Breaking News

ດວງປະຈໍາວັນທີ 15 ກໍລະກົດ 2016

ແບ່ງປັນ

ດວງປະຈໍາວັນທີ 15 ກໍລະກົດ 2016

• ວັນຈັນ.
ການເງິນ: ດີຂຶ້ນຫຼາຍ ທ່ານອາດຈະໄດ້ຮັບເງິນດັ່ງທີ່ໃຈຫວັງ ແລະ ອາດຈະໄດ້ໂຊກລາບຈາກເພດກົງກັນຂ້າມ.
ວຽກງານ: ທ່ານຈະສາມາດແກ້ໄຂບັນຫາວຽກງານທີ່ພົບໃຫ້ຜ່ານໄປໄດ້ ວຽກງານມີຄວາມກ້າວໜ້າໄປໄດ້ດ້ວຍດີດັ່ງທີ່ໃຈຫວັງ.
ຄວາມຮັກ: ຢູ່ໃນຊ່ວງຫຼິ້ນເກມດຶງຄວາມສົນໃຈຈາກຄົນຮັກ ແຕ່ອີກຝ່າຍບໍ່ໄດ້ສົນໃຈທ່ານເລີຍ.
• ວັນອັງຄານ.
ການເງິນ: ຈະມີການເຮັດທຸລະກິດການເງິນທີ່ສໍາຄັນເຊັ່ນ: ການເຮັດສັນຍາກູ້ຢືມເງິນ.
ວຽກງານ: ຄົນທີ່ມີບັນຫາຕິດຂັດດ້ານວຽກງານຈະມີຜູ້ໃຫ້ສະໜັບສະໜູນ.
ຄວາມຮັກ: ລະວັງອາການຄວາມບໍ່ພໍຂອງທ່ານຈະເຮັດໃຫ້ເດືອດຮ້ອນໃຈ ແຟນຈັບໄດ້, ຄົນນິນທາໃຫ້ເສຍຊື່.
• ວັນພຸດ.
ການເງິນ: ດີຂຶ້ນ ອາດຈະມີຄົນນໍາໂຊກລາບມາໃຫ້ໂດຍສະເພາະຈາກຜູ້ຍິງໄວກາງຄົນ.
ວຽກງານ: ລະວັງຖືກເພື່ອນຮ່ວມວຽກງານຫັກຫຼັງໃຫ້ດີ.
ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກ ເພາະທ່ານເອົາເລື່ອງເກົ່າໆກັບມາຜິດເວົ້າຈົນເຮັດໃຫ້ຕ້ອງຜິດຖຽງກັນ.
• ວັນພະຫັດ.
ການເງິນ: ການເງິນຊ່ວງນີ້ບໍ່ດີປານໃດ ຕ້ອງເສຍເງິນກັບລາຍຈ່າຍທີ່ບໍ່ເປັນປະໂຫຍດ.
ວຽກງານ: ມື້ນີ້ທ່ານຍັງຕ້ອງອິດເມືອ່ຍ ຕ້ອງເຮັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍໃຫ້ແລ້ວພາຍໃນເວລາທີ່ກໍານົດ.
ຄວາມຮັກ: ຄົນໂສດຄວາມຮັກຮຸ່ງ ອາດພົບຮັກໃໝ່ໃນລະຫວ່າງການເດີນທາງ, ງານສັງຄົມຕ່າງໆ.
• ວັນສຸກ.
ການເງິນ: ເດັ່ນເປັນພິເສດ ທ່ານອາດຈະໄດ້ຮັບເງິນກ້ອນໃຫຍ່ ຫຼື ເຄື່ອງຂອງມີຄ່າທີ່ຖືກໃຈ.
ວຽກງານ: ຊ່ວງນີ້ບໍ່ດີປານໃດ ເພາະທ່ານເຮັດຫຍັງກໍ່ຜິດໄປໝົດໃນສາຍຕາຂອງຫົວໜ້າ.
ຄວາມຮັກ: ຂະໜາດມີແຟນແລ້ວຍັງມີຄົນມາຈີບຈົນທ່ານເລີ່ມໃຈອ່ອນ ແລະ ຍັງເອົາໄປປຽບທຽບກັບແຟນອີກຕ່າງຫາກ.
• ວັນເສົາ.
ການເງິນ: ບໍ່ດີປານໄດ້ ເພາະມີແຕ່ລາຍຈ່າຍລາຍໄດ້ບໍ່ເຂົ້າມາ, ຜົນກໍາໄລບໍ່ໄປຕາມທີ່ຄາດຫວັງໄວ້.
ວຽກງານ: ອາດຈະມີການຜິດຖຽງ, ຂັດແຍ້ງກັບຫົວໜ້າ ແຕ່ກໍຕົກເປັນຮອງເພາະເຮັດຫຍັງບໍ່ໄດ້.
ຄວາມຮັກ: ເມື່ອຍກັບການທີ່ຕ້ອງໄປຕາມຊ່ວຍເຫຼືອບັນຫາສ່ວນຕົວຂອງແຟນ ຈົນທ່ານຄິດວ່າເພິ່ງພາເຂົາບໍ່ໄດ້ເລີຍ ແລະ ຍັງເປັນພາລະອີກຕ່າງຫາກ.
• ວັນອາທິດ.
ການເງິນ: ບໍ່ດີປານໃດ ເພາະມີແຕ່ລາຍຈ່າຍສ່ວນລາຍຮັບພັດມີເຂົ້າມາໜ້ອຍ.
ວຽກງານ: ອາດຈະມີຄົນແນະນໍາແນວທາງທຸລະກິດ ຫຼື ສະເໜີວຽກງານໃຫ້ທ່ານຍິ້ມໄດ້.
ຄວາມຮັກ: ຄົນໂສດມ່ວນຊື່ອນກັບການສ້າງສັນ, ໄປທ່ຽວກັບໜຸ່ມໆ ໃຫ້ລະວັງລົດໄປຕໍາກັນ ສ່ວນຄົນມີຄູ່ຄວນຮັກຊ່ວງນີ້ແມ່ນສົດໃສດີ.

ແບ່ງປັນ