Breaking News

ກຽມຮັບຊົມ ການເຕັ້ນ UYD ປະຈໍາປີ 2016

ແບ່ງປັນ

ການແຂ່ງເຕັ້ນປະຈໍາປີທີ່ມີຊື່ວ່າ “ ຊຸມຊົນໄວໜຸ່ມທີ່ຮັກໃນການເຕັ້ນ ” ຫຼື ຮູ້ຈັກກັນໃນນາມ URBAN YOUTH DANCE (UYD2016 ເຊິ່ງຈັດຂຶ້ນເປັນຄັ້ງທີ 4 ຂອງບໍລິສັດເຕັ້ນ ຟັງລາວ (Fanglao) ແລະ ຮອບປີ້ນ(Hoppin)  ແລະ ໃນປີນີ້ຈະແຕກຕ່າງກວ່າທຸກປີທີ່ຜ່ານມາ ເພາະໃນປີນີ້ແມ່ນຈະເນັ້ນຄວາມມ່ວນຊື່ນທັງສອງມື້ ເຊິ່ງຈະໄດ້ຈັດຂຶ້ນນັບຕັ້ງແຕ່ວັນ 9 – 10 ກັນຍາ 2016 ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ແລະ ມີຄະນະກໍາມະການຕັດສິນຈາກ 3 ປະເທດເຂົ້າຮ່ວມໃນການຕັດສິນຄັ້ງນີ້ຄື: ໄທ, ຫວຽດນາມ ແລະ ຍີ່ປຸ່ນ . ຈຸດປະສົງໃນການຈັດງານແຂ່ງເຕັ້ນຂຶ້ນກໍເພື່ອເປັນການປຸກລະດົມຊຸກຍູ້ສົ່ງເສີມຊຸມຊົນໄວໜຸ່ມຜູ້ທີ່ມີໃຈຮັກໃນການເຕັ້ນ ເຊິ່ງລາງວັນສໍາລັບຜູ້ທີ່ໄດ້ເຂົ້າຮອບຄື: ລາງວັນທີ 1 ໄດ້ 3.000.000 ກີບ, ລາງວັນທີ 2 ໄດ້ 2.000.000 ກີບ ແລະ ລາງວັນທີ 3 ໄດ້ 1.000.000 ກີບ.

ກິດຈະກຳມື້ທຳອິດ 9/9/2016  ແຂ່ງຂັນເຕັ້ນລະດັບນາໆຊາດ All Style Battle 4 vs 4 , ເຕັ້ນ Flash Mob. ເຂົ້າຊົມບໍ່ເສຍຄ່າ. ກິດຈະກຳມື້ສຸດທ້າຍວັນທີ 10/9/2016  ການສະແດງເຕັ້ນ ໃນຮູບແບບລະຄອນເວທີ ທີ່ມີຊື່ວ່າ ” Amazing BanNA ” ເລີ່ມ18:30 , ຈໍາໜ່າຍບັດ 19.000ກີບ/ບັດ.

ພາຍໃນງານຍັງເປີດຮັບເຄື່ອງບໍລິຈາກ : ເຄື່ອງນຸ່ງຮົ່ມມືສອງ ສະພາບດີ, ອຸປະກອນການຮຽນທີ່ທ່ານບໍ່ໃຊ້ແລ້ວ ຫຼື ໃໝ່ ນຳມາບໍລິຈາກທີ່ງານໄດ້ເລີຍ ເພື່ອນໍາໄປມອບໃຫ້ແກ່ຜູ້ທຸກຍາກຂາດເຂີນໃນເຂດຊົນນະບົດ.

ການຖະແຫຼງຂ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 2 ກັນຍາ 2016 ຢູ່ທີ່ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ອຸ່ນຫຼ້າ ຜາອຸດົມ ຜູ້ອໍານວຍການບໍລິສັດຟັງລາວ ແລະ ບັນດາສື່ມ່ວນຊົນຈາກຫຼາຍພາກສ່ວນ.

13696533_298046330539637_446796047_n

ແບ່ງປັນ