Breaking News

5 ວິທີ ທີ່ຈະເຮັດໃຫ້ຄູ່ຮັກຂອງທ່ານ ຮັກທ່ານຫຼາຍຂຶ້ນ

ແບ່ງປັນ
  1. ການໃຫ້ອະໄພ

ຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຝັງ ແລ້ວຄວນຍົກໂທດໃຫ້ກັບຄົນທີ່ຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ

  1. ບໍ່ຄວນປະສົດຊີວິດ

ການປະສົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ຈະເຮັດໃຫ້ລາວສາມາດເລືອກໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກທ່ານແທ້

  1. ເອົາໃຈໃສ່ຕົວເອງຫຼາຍຂຶ້ນ

ບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມໆ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜເນາະ!

  1. ປີ່ນໜ້າເຂົ້າຫາກັນ

ສາເຫດຂອງການນອກໃຈ ອາດເກີດຂຶ້ນທັງສອງຝ່າຍ ເຊິ່ງທ່ານເອງກໍອາດຈະມີຂໍ້ບໍ່ດີໃນບາງສິ່ງ ຄວນປິ່ນໜ້າເຂົ້າຫາກັນ ແລ້ວລົມກັນດີໆ ເພື່ອປັບຄວາມຮູ້ສຶກກັບຄົນຮັກໃຫ້ຫຼາຍຂຶ້ນ

  1. ບໍ່ຄວນເອົາເລື່ອງນີ້ໄປເວົ້າວິຈານກັບຄົນອື່ນ

ບັນຫານີ້ເປັນເລື່ອງຂອງຄົນສອງຄົນ ທີ່ຈະຕ້ອງແກ້ໄຂໄປນໍາກັນ ບໍ່ຄວນເອົາເລື່ອງທີ່ຜິດກັນໄປລົມໃຫ້ຄົນອື່ນຟັງ ເພາະຈະເຮັດໃຫ້ຄົນຮັກຂອງທ່ານເສຍໜ້າ ເບິ່ງໜ້າກັນບໍ່ໄດ້.

ແບ່ງປັນ