Breaking News

ແຈ້ງການປິດເສັ້ນທາງໄລຍະກອງປະຊຸມສຸດຍອດອາຊຽນ

ແບ່ງປັນ

ເລີ່ມແຕ່ວັນທີ 06-08 ກັນຍາ 2016 ເປັນຕົ້ນໄປແມ່ນ:                                                                                                                             ງົດການສັນຈອນພາຫະນະທຸກປະເພດຕາມເສັ້ນທາງດັ່ງນີ້:                                                                                                                1. ຖະໜົນໄກສອນ ພົມວິຫານ (ແຕ່ປະຕູໄຊ ຫາ ສີ່ແຍກໄຟອໍານາດດົງໂດກ).   2.  ຖະໜົນຈອມມະນີ (ແຕ່ວົງວຽນໂທລະພາບແຫ່ງຊາດ ຫາ ສີ່ແຍກໄຟແດງອໍານາດໜອງໜ່ຽງ).

    ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ (ເປັນບາງເວລາ) ຕາມເສັ້ນທາງດັ່ງນີ້:

  1. ຖະໜົນສຸພານຸວົງ (ແຕ່ສາມແຍກສີໄຄ ຫາ ສີ່ແຍກໄຟອໍານາດສີຫອມຫຼັກ1).
  2. ຖະໜົນເສດຖາທິລາດ (ແຕ່ສີ່ແຍກໄຟອໍານາດສີຫອມຫຼັກ1 ຫາ ສີ່ແຍກໄຟອໍານາດທາດຂາວ).
  3. ຖະໜົນສາມແສນໄທ (ແຕ່ສີ່ແຍກໄຟອໍານາດທາດຂາວ ຫາ ສາມແຍກສວນເຈົ້າຟ້າງຸ່ມຫຼັກ2).
  4. ຖະໜົນເຈົ້າຟ້າງຸ່ມ (ແຕ່ສາມແຍກທາດຂາວ ຫາ ສໍານັກງານທະນາຄານການຄ້າຕ່າງປະເທດລາວ).
  5. ຖະໜົນລ້ານຊ້າງ (ແຕ່ຫໍຄໍາ ຫາ ປະຕູໄຊ).

ຕາມ ພະແນກ ຍທຂ ນະຄອນຫຼວງວຽງຈັນ , ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການເລກທີ 3125/ຍທຂ ນວ,ລົງວັນທີ 02 ກັນຍາ 2016 ກ່ຽວກັບການປິດເສັ້ນທາງສັນຈອນຂອງພາຫະນະທຸກປະເພດ ໃນໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ໃນລະຫວ່າງວັນທີ 06-08 ກັນຍາ 2016.

ໃນແຈ້ງການຍັງລະບຸວ່າ: ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ,ທາງຄົນຍ່າງ ຢ່າງເດັດຂາດຕາມເສັ້ນທາງທີ່ໄດ້ກ່າວມາຂ້າງເທິງນັ້ນ.

ດັ່ງນັ້ນຈິ່ງໄດ້ແຈ້ງເຖິງ: ບັນດາບໍລິສັດ,ລັດວິສາຫະກິດ,ຫ້າງຮ້ານ,ພະນັກງານ,ທະຫານ,ຕໍາຫຼວດ,ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ນໍາໃຊ້ລົດ ໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເປັນເຈົ້າການ ແລະ ປະຕິບັດຢ່າງເຂັ້ມງວດ ເພື່ອພ້ອມກັນເປັນເຈົ້າພາບທີ່ດີໃນການຕ້ອນຮັບບັນດາຜູ້ນໍາຂັ້ນສູງ ແລະ ແຂກຕ່າງປະເທດທີ່ເດີນທາງມາຮ່ວມກອງປະຊຸມ.

ຂອບໃຈທີ່ມາ: Target Hot News

ແບ່ງປັນ