Breaking News

ມີ່ມີ່ ພູນຊັບ ສາວນ້ອຍຜູ້ໂດດເດັ່ນໜຶ່ງໃນຜູ້ເຂົ້າປະກວດ “MISS GRAND LAOS”

ແບ່ງປັນ

ກຳລັງເປັນກະແສກັນເລີຍສຳລັບການປະກວດ “MISS GRAND LAOS” ແລະ ຫຼ້າສຸດທາງກອງປະກວດກໍໄດ້ເປີດເຜີຍບັນດານາງສາວທີ່ເຂົ້າຮອບທັງໝົດ 20 ຄົນ ແລະໜຶ່ງໃນນັ້ນບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບນ້ອງ ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ ເປັນສາວນ້ອຍທີ່ມີບຸກຄະລິກທີ່ໂດດເດັ່ນ ແລະ ມີຄວາມສາມາດເພາະສາວ ມີ່ມີ່ ຄົນນີ້ເຄີຍຜ່ານວຽກໃນວົງການບັນເທິງມາຢ່າງຫຼວງຫຼາຍທັງເປັນພີເຊັນເຕີ້, ເດີນແບບ, ນາງແບບວາລະສານ, ນາງແບບປະຕິທິນ ແລະ ນາງຍັງເປັນນາງເອກເອັມວີເພງໃຫ້ວົງ ແບັກອາຍ ແລະ ຫຼ້າສຸດກໍຄືການປະກວດ “MISS GRAND LAOS” ແລະ ຕິດໜຶ່ງໃນ 20 ຄົນສຸດທ້າຍຂອງການປະກວດ, ເຊິ່ງເວົ້າໄດ້ເລີຍວ່າ ມີ່ມີ່ ພູນຊັບ ກໍເປັນອີກນ້ອງນາງສາວທີ່ມີຄວາມໂດດເດັ່ນບໍ່ແພ້ກັບສາວງາມຄົນອື່ນໃນການປະກວດ MISS GRAND LAOS 2017 ນີ້ເລີຍກໍວ່າໄດ້.

#ຢ່າລືມແຊຣໄປໃຫ້ກຳລັງໃຈສາວນ້ອຍຄົນນີ້ແດ່

ຍັງມີຮູບພາບໜ້າຮັກຂອງສາວນ້ອຍ ມີ່ມີ່ ພູນຊັບ ມາຝາກແຟນໆນຳເດີ້!!!

 

ຂໍຂອບໃຈຮູບພາບ:  IG:mimie_phounesup

ແບ່ງປັນ