ດວງປະຈໍາວັນທີ 5 ກັນຍາ 2016
- ວັນຈັນ.
ການເງິນ: ການເງິນຍັງບໍ່ຄ່ອຍດີ ຕ້ອງເສຍເງິນຄໍາກັບລາຍຈ່າຍທີ່ບໍ່ໜ້າຈະຈ່າຍ.
ວຽກງານ: ມີຄວາມກ້າວໜ້າ ເຮັດຫຍັງກໍ່ປະສົບຄວາມສໍາເລັດ ແລະ ຄົນອ້ອມຂ້າງໃຫ້ການສະໜັບສະໜູນ.
ຄວາມຮັກ: ການມີເຫດຜົນ ແລະ ເອົາໃຈເຂົາມາໃສ່ໃຈເຮົາຈະເຮັດໃຫ້ຄວາມສໍາພັນທີ່ມີຕໍ່ກັນດີຂຶ້ນ ແລະ ບັນຫາຫຼຸດລົງ.
- ວັນອັງຄານ.
ການເງິນ: ຈະມີແນວຄິດຫາເງິນຫຼາຍຂຶ້ນ ເຮັດໃຫ້ການເງິນຈະຂະຫຍາຍມີຖານະດີຂຶ້ນ.
ວຽກງານ: ຈະໄດ້ຮັບຂ່າວທີ່ບໍ່ຄ່ອຍດີກັບວຽກທີ່ໄປສະໝັກ ຫຼື ຜູ້ທີ່ກໍາລັງລໍຖ້າອະນຸມັດໂຄງການ, ການປະກວດແຂ່ງຂັນຕ່າງໆຍັງບໍ່ຄ່ອຍຈະເປັນໄປຕາມທີ່ຄາດຫວັງໄວ້.
ຄວາມຮັກ: ຈະເສຍໃຈທີ່ຄົນຮັກເຮັດໃຫ້ຜິດຫວັງຍ້ອນເລື່ອງເລັກນ້ອຍ ດັ່ງນັ້ນທ່ານຄວນເຮັດໃຈໃຫ້ກວ້າງຈຶ່ງບໍ່ໄດ້ຜິດຖຽງກັນ ສ່ວນຄົນໂສດ ອາດຈະມີຄົນເຂົ້າມາຈີບ.
- ວັນພຸດ.
ການເງິນ: ຈະໄດ້ຮັບໂຊກ, ມີລາຍໄດ້, ຄ່າຕອບແທນເຂົ້າມາເລື່ອຍໆ.
ວຽກງານ: ໃຫ້ລະວັງການເຮັດວຽກທີ່ຜິດພາດ ໃຫ້ທ່ານເຮັດຢ່າງຮອບຄອບພິຈາລະນາໃຫ້ດີ.
ຄວາມຮັກ: ລະວັງຄວາມເອົາແຕ່ໃຈຂອງຕົນເອງຈະເຮັດໃຫ້ແຟນທ່ານເບື່ອໜ່າຍ ແລະ ກາຍເປັນເຫດຜົນໃຫ້ຄົນອື່ນເຂົ້າມາແຊກໄດ້ງ່າຍ.
- ວັນພະຫັດ.
ການເງິນ: ເດັ່ນຫຼາຍ ກາານເງິນຊ່ວງນີ້ຈະມີເງິນເຂົ້າມາເລື່ອຍໆ.
ວຽກງານ: ອາດຈະໄດ້ຮັບເອກະສານ ຫຼື ຂ່າວທີ່ສໍາຄັນແນວໃດແນວໜຶ່ງ.
ຄວາມຮັກ: ລະວັງຈະຜິດຖຽງກັບແຟນ ເພາະທ່ານອາດຮູ້ສຶກວ່າເຂົາບໍ່ຄືເກົ່າເອົາໃຈອອກຫ່າງເໝືອນດັ່ງວ່າທົນຄົບກັນໄປກໍບໍ່ມີຫຍັງດີຂຶ້ນ.
- ວັນສຸກ.
ການເງິນ: ຜູ້ຍິງທີ່ມີອາຍຸນ້ອຍກວ່າຈະນໍາໂຊກມາໃຫ້ ຫຼື ໃຫ້ຄວາມຊ່ວຍເຫຼືອດ້ານການເງິນກັບທ່ານໄດ້.
ວຽກງານ: ຈະເຮັດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສໍາເລັດ ຈະເລີນຮຸ່ງເຮືອງໃນເລື່ອງວຽກງານຢ່າງບໍ່ໜ້າເຊື່ອ.
ຄວາມຮັກ:ຍັງບໍ່ມີເວລາໃຫ້ເລື່ອງນີ້ ເພາະຍັງໃສ່ໃຈໃນເລື່ອງເຮັດວຽກຫຼາຍກວ່າ.
- ວັນເສົາ.
ການເງິນ: ດວງການເງິນດີຂຶ້ນ ຄົນທີ່ລໍຖ້າຮັບເງິນຄ່າຕອບແທນ, ຄົນທວງໜີ້ຈະສົມຫວັງທວງເງິນໄດ້.
ວຽກງານ: ຊ່ວງນີ້ເຮັດເຕັມທີ່ໃຫ້ດີທີ່ສຸດໃນເລື່ອງການສ້າງຜົນງານ ຈະສາມາດປະສົບຄວາມສໍາເລັດໄດ້ດີ ແຕ່ກໍຕ້ອງເຮັດຢ່າງລະອຽດ, ຢ່າໃຈຮ້ອນຈົນເກີນໄປ.
ຄວາມຮັກ: ຈະໄດ້ພົບຄົນໝັ້ນໃຈໃນຕົນເອງ,ມີຄວາມເປັນຜູ້ນໍາ, ໃຈຮ້ອນແຕ່ກໍມີຊ່ວງເວລາທີ່ປະຕິບັດອ່ອນຫວານຕໍ່ທ່ານ.
- ວັນອາທິດ.
ການເງິນ: ບໍ່ຄ່ອຍດີ ແຕ່ດີທີ່ມີໝູ່ເພື່ອນຄອຍຊ່ວຍເຫຼືອເຮັດໃຫ້ທ່ານສາມາດຜ່ານພົ້ນໄປໄດ້.
ວຽກງານ: ຈະໄດ້ຮັບຂ່າວທີ່ລໍຄອຍ, ວຽກສີລະປະທຸກຂະແໜງລວມໄປເຖິງໃນອຸດສາຫະກໍາບັນເທິງຈະໃຫ້ຜົນດີເປັນພິເສດ.
ຄວາມຮັກ:ຄົນຮັກຈະມີທີທ່າທຳໃຫ້ທ່ານໝັ້ນໃຈໃນຕົວເຂົາຫຼາຍຂຶ້ນ ດ້ານຄົນໂສດ ອາດຈະພົບຮັກແບບບັງເອີນ.