Breaking News

ເຮັດແນວໃດດີເມື່ອເລັບຈີກຕະຫຼອດ?

ແບ່ງປັນ

ເຮັດແນວໃດດີເມື່ອເລັບຈີກຕະຫຼອດ

ເມື່ອເລັບຈີກ ໃຜວ່າເປັນເລື່ອງເລັກນ້ອຍ ນອກຈາກເລັບຈະບໍ່ງາມແລ້ວຍັງໝາຍຄວາມວ່າ ຮ່າງກາຍກໍາລັງບອກເຮົາວ່າສຸຂະພາບຂອງເຮົາກໍາລັງຂາດສານອາຫານປະເພດວິຕາມິນ ແລະ ທາດເຫຼັກຢູ່ ແຕ່ວິທີການຟື້ນຟູເລັບງາມໆ, ເບິ່ງແຍງສຸຂະພາບດີກໍບໍ່ໄດ້ຖືວ່າເປັນເລື່ອງຍາກຈົນເກີນໄປ ສາວໆສາມາດເລີ່ມຕົ້ນເຮັດເອງໄດ້ຢ່າງງ່າຍໆໂດຍບໍ່ຕ້ອງເສຍເງິນເຂົ້າຮ້ານເຮັດເລັບໃຫ້ສິ້ນເປືອງເງິນເລີຍ.

ສິ່ງທໍາເຮັດອິດ ແລະ ສິ່ງທີ່ສໍາຄັນສໍາລັບຂັ້ນຕອນການຟື້ນຟູເລັບງາມໆນັ້ນງ່າຍໆຄື ຕ້ອງເລີ່ມຈາກການຮັບປະທານອາຫານທີ່ມີປະໂຫຍດກ່ອນເພື່ອທີ່ຈະຊ່ວຍເສີມສ້າງເລັບງາມໆເຊັ່ນ: ຜັກ, ໝາກໄມ້, ປະເພດຖົ່ວ ແລະ ພືດຊະນິດຕ່າງໆ ຊີ້ນສັດທີ່ບໍ່ມີນໍ້າມັນລວມໄປເຖິງໄຂ່, ຫອຍ, ໝາກອະໂວຄາໂດ ເພາະອຸດົມໄປດ້ວຍແຮ່ທາດສານອາຫານ ແລະ ວິຕາມິນທີ່ເປັນປະໂຫຍດຕໍ່ເລັບ ຈໍາພວກໄບໂອຕິນ, ວິຕາມິນ B7, ວິຕາມິນH ເຮັດໃຫ້ເລັບແຂງແຮງຂຶ້ນເອງໂດຍອັດຕະໂນມັດ ເມື່ອເກາະໃສກໍຈະບໍ່ຈີກຂາດງ່າຍ.

ອັນດັບຕໍ່ມາສາວໆນ່າຈະມັກເປັນພິເສດຄືການເລືອກໃຊ້ຄີມບໍາລຸງເລັບມື ແລະ ເລັບຕີນໂດຍສະເພາະໝັ່ນທາເປັນປະຈໍາເຊົ້າແລງ ຈະຊ່ວຍໃຫ້ເລັບແຂງແຮງ, ເກີດຄວາມຢືດຢຸ່ນບໍ່ແຫ້ງດ້ານ ນອກຈາກນີ້ສາວໆຄວນຮັກສາຄວາມສະອາດຂອງເລັບຢູ່ເປັນປະຈໍາເພື່ອປ້ອງກັນເຊື້ອພະຍາດ ຄວນຕັດເລັບໃຫ້ສັ້ນພໍເໝາະສົມ ການຈົ່ງເລັບຍາວ ຫຼື ຕົບແຕ່ງເລັບຫຼາຍເກີນໄປນັ້ນອາດຈະງາມສໍາລັບທ່ານ ແຕ່ກໍສ່ຽງທີ່ເລັບທ່ານຈະເສຍຫາຍຈາກອຸບັດຕິເຫດຕ່າງໆໄດ້ ລວມທັງການໃຊ້ຢາທາເລັບບາງຊະນິດທີ່ມີສານເຄມີເຊິ່ງຈະເຮັດໃຫ້ເກີດປະຕິກິລິຍາຕໍ່ເລັບ, ສົ່ງຜົນໃຫ້ເລັບເຫຼືອງ, ມີຄວາມເປາະບາງ ແລະ ຈີກຢູ່ຕະຫຼອດ ຄວນຢຸດທາເລັບ ຫຼື ເຄືອບເລັບຈັກໄລຍະເພື່ອເປັນການພັກຜ່ອນສຸຂະພາບເລັບ ຫຼື ປ່ອຍໃຫ້ເລັບໄດ້ຫາຍໃຈ.

ເລັບງາມ…ທໍາມະຊາດຊ່ວຍໄດ້:

  • ເອົານໍ້າມັນໝາກກອກໄປອຸ່ນແລ້ວນໍາມືແຊ່ໄວ້ໜ້ອຍໜຶ່ງ ແລ້ວເຊັດອອກຄ່ອຍໆເລັບຈະໜຸ່ມຂຶ້ນ ແລະ ບໍ່ເຮັດໃຫ້ຈີກຂາດງ່າຍ.
  • ເອົານົມສົດມາອຸ່ນໄຟພໍປະມານ ແລ້ວນໍ້າເລັບຂອງເຮົາໄປແຊ່ໄວ້ປະມານ 2-3 ນາທີ ຈະເຮັດໃຫ້ເລັບແຂງແຮງ ແລະ ຊຸ່ມຊື່ນຂຶ້ນ.
  • ແຊ່ເລັບໃນນໍ້າອຸ່ນເຊິ່ງມີນໍ້າມັນ Olive ປະມານ 10-15 ນາທີ ຊ່ວຍບໍາລຸງເລັບໄດ້ດີ ແຕ່ຢ່າແຊ່ດົນເກີນໄປເພາະຈະເຮັດໃຫ້ຜິວພັນ ແລະ ເລັບແຫ້ງໄດ້.
  • ເອົາຫົວກະທຽມມາບົດໃຫ້ລະອຽດແລ້ວນໍາມາທາເທິ່ງເລັບອາທິດລະສອງເທື່ອຈະຊ່ວຍບໍາລຸງເລັບໃຫ້ແຂງແຮງຂຶ້ນ.

ນອກຈາກນີ້ໃນຂະນະທີ່ເຮັດກິດຈະວັດປະຈໍາມື້ຕ່າງໆເຊັ່ນ: ຊັກເຄື່ອງ, ລ້າງຖ້ວຍ, ລ້າງລົດ ກໍຄວນໃສ່ຖົງມືທຸກເທື່ອເພື່ອປ້ອງກັນສານເຄມີເຂົ້າສູ່ເລັບພຽງເທົ່ານີ້ເລັບກໍງາມ, ກໍກັບຄືນມາແລ້ວ ແຕ່ສໍາລັບຄົນໃດທີ່ປະຕິບັດມາທຸກວິທີແລ້ວກໍຍັງບໍ່ດີຈາກເລັບຈີກ ບາງທີອາດມີພະຍາດບາງຢ່າງແອບແຝງຢູ່ເຫັນທີຕ້ອງໄປພົບແພດ ແລະ ເຮັດການປິ່ນປົວຕໍ່ໄປ.

 

ແບ່ງປັນ