ໃນວັນທີ 27 ພຶດສະພາ 2017 ທີ່ຜ່ານມາ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ປະທານ ສູນກາງ ອົງການພຸດທະສາດສະຫນາສຳພັນລາວ, ເມດຕາ ອານຸຍາດໃຫ້ ຄະນະນັກສະແດງຊື່ດັງຈາກປະເທດໄທນຳທີມໂດຍ ແພນເຄັກ ເຂັມມະນິດ, ເກຣດ ການເກົ້າ, ຢາດ ຢາດທິບ ແລະ ແຫວນແຫວນ ເຊິ່ງທັງໝົດນີ້ເປັນນັກສະແດງ-ພິທີກອນທີ່ມີຊື່ສຽງຂອງປະເທດເພື່ອນບ້ານ ໄດ້ເຂົ້ານ້ອມຖວາຍສັກກະລະ ພ້ອມຖວາຍໄຊຍະທານ ໃນໂອກາດນີ້ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ຍັງໄດ້ມອບໂອວາດທຳມະ ໃນການດຳເນີນຊີວິດທີ່ດີງາມຕາມວິຖີທາງ ແຫ່ງຊາວພຸດ ໃຫ້ຖືຄວາມ ເມດຕາ ແລະຄວາມເສຍສະຫຼະນຳຫນ້າສ້າງສັງຄົມ ແລະຊ່ວຍເຫຼືອມວນມະນຸດ ພ້ອມທັງເຮັດຕົວເປັນແບບຢ່າງທີດີຕໍ່ສັງຄົມ.
#ແຊຣໄປໃຫ້ໂລກຮູ້
ທີ່ມາຈາກ: @gracekanklao , @yardthip, khemanito ,