Breaking News

The Pizza Company ແລະ Swensens ຈັດເຕັມ! ກັບໂປຼໂມຊັ່ນ ຄືນກໍາໄລໃຫ້ລູກຄ້າ ໃນໂອກາດສະເຫຼີມສະຫຼອງຄົບຮອບ 7 ປີ!

ແບ່ງປັນ

ເນື່ອງໃນໂອກາດພິເສດ The Pizza Company ແລະ Swensens ສະເຫຼີມສະຫຼອງຄົບຮອບ 7 ປີ ທາງຮ້ານເພີ່ນໄດ້ຈັດໂປຼໂມຊັ່ນຄືນກໍາໄລໃຫ້ກັບລູກຄ້າ ດ້ວຍການຮັບສ່ວນຫຼຸດຫຼາກຫຼາຍຢ່າງໃນແຕ່ລະມື້ ບໍ່ວ່າຈະເປັນໂປຼໂມຊັ່ນ ຊື້​ 1 ແຖມ 1 (ສະເພາະຖາດໃຫຍ່ທີມີຂອບ) ທຸກໜ້າ, ທຸກສາຂາ ແຕ່ສະເພາະກິນຢູ່ຮ້ານເທົ່ານັ້ນ ເລີ່ມແຕ່ວັນຈັນຈົນຮອດວັນພະຫັດ ອີກໂປຼໂມຊັ່ນ 1 ຄື ເລີ່ມແຕ່ວັນສຸກຫາວັນອາທິດ ພິເສດສໍາລັບເມນູ Celebration Set ຈາກລາຄາປົກກະຕິ 333,000 ກີບ ຫຼຸດເຫຼືອພຽງ 259,000 ກີບເທົ່ານັ້ນ

ສໍາລັບ Swensens ກໍມີໂປຼໂມຊັ່ນຄື ຊື້ແມງໂກ້ເຄຣັບ ທີໂອ້ ຫຼືເຮີຣີເຄນ ແຖມຟຣີ ກະແລັມ 1 ກ້ອນ, ຊື້ເຄັກທຸກລົດຊາດ ຫຼຸດລາຄາຈາກ 250,000 ກີບ ເຫຼືອພຽງ 199,000 ກີບ ເມນູແມັງໂກ້ ສະມູດຕີ້ຟຣີ ຊັອກໂກແລັດເຊ. ວ້າວ… ໂປຼໂມຊັ່ນຫຼາກຫຼາຍແບບ ລູກຄ້າທຸກຄົນຢ່າລືມຢ່າພາດມາຮ່ວມສະເຫຼີມສະຫຼອງນໍາທາງຮ້ານເພີ່ນໄດ້ທີ່ The Pizza Company ແລະ Swensens ທຸກສາຂາ ເລີ່ມຕັ້ງແຕ່ວັນທີ 17 ພຶດສະພາ 2017 ເປັນຕົ້ນໄປ.

ແບ່ງປັນ