Breaking News

admin sith

5 ສິ່ງທີ່ຜິວພັນຂາດບໍ່ໄດ້ໃນແຕ່ລະມື້

5 ສິ່ງທີ່ຜິວພັນຂາດບໍ່ໄດ້ໃນແຕ່ລະມື້ ຖ້າທ່ານຢາກໃຫ້ຜິວພັນສົດໃສອອກມາຈາກທາງໃນນີ້ຄືສິ່ງທີ່ຂາດບໍ່ໄດ້ໃນທຸກມື້: ສານຕໍ່ຕ້ານອະນຸມູນອິດສະລະເຊັ່ນ: ວິຕາມິນA,C ແລະ E ທີ່ຈະຊ່ວຍຟື້ນຟູໃຫ້ຜິວພັນສົດໃສໄດ້ເຊິ່ງສານຕໍ່ຕ້ານອະນຸມູນອິດສະລະພວກນີ້ມີຢູ່ໃນຜັກ ແລະ ໝາກໄມ້ຕ່າງໆ. ການນວດ ຜິວພັນຄ່ອຍໆທຸກມື້ຈະຊ່ວຍກະຕຸ້ນລະບົບໝູນວຽນໃນຜິວໄດ້ ຂັ້ນຕອນນີ້ທ່ານສາມາດເຮັດໃນເວລາທາຜິວພັນໄດ້ ໂດຍນວດເປັນວົງມົນໄປທົ່ວໜ້າ. ຄວາມຊຸ່ມຊື່ນ ຫຼັງຈາກລ້າງໜ້າທຸກເທື່ອທ່ານຄວນເພິ່ມຄວາມຊຸ່ມຊື່ນດ້ວຍຜະລິດຕະພັນຊະນິດຄີມ, ນໍ້າມັນ ຫຼື ໂລຊັ່ນເພາະຄວາມຊຸ່ມຊື່ນນນອກຈາກຈະເຮັດໃຫ້ຜິວພັນອ່ອນນຸ່ມແລ້ວ ຍັງຊ່ວຍປົກປ້ອງຜິວພັນໃຫ້ທ່ານອີກດ້ວຍ. ນໍ້າ ທ່ານອາດຈະໄດ້ຍິນໄດ້ຟັງມາຫຼາຍແລ້ວວ່າຄວນດື່ມນໍ້າຫຼາຍໆໃນແຕ່ລະມື້ເພາະການດື່ມນໍ້າບໍ່ພຽງພໍມັນຈະສົ່ງຜົນໃຫ້ຜິວພັນໝົ່ນໝອງ ແລະ ບໍ່ມີຊີວິດຊີວາໄດ້. ຄີມກັນແດດ ຜິວພັນຂອງທ່ານຕ້ອງການປົກປ້ອງຈາກລັງສີຢູວີ ໃນແສງແດດທຸກມື້ ສະນັ້ນຄວນທາຄີມກັນແດດທີ່ຄ່າ SPF30 ເທິ່ງຜິວພັນ ບໍ່ວ່າມື້ນັ້ນຝົນຈະຕົກ ຫຼື ແດດຈະອອກ.

Read More »

5 ສິ່ງທີ່ຄວນຫຼີກ ໃນການໃຊ້ຈ່າຍເງິນໃຫ້ຄຸ້ມຄ່າ

ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ລອງມາອ່ານວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ 1. ອຸປະກອນເອເລັກໂຕຼນິກ ເຖິງວ່າສະໄໝນີ້ ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດ ຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ທ່ານຈະຕ້ອງໃຊ້ຈ່າຍເງິນໄປກັບການ ຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດເວລາ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມກະແສ ຂອງການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ໃນຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ 2. ເຄື່ອງຕົກແຕ່ງເຮືອນ ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບປະດາເຮືອນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ. 3. ລົດ …

Read More »

5 ທ່າໂຍຄະຫຼຸດຄໍເລດເຕີຣອນ ກໍາຈັດໄຂມັນໃຫ້ໝົດໄປ

1. ທ່າກົງລໍ້ (Chakrasana – Wheel pose). ທ່າກົງລໍ້ເປັນທ່າໂຍຄະທີ່ຄອຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ມາ ກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ. ວິທີເຝິກ: – ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືຫັນອອກໄປທາງດ້ານເໜືອຫົວ. – ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວຍັງວາງພື້ນ. – ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດ ໃຫ້ແຂນເຄັ່ງ ຖີ້ມນໍ້າລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້. – ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ. 2. ທ່າບິດຕົວ (Ardha Matsyendrasana – Sitting Half Spinal Twist). ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນຢືດສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບ ອະໄວຍະວະຕ່າງໆ. ວິທີເຝິກ: – ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາງວາງໄຂ່ວເຂົ່າຊ້າຍ ຢືດຫຼັງໃຫ້ຊື່. – ຍົກແຂນຊ້າຍຂຶ້ນເໜືອຫົວ …

Read More »

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ

ເຄັດລັບໜ້າໃສມີຢູ່ຫຼາຍຮູບແບບດ້ວຍກັນ ຕັ້ງແຕ່ສະໝຸນໄພບູຮານທີ່ຊອກຫາໄດ້ງ່າຍໃນຫ້ອງຄົວ ຄີມບໍາລຸງສູດຕ່າງໆ, ເຄື່ອງສໍາອາງແຕ້ມສີສັນເທິ່ງໃບໜ້າໄປຈົນເຖິງນະວັດຕະກໍາທຣີເມນຜິວພັນໜ້າ ໃຫ້ງາມສົດໃສ. ແຕ່ຫຼາຍທ່ານຄົງຈະລືມໄປວ່າ ການເບິ່ງແຍງຜິວພັນໜ້າທີ່ງາມໃສນັ້ນບໍ່ແມ່ນພຽງແຕ່ບໍາລຸງຢາງດຽວ, ຄວນໄດ້ຮັບການພັກຜ່ອນເບິ່ງແຍງຮັກສາຄວາມສະອາດເຊິ່ງຖືວ່າເປັນສິ່ງທີ່ສໍາຄັນທີ່ ບໍ່ແພ້ການເບິ່ງແຍງຜິວພັນແບບອື່ນໆ ໂດຍສະເພາພກ່ອນນອນທ່ານໄດ້ເບິ່ງແຍງຜິວພັນໜ້າທ່ານເປັນຢ່າງດີແລ້ວ ຫຼື ຍັງ ເຮົາມີເຄັດລັບການເບິ່ງແຍງເຮັດຄວາມສະອາດຜິວພັນໜ້າຢ່າງຖືກວິທີມາແນະນໍາ ເພື່ອທີ່ຈະໄດ້ມີໃບໜ້າທີ່ງາມໃສບໍ່ມີຮິວຮອຍ. ເຄັດລັບໜ້າຂາວໃສ: ຂັ້ນຕອນທີ 1: ການບໍາລຸງຜິວພັນໜ້າ-ຢູ່ທີ່ການເລືອກຜະລິດຕະພັນທີ່ເໝາະສົມກັບຜິວໜ້າຂອງຜິວພັນໜ້າແຕ່ລະຄົນ. ຂໍ້ແນະນໍາເພີ່ມເຕີມສໍາລັບຄົນທີ່ມີຜິວພັນໜ້າແຫ້ງ ຫຼື ຜິວພັນແພ້ງ່າຍໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້ານົມເປັນຫຼັກ ເພາະຈະຊ່ວຍເຮັດຄວາມສະອາດ ແລະ ເພິ່ມຄວາມຊຸ່ມຊື່ນໃຫ້ກັບຜິວເຮົາອີກດ້ວຍ ສໍາລັບຄົນຜິວພັນມັນໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າເຜິ້ງເປັນ ຫຼັກ ຈະຊ່ວຍຄວບຄຸມຄວາມມັນເທິ່ງໃບໜ້າໄດ້ອີກດ້ວຍ. ຂັ້ນຕອນທີ 2: ການເຮັດຄວາມສະອາດໃບໜ້າ-ມີເລື່ອງທີ່ຕ້ອງໃສ່ໃຈຢູ່ 2 ເລື່ອງຄື້: – ການໃຊ້ Cleansing ໃຫ້ນວດທາປະໄວ້ 30 ວິນາທີ – 1 ນາທີ ເພື່ອໃຫ້ເນື້ອຄີມລະລາຍສິ່ງເປິະເປື້ອນເຄື່ອງສໍາອາງ, ຄາບໄຂມັນອູດຕັນ. – ການລ້າງໜ້າ ຄວນລ້າງໃບໜ້າຄ່ອຍໆທີ່ສຸດ, ບໍ່ຂັດຖູແຮງໆເພາະຈະເຮັດໃຫ້ເກີດຮິວຮອຍໄດ້ງ່າຍ ຢ່າໃຊ້ນິ້ວຊີ້ກັບນິ້ວໂປ້ເພາະຈະມີແຮງເນັ້ນຫຼາຍ ອັນເປັນສາເຫດຂອງຮິວຮອຍໃຊ້ພຽງນິ້ວກາງ ແລະ …

Read More »

ກິນແບບໃດໃຫ້ສຸຂະພາບດີ

ສຸຂະພາບຮ່າງກາຍຖ້າຫາກມີຄວາມແຂງແຮງຈະບໍ່ເຮັດໃຫ້ມີພະຍາດມາໃກ້ ການມີສຸຂະພາບທີ່ດີເປັນທີ່ປາຖະໜາຂອງທຸກຄົນແຕ່ຈະເຮັດແນວໃດໃຫ້ມີສຸຂະພາບດີ ມື້ນີ້ ວາລະສານຂັວນໃຈ ນໍາເອົາເຄັດລັບໃນການກິນ ແລະ ກິນແນວໃດໃຫ້ມີສຸຂະພາບດີມາບອກດັ່ງນີ້: ພຶດຕິກໍາ ແລະ ວິໄນການບໍລິໂພກແບບຜິດໆ. – ການຢໍ້າອາຫານບໍ່ລະອຽດ ເພາະຈະເຮັດໃຫ້ລໍາໄສ້ ແລະ ກະເພາະອາຫານເຮັດວຽກໜັກຂຶ້ນ. – ຕິດນິໄສການກິນອາຫານແບບຈຸບຈິບເປັນນິໄສການກິນທີ່ຈະເຮັດໃຫ້ເກີດພະຍາດຕຸ້ຍໄດ້. – ບໍ່ກິນອາຫານເຊົ້າ ເມື່ອບໍ່ຮັບປະທານອາຫານເຊົ້າກໍຈະເຮັດໃຫ້ຫງຸດຫງິດງ່າຍ, ໃຈບໍ່ດີ, ຄວາມຮູ້ສຶກເສີຍຊາ ແລະ ບໍ່ວ່ອງໄວ. – ກິນອາຫານບໍ່ເປັນເວລາ ການທີ່ກິນອາຫານບໍ່ຖືກເວລານັ້ນຈະເຮັດໃຫ້ເປັນພະຍາດກະເພາະອາຫານໄດ້. ປ່ຽນການກິນແນວໃດໃຫ້ສຸຂະພາບດີ. – ເລີ່ມມື້ໃໝ່ດ້ວຍອາຫານເຊົ້າ ຖ້າຫາກທ່ານໃດທີ່ບໍ່ມີເວລາໃນການຮັບປະອາຫານເຊົ້າລອງມາມາຮັບປະທານອາຫານປະເພດໂຍ ເກີດ, ກ້ວຍນໍ້າວ້າສຸກ ເຊິ່ງກ້ວຍນໍ້າວ້າເປັນແຫຼ່ງໂປຕີນ ວິຕາມິA, C, B1, B2, B6 ນອກຈາກຈະໄດ້ປະໂຫຍດແລ້ວຍັງເນັດໃຫ້ບໍ່ຕຸ້ຍອີກດ້ວຍ. – ປ່ຽນຈາກການກິນຈຸບຈິບປະເພດເຂົ້າໜົມເປັນຂອງທີ່ບໍ່ມີປະໂຫຍດ ເຮົາກໍປ່ຽນມາກິນໝາກໄມ້ທີ່ມີວິຕາມິນແທນດີກວ່າ ເພາະການວິໄຈບອກວ່າການກິນຫຼາຍນັ້ນບໍ່ເຮັດໃຫ້ຕຸ້ຍແລ້ວຍັງຈະເຮັດໃຫ້ມີສຸຂະພາບບ ດີອີກ. – ຢໍ້າອາຫານໃຫ້ຊ້າລົງ ຄວນຢໍ້າໃຫ້ລະອຽດຈະຊ່ວຍໃຫ້ອາຫານດູດຊຶມເຂົ້າສູ່ຮ່າງກາຍໄດ້ງ່າຍ, ກະເພາະບໍ່ຕ້ອງເຮັດວຽກໜັກ ແລະ …

Read More »