Breaking News

ສາວນ້ອຍທັງງາມທັງເກັ່ງ NET IDOL ທີ່ຄ່ອງແຄ້ວ 3 ພາສາຫຼັງຈາກຮຽນ 1 ປີ ທີ່ຕ່າງປະເທດ!!!

ແບ່ງປັນ

 

ສະບາຍດີແຟນໆທຸກໆຄົນມື້ນີ້ ຂວັນໃຈ ຈະມາແນະນຳໃຫ້ຮູ້ຈັກ ສາວນ້ອຍໜ້າຮັກ ສຸກພະໄທ ລັງສີ  ອາຍຸ 20 ປີ ສາວນ້ອຍຮຽນເກັ່ງຈາກເມືອງ ປາກເຊ ແຂວງ ຈຳປາສັກ, ສາວນ້ອຍຄົນນີ້ຮຽນເກັ່ງຫຼາຍ ແລະ ໄດ້ຮັບທຶນການສຶກສາ Bach Khoa University(ມະຫາວິທະຍາໄລບັດຄວາ)   ທີ່ປະເທດ ຫວຽດນາມ ຕັ້ງແຕ່ປີ 2015 – ປັດຈຸບັນ ແລະ ຍັງມີລາງວັນອື່ນອີກເຊັ່ນ: ນັກຮຽນດີເດັ່ນທີ່ BKU, ລາງວັນຊະນະເລີດ ສອບເສັງຄະນິດສາດລະດັບແຂວງ ປີ 2015, ລາງວັນຊະນະເລີດASEAN Quiz ລະດັບປະເທດ 2014, ອັນດັບທີ 1 ຂອງແຂວງໃນການສອບເສັງຈົບຊັ້ນ ດ້ວຍຄະແນນ 73/80 ກັນເລີຍ…(ຂໍຊົມເຊີຍເດີ້ເກັ່ງອີ່ຫລີ)

ກ່ອນທີ່ຈະໄປຕ່າງປະເທດ ສຸກພະໄທ ລັງສີ (ຫຼືຮູ້ກັນໃນນາມ Amlex) ຊຳນານພຽງແຕ່ພາສາລາວ ແລະ ພາສາອັງກິດພຽງແຕ່ໜ້ອຍດຽວເທົ່ານັ້ນ, ຖືວ່າເກັ່ງຫຼາຍ!! ເພາະສຸກພະໄທໃຊ້ເວລາພຽງແຕ່ 1 ປີ ທີ່ Bach Khoa University(ມະຫາວິທະຍາໄລບັດຄວາ) ຄວາມສາມາດ ເວົ້າ ອ່ານ ຟັງ ຂຽນ ພາສາທີສາມ ກໍ່ແຂງຂຶ້ນ ເປັນຕົ້ນແມ່ນ ພາສາຫວຽດ ອັງກິດ ແລະ ເກົາຫລີ.

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ

ບໍ່ດົນມານີ້, ທາງທີມງານໄດ້ມີໂອກາດສຳພາດເປັນການສ່ວນຕົວກັບ Amlex ກ່ຽວກັບເລື່ອງລາວຊີວິດຢູ່ຕ່າງປະເທດ.

ແມ່ນຫຍັງທີ່ນ້ອງເຫັນວ່າມັນຍາກທີ່ສຸດສຳລັບການໄປຮຽນໄກ (ຕ່າງປະເທດ)?

Amlex: ເປັນຄຳຖາມທີ່ Amlex ຖືກຖາມຫຼາຍທີ່ສຸດ, ເພາະສ່ວນໃຫຍ່ ນັກຮຽນຕ່າງປະເທດລ້ວນແຕ່ພົບອຸປະສັກໃນການພົບປະ ແລະ ສື່ສານໃນຊີວິດປະຈຳວັນ. ແຕ່ຄວາມເປັນຈິງແລ້ວ, Amlex ເກືອບວ່າຈະບໍ່ມີບັນຫາດັ່ງກ່າວເລີຍ, Amlex ເປັນຄົນຂ້ອນຂ້າງມີວິໄສທັດດີ, ບໍ່ອາຍທີ່ຈະສະແດງອອກ. ສະນັ້ນ, ເວລາໃດທີ່ອະທິບາຍບໍ່ໄດ້, Amlex ຈະໃຊ້ພາສາແຂນຂາເປັນເຄື່ອງມື.

#ລອຍກະທົງຄົນດຽວ Amlex ວ່າ

Amlexຮຽນຢູ່ໂຮງຮຽນຊັ້ນນຳທາງດ້ານເທັກໂນໂລຊີຂອງຫວຽດນາມ, ສະນັ້ນ, ການນຳໃຊ້ເທັກໂນໂລຊີເຂົ້າໃນການຮຽນ ຈຶ່ງຖືວ່າເປັນສິ່ງທ້າທາຍທີ່ສຸດສຳລັບ Amlex. ກ່ອນໜ້ານີ້ 2 ປີ, Amlexບໍ່ມີຄວາມຮູ້ກ່ຽວກັບການນຳໃຊ້ໂປຣແກຣມ, ຊອຟແວອອນລາຍຕ່າງໆເລີຍ. ແຕ່ພໍຮຽນທີ່ ມະຫາວິທະຍາໄລບັັດຄວາ Bach KhoaUniveristy  ໄລຍະໜຶ່ງ, ເຫັນວ່າມັນເປັນສິ່ງທຳມະດາໄປເລີຍ. ດຽວນີ້ Amlex ສາມາດເຮັດ ເວັບໄຊ, ນຳໃຊ້ໂປຣແກຣມອອກແບບ 2D 3D, ແລະໂປຣແກຣມອື່ນໆທີ່ກ່ຽວຂ້ອງກັບການເຮັດວີດີໂອ, ແຕ່ງຮູບ. Amlex ກໍ່ຢາກທີ່ຈະແບ່ງປັນມັນກັບທຸກຄົນ, ໝູ່ເພື່ອນສາມາດເບິ່ງຜ່ານເພຈAmlex Journey(Facebook ຫຼືYoutube) ກໍ່ໄດ້.

#ປະສົມສານເຄທີທີ່ຫ້ອງທົດລອງ

ມະຫາວິທະຍາໄລທີ່ Amlex ຮຽນຢູ່ແມ່ນສອນເປັນພາສາອັງກິດ, ແຕ່ Amlex ຄ່ອງແຄ້ວພາສາຫວຽດໄດ້ແນວໃດ?

ກ່ອນໜ້ານີ້, Amlex ກໍ່ມີພື້ນຖານພາສາຫວຽດມາກ່ອນແລ້ວ. ແຕ່ພໍມາຮຽນຢູ່ Bach KhoaUniveristy, Amlex ກໍ່ມີໂອກາດພັດທະນາມັນໃຫ້ດີຂຶ້ນ. ທຸກໆມື້ ສົນທະນາກັບໝູ່ຮ່ວມຫ້ອງ, ຊື້ອາຫານການກິນ, ເຮັດວຽກກັບຄະນະ ຖືວ່າເປັນການພັດທະນາໄປໃນຕົວເລີຍ.

ສຳລັບອັງກິດເດ?

ເຖິງວ່າAmlex ຈະຮຽນຢູ່ປະເທດທີ່ບໍ່ແມ່ນເຈົ້າພາສາກໍ່ຕາມ ແຕ່ພາສາອັງກິດຂອງ Amlex ແມ່ນດີຂຶ້ນຂ້ອນຂ້າງຫຼາຍ ຖ້າທຽບໃສ່ເມື່ອກ່ອນ. ຕອນທີ່ຢູ່ອຸດົມ ເວົ້າແທ້ແມ່ນບໍ່ຮູ້ IELTS ແມ່ນຫຍັງເລີຍ, ແຕ່ຄະແນນ IELTS ຂອງ Amlex ທີ່ເສັງບໍ່ນານມານີ້ແມ່ນ 7.5 ຄະແນນ. Amlex ພັດທະນາໄດ້ແນວໃດບໍ? ທີ່ຈິງໝູ່ເພື່ອນສາມາດພັດທະນາການຟັງ ແລະ ເວົ້າໂດຍການເບິ່ງໜັງຕ່າງປະເທດ, ສ່ວນທັກສະອ່ານແລະຂຽນແມ່ນເນັ້ນໃສ່ ອ່ານຂ່າວ, ວາລະສານ, ປຶ້ມແບບຮຽນ, ເລື່ອງ ເປັນພາສາອັງກິດCNN, BBC. ສະເພາະ Amlex, ມະຫາວິທະຍາໄລບັດຄວາ ສອນເປັນພາສາອັງກິດ (ນານາຊາດ) ເຊິ່ງມັນກໍ່ທຳມະດາຢູ່ແລ້ວທີ່ນັກຮຽນຈະຕ້ອງຄ່ອງແຄ້ວດ້ານພາສາອັງກິດ.

#ຄວາມສາມາດບໍ່ນ້ອຍ, ເປັນຕົວແທນປະເທດລາວໄປເສັງ 6th ASEAN QUIZ

ນອກຈາກຮຽນໃນ້ຫ້ອງແລ້ວAmlex ໄດ້ເຂົ້າຮ່ວມກິດຈະກຳອື່ນໆບໍ່?

ກິດຈະກຳໂຮງຮຽນແມ່ນບໍ່ອຶດ ຂຶ້ນກັບເຮົາເທົ່ານັ້ນທີ່ຈະເຂົ້າຮ່ວມບໍ່. ເພື່ອຄາຍຄຽດ, ແລະເກັບປະສົບການ,Amlex ໄດ້ເຂົ້າຮ່ວມກິດຈະກຳຕ່າງໆໃນສະໂມສອນຂອງຄະນະ ເຊັ່ນວ່າຮັບນ້ອງໃໝ່, ໂຄງການ color me run, ສະແດງລະຄອນເວທີ… ນອກຈາກປະກອບສ່ວນເຂົ້າກິດຈະກຳໂຮງຮຽນແລ້ວ Amlex ຍັງໄດ້ເຮັດ Facebook page ແລະYouTube channelໃນເວລາວ່າງ.

#ມຸມເຜີກຽມອັດວີດີໂອ, ງາມໄປອີກແບບ

#ສະແດງລະຄອນເວທີ, ສະແດງສົມບົດບາດອີຫລີ

#ກິດຈະກຳມະຫາວິທະຍາໄລ Color me run, ເປັນຕາມ່ວນ

ຍິນວ່າ Amlex Journey (Facebook page) ໄດ້ຮັບຄວາມນິຍົມຫຼາຍໃນຂະນະນີ້, ບໍ່ຮູ້ວ່າ Amlex ສາມາດແບ່ງປັນມັນໄດ້ບໍ່?

ໂດຍ, Amlex ຫາກໍ່ເຮັດບໍ່ນານມານີ້, ແຕ່ຜົນຕອບຮັບດີສົມຄວນ ເຊິ່ງ Amlex ກໍ່ບໍ່ຄາດຄິດມາກ່ອນ. ສ່ວນຕົວ, ຄິດວ່າເພາະ Amlex Journeyເນັ້ນໃສ່ຊີວິດຕົວຈິງຂອງໄວລຸ້ນ, ສະນັ້ນ, ມັນຈຶ່ງເປັນຈຸດດຶງດູດ ແລະ ຈຸດປະສົງຫຼັກທີ່ໝູ່ເພື່ອນໃຫ້ຄວາມສົນໃຈ. Amlex Journeyເປັນເພຈ ທີ່ເຮົາໃຊ້ແບ່ງປັນ ເລື່ອງລາວຊີວິດຕົວຈິງ, ບັນຫາ ແລະ ບົດຮຽນ ໃນລັກສະນະຂອງຄວາມບັນເທີງ.

ມັນເປັນຄວາມຄິດທີ່ດີອີຫຼີ, ພວກເຮົາ ພາກັນສະໜັບສະໜູນ ສາວນ້ອຍໜ້າຮັກ ມາກຄວາມສາມາດ ສຸກພະໄທ ລັງສີ ໂດຍການໄລຄ, ຕິດຕາມ ແລະແຊ Amlex Journey ກັນເທາະ.

#Amlex Journey

ຄລິບກິດຈະກຳຂອງ Amlex:

ແບ່ງປັນ