บน 31 มีนาคม 2017

 

ທີ່ມາ: ນ້ອງຮັກ Dearest Sister – A Lao Horror Film

ແບ່ງປັນ