Breaking News

ບ໋ອບບີ້ ອັດສະວິນ ສຸດຮ໋ອດຂຶ້ນແທ່ນພະເອກໜຸ່ມຫຼໍ່ຂັ້ນເທບ!!!

ແບ່ງປັນ

Hot and Hit ສຸດໆເລີຍສຳລັບໜຸ່ມ ອັດສະວິນ ເພັດສັງຫານ ຫຼື ບ໋ອບບີ້ ອາຍຸ 24 ປີ ພະເອກໜຸ່ມໜ້າຕີ໋ໜ້າໃສຈາກຮູບເງົາເລື່ອງ ຫົງຫາມເຕົ່າ ຂອງອ້າຍ ເຈ້ຍ ປາຊີຟິກ, ເຊິ່ງໜຸ່ມ ບ໋ອບບີ້ ຄົນນີ້ບອກເລິຍວ່າບໍ່ທຳມະດາ ນອກຈາກໜ້າຕາທີ່ຫຼໍ່ເຫຼົາເອົາການແລ້ວ ເພິ່ນກໍມີຄວາມສາມາດຫຼາຍຢ່າງອີກໄດ໋ ເພາະເພິ່ນໄດ້ຝາກຜົນງານໃນວົງການບັນເທິງມາແລ້ວຢ່າງຫຼວງຫຼາຍບໍ່ວ່າຈະເປັນ ນັກຮ້ອງ ພິທິກອນ ເດີນແບບ ຖ່າຍແບບ ພະເອກເອັມວີ ແລະ ກໍເປັນພະເອກຮູບເງົາມາແລ້ວຫຼາຍເລື່ອງ ເຊິ່ງຫຼ້າສຸດກໍຮັບບົດເປັນເຕົ່າພະເອກຂອງຮູບເງົາເລື່ອງ  “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າເຮົາຮັກກັນ”ແລະ ບ໋ອບບີ້ເອງກໍໄດ້ໂຊຝີມືໃນການສະແດງແຕກກະຈາຍ ເຮັດໃຫ້ແຟນໆອິນໄປຕາມໆກັນ ຈົນຂຶ້ນແທ່ນເປັນພະເອກໜຸ່ມຫຼໍ່ຂວັນໃຈສາວໆໄປໄດ້ຢ່າງງ່າຍດາຍ.

ສ່ວນ Life style ຂອງໜຸ່ມ ບ໋ອບບີ້ ກໍບໍ່ທຳມະດາ ເພາະ He ມັກຈະໂພສຮູບພາບເອີ້ນງ່າຍໆວ່າ ຫຼໍ່ຂັ້ນເທບ ພຸ້ນລະ, ງານນີ້ເຮັດເອົາສາວໆນຳກົດໄລ້ ກົດແຊຣ ກັນສະໜັ່ນຫວັ່ນໄຫວ!!!

#ເອົ້າ!!!ແຊຣໄປໃຫ້ໂລກຮູ້ພະເອກຮູບເງົາລາວ

ຮູບພາບ: bobbyatsavine

ແບ່ງປັນ