Breaking News

admin sith

ດວງປະຈໍາວັນທີ 15 ກໍລະກົດ 2016

ດວງປະຈໍາວັນທີ 15 ກໍລະກົດ 2016 • ວັນຈັນ. ການເງິນ: ດີຂຶ້ນຫຼາຍ ທ່ານອາດຈະໄດ້ຮັບເງິນດັ່ງທີ່ໃຈຫວັງ ແລະ ອາດຈະໄດ້ໂຊກລາບຈາກເພດກົງກັນຂ້າມ. ວຽກງານ: ທ່ານຈະສາມາດແກ້ໄຂບັນຫາວຽກງານທີ່ພົບໃຫ້ຜ່ານໄປໄດ້ ວຽກງານມີຄວາມກ້າວໜ້າໄປໄດ້ດ້ວຍດີດັ່ງທີ່ໃຈຫວັງ. ຄວາມຮັກ: ຢູ່ໃນຊ່ວງຫຼິ້ນເກມດຶງຄວາມສົນໃຈຈາກຄົນຮັກ ແຕ່ອີກຝ່າຍບໍ່ໄດ້ສົນໃຈທ່ານເລີຍ. • ວັນອັງຄານ. ການເງິນ: ຈະມີການເຮັດທຸລະກິດການເງິນທີ່ສໍາຄັນເຊັ່ນ: ການເຮັດສັນຍາກູ້ຢືມເງິນ. ວຽກງານ: ຄົນທີ່ມີບັນຫາຕິດຂັດດ້ານວຽກງານຈະມີຜູ້ໃຫ້ສະໜັບສະໜູນ. ຄວາມຮັກ: ລະວັງອາການຄວາມບໍ່ພໍຂອງທ່ານຈະເຮັດໃຫ້ເດືອດຮ້ອນໃຈ ແຟນຈັບໄດ້, ຄົນນິນທາໃຫ້ເສຍຊື່. • ວັນພຸດ. ການເງິນ: ດີຂຶ້ນ ອາດຈະມີຄົນນໍາໂຊກລາບມາໃຫ້ໂດຍສະເພາະຈາກຜູ້ຍິງໄວກາງຄົນ. ວຽກງານ: ລະວັງຖືກເພື່ອນຮ່ວມວຽກງານຫັກຫຼັງໃຫ້ດີ. ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກ ເພາະທ່ານເອົາເລື່ອງເກົ່າໆກັບມາຜິດເວົ້າຈົນເຮັດໃຫ້ຕ້ອງຜິດຖຽງກັນ. • ວັນພະຫັດ. ການເງິນ: ການເງິນຊ່ວງນີ້ບໍ່ດີປານໃດ ຕ້ອງເສຍເງິນກັບລາຍຈ່າຍທີ່ບໍ່ເປັນປະໂຫຍດ. ວຽກງານ: ມື້ນີ້ທ່ານຍັງຕ້ອງອິດເມືອ່ຍ ຕ້ອງເຮັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍໃຫ້ແລ້ວພາຍໃນເວລາທີ່ກໍານົດ. ຄວາມຮັກ: ຄົນໂສດຄວາມຮັກຮຸ່ງ ອາດພົບຮັກໃໝ່ໃນລະຫວ່າງການເດີນທາງ, ງານສັງຄົມຕ່າງໆ. …

Read More »