Breaking News

ອະລັງການງານສ້າງກັບຊຸດເຈົ້າສາວຂອງ ແອັບເປີ້ນ ສີສະຫງຽນ!!!

ແບ່ງປັນ

ເປັນຄູ່ຮັກໄອດໍ້ຂອງຄົນທົ່ວໆໄປເລີຍກໍວ່າໄດ້ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ໜຸ່ມ ຟຸກ ຈິຣະ ຄູ່ຮັກດາລາ ສາວລາວ-ບ່າວໄທ ທີ່ມີຄົນຕິດຕາມຄວາມເຄື່ອນໄຫວກັນແບບບໍ່ມີຕົກກະແສ ແລະ ໃນໄວໆນີ້ທັງສອງກຳລັງຈະມີຂ່າວດີຮ່ວມກັນໃນທ້າຍປີທີ່ຈະມາເຖິງ, ຫຼ້າສຸດໃນວັນທີ 4 ມິຖຸນາ ທີ່ຜ່ານມາສາວ ແອັບເປີ້ນ ວ່າທີ່ເຈົ້າສາວຄົນງາມກໍໄດ້ໂພສຮູບພາບລອງຊຸດເຈົ້າສາວທີ່ມີຄວາມງາມອະລັງການງານສ້າງ ມີຄວາມຫຼູຫຼາ ໃນຊຸດລາຕີລາຍລູກໄມ້ສີຂາວ ເບິ່ງແລ້ວງາມໆ ບອກເລີຍອໍລ້າເຈົ້າສາວຈັບສຸດໆ ແຖມງານນີ້ໜຸ່ມ ຟຸກ ວ່າທີ່ເຈົ້າບ່າວກໍມາໃຫ້ກຳລັງໃຈສາວແອັບເປີ້ນແບບບໍ່ມີຫ່າງ…

ຂໍສະແດງຄວາມຍິນດີກັບວ່າທີ່ເຈົ້າສາວເຈົ້າບ່າວນຳເດີ້, ເພາະຄວາມຮັກເປັນສິ່ງທີ່ງົດງາມສະເໝີ!!!

#ແຊຣໄປໃຫ້ກຳລັງໃຈທັງສອງແດ່ ແລະ ຍັງມີຮູບຄູ່ທີ່ໜ້າຮັກຂອງທັງສອງມາຝາກທຸກຄົນນຳເດີ້!!!

ຂໍຂອບໃຈຮູບພາບ: appleminiberry

ແບ່ງປັນ