Breaking News

ດວງປະຈໍາວັນທີ 18 ກໍລະກົດ 2016

ແບ່ງປັນ

ດວງປະຈໍາວັນທີ 18 ກໍລະກົດ 2016

• ວັນຈັນ.
ການເງິນ: ອາດຈະສູນເສຍເງິນຄໍາເລັກນ້ອຍ ລະວັງຊາວບ້ານ ຫຼື ຄົນອ້ອມຂ້າງຈະຢືມເງິນມີໂອກາດສູນເສຍເງິນຫຼາຍ.
ວຽກງານ: ເປັນດວງແຫ່ງຄວາມສໍາເລັດ ມື້ນີ້ທ່ານເຮັດຫຍັງກໍຈະປະສົບຄວາມສໍາເລັດ.
ຄວາມຮັກ: ບໍ່ດີປານໃດ ອາດຈະໄດ້ເລີກກັບຄົນຮັກ ຫຼື ບໍ່ກໍຈະຜິດຖຽງກັນຢ່າງຮຸ່ນແຮງ.
• ວັນອັງຄານ.
ການເງິນ: ຢູ່ດີໆກໍ່ຕ້ອງເສຍເງິນກັບເລື່ອງທີ່ບໍ່ເປັນເລື່ອງ ຫຼື ໄດ້ຊື້ເຄື່ອງແພງກວ່າຄົນອື່ນ.
ວຽກງານ: ວຽກງານລັດການເດັ່ນເປັນພິເສດ ຄົນທີ່ສອບເຂົ້າລັດຈະໄດ້ຮັບຂ່າວດີ ຫຼື ທ່ານອາດຈະໄດ້ຕິດຕໍ່ລັດເຊິ່ງເປັນໄປຢ່າງລຽບງ່າຍ.
ຄວາມຮັກ: ຮູ້ສຶກອຶດອັດໃຈ, ຖືກຄົນຮັກບັງຄັບໃຈ ຫຼື ຂັດໃຈທ່ານໃນບາງເລື່ອງ ກ້າໆບອກກັບຄົນຮັກກໍ່ດີ.
• ວັນພຸດ.

ການເງິນ: ມີດວງວ່າຈະໄດ້ຮັບຊອງສັງຄົມ ຫຼື ເສຍເງິນເພື່ອຮັກສາໜ້າຕາຂອງຕົນເອງແນວໃດແນວໜຶ່ງ.
ວຽກງານ: ມີດວງຈະຖືກໃສ່ຮ້າຍຈາກເພື່ອນຮ່ວມວຽກງານເຊັ່ນ: ຖືກນິນທາຈາກເພື່ອນຮ່ວມວຽກງານ, ໃສ່ຮ້າຍໃຫ້ຊໍ້າໃຈ.
ຄວາມຮັກ: ທ່ານຈະພົບກັບອຸປະສັກທີ່ເໜືອການຄວບຄຸມຂອງທ່ານກັບຄົນຮັກ ຕ້ອງອາໄສຄວາມອົດທົນຫຼາຍຈຶ່ງຈະສາມາດຜ່ານຮັກແທ້ນີ້ໄປໄດ້ ສ່ວຍຄົນໂສດຈະຮູ້ສຶກຫົດຫູ່ໃຈເປັນພິເສດເພາະມັກໃຜກໍ່ພົບແຕ່ຄົນອ້ອມຂ້າງຂັດຂວງ.
• ວັນພະຫັດ.
ການເງິນ: ລະວັງຈະຖືກຕວະຕົ້ມ ຢືມເງິນໄປແລ້ວໜີ້, ບໍ່ສົ່ງເງິນຄືນໃຫ້ ແລະ ຍັງຕ້ອງໄປຜິດຖຽງກັບເຂົາໃຫ້ເຈັບຫົວອີກ.
ວຽກງານ: ຮູ້ສຶກໝົດແຮງທັງກາຍທັງໃຈທີ່ຕໍ່ສູ້ກັບບັນຫາ ບາງເທື່ອໝົດແຮງທີ່ຈະສູ້ຕໍ່ໄປ, ພັກຜ່ອນ ຜ່ອນຄາຍສະໝອງແດ່ກໍ່ດີ.
ຄວາມຮັກ: ມື້ນີ້ກຽມຖືກລູກສອນປັກເອິກໄດ້ເລີຍ, ໄດ້ກິນເຂົ້າໜົມຈີບອີກຕ່າງຫາກ ຈະມີໜຸ່ມໆມາສົ່ງສາຍຕາ ຫຼື ສັນຍານຢາກຈະມາເບິ່ງແຍງຫົວໃຈທ່ານ.
• ວັນສຸກ.
ການເງິນ: ລະວັງຈະມີບັນຫາມາຈາກການເຮັດທຸລະກິດທີ່ຜິດພາດ ດັ່ງນັ້ນໃຫ້ຮອບຄອບໄວ້ດີກວ່າກ່ອນທີ່ຈະສາຍເກີນແກ້.
ວຽກງານ: ທ່ານຈະມີການເຈລະຈາການຄ້າທີ່ສໍາຄັນ, ມີການຕົກລົງເຮັດສັນຍາການຄ້າ ຫຼື ເຮັດທຸລະກິດສໍາຄັນ.
ຄວາມຮັກ: ຄົນມີຄູ່ແລ້ວຖ້າມີແຕ່ຄິດວ່າແມ່ນແລ້ວແຕ່ລະເລີຍບໍ່ໃສ່ໃຈ, ເຮັດໃຫ້ແຟນເບື່ອໜ່າຍ ຄວນກັບມາເຮັດໃຫ້ຮັກຫວານຊື່ນກວ່ານີ້ຈະດີກວ່າ.
• ວັນເສົາ.
ການເງິນ: ບໍ່ເໝາະສົມກັບການສ່ຽງໂຊກ, ຖ້າສ່ຽງໄປຈະເສຍເງິນລ້າໆ ດັ່ງນັ້ນຄວນລະວັງໄວ້ແດ່ກໍ່ດີ.
ວຽກງານ: ວຽກງານດ້ານສິນລະປະ ແລະຄວາມສ້າງສັນຈະໂດດເດັ່ນເປັນພິເສດ ເພາະທ່ານຈະມີແນວຄິດດີໆເຮັດໃຫ້ວຽກງານຂອງທ່ານສ້າງສັນບໍ່ຄືໃຜ.
ຄວາມຮັກ: ແມ່ນອາດຈະບໍ່ດີປານໃດ ໃຫ້ລະວັງຄົນຮັກຫຼອກລວງ ຫຼື ຖືຕວະຄົບຊ້ອນ ສ່ວນຄົນໂສດລະວັງຄົນບໍ່ຈິງໃຈມາຕວະແຕ່ຄາລົມດີ ຈົນທ່ານແອບຫຼົງມັກແບບງ່າຍໆ.
• ວັນອາທິດ.
ການເງິນ: ທ່ານຈະມີຮອຍຍິ້ມເພາະລູກໜີ້ຈະໃຊ້ເງິນ, ໄດ້ຜົນຕອບແທນ, ໄດ້ຄ່າຈ້າງເປັນກອບເປັນກໍາ.
ວຽກງານ: ທ່ານອາດເຮັດຫຍັງທີ່ຫຼົບໆຫຼີກໆ ບໍ່ສາມາດບອກໃຜໄດ້ເຊັ່ນ: ລັກເຮັດຜິດ, ລັກຮັບສິນບົນກ້ອງໂຕະ ລະວັງໄວ້ຈະເດືອດຮອດຕາມຫຼັງ.
ຄວາມຮັກ: ໄປໄດ້ດີ ເປັນຄວາມຮັກທີ່ສຸກສົມຫວັງເຕັມໄປດ້ວຍຄວາມເຂົ້າໃຈໄປຮັກໃຜ, ລົມໃຜກໍ່ໄດ້ຮັບຄວາມເປັນມິດຕອບ.

ແບ່ງປັນ