Breaking News

Aloundeth Panekham

ພົບກັບການເປີດໂຕລົດ The New RANGE ROVER ຮູບໂສມໃໝ່ແບບສຸດພິເສດ

ພົບກັບການເປີດໂຕລົດ The New RANGE ROVER ຮູບໂສມໃໝ່ແບບສຸດພິເສດ The New Range Rover ຕົ້ນແບບຂອງຄວາມເປັນຜູ້ນຳຢ່າງແທ້ຈິງ. ຫຼາຍກວ່າ 50 ປີ ທີ່ນະວັດຕະກຳການບຸກເບີກລົດ SUV ໄດ້ຮັບການອອກແບບຢ່າງຫຼູຫຼາ, ປະສົມປະສານກັບເຕັກໂນໂລຊີ ແລະ ຄວາມທັນສະໄໝແບບທີ່ບໍ່ເຄີຍມີມາກ່ອນ, ພ້ອມສະມັດທະນະການຂັບຂີ່ໃນທຸກເສັ້ນທາງທີ່ທ້າທາຍ ແຕ່ຍັງຄົງຄວາມເປັນເອກະລັກສະເພາະຂອງແລນໂຣເວີໄວ້. The New Range Rover ຮູບໂສມໃຫມ່ໃກ້ຈະເປີດໂຕຢ່າງເປັນທາງການໃນລາວ ເພື່ອໃຫ້ທ່ານໄດ້ພົບກັບທີ່ສຸດຂອງນະວັດຕະກຳ ແລະ ຄວາມຫຼູຫຼາຮູບແບບໃຫມ່ໄປພ້ອມໆກັນໃນເດືອນ ກໍລະກົດ 2022 ນີ້. ເຂົ້າເບິ່ງຄວາມສາມາດຂອງ Range Rover ຮູບໂສມໃຫມ່ໄດ້ທີ່: https://www.landroverlaos.com/vehicles-new-range-rover ຫຼື ທ່ານສາມາດສັ່ງຈອງເປັນເຈົ້າຂອງ The New Range Rover ໄດ້ແລ້ວມື້ນີ້ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ. ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, …

Read More »

ມາເບິ່ງ!! ຄວາມເປັນກັນເອງຂອງທ່ານນາຍົກ ທອງລຸນ ສີສຸລິດ ກັບເດັກນ້ອຍ-ຊາວໜຸ່ມໃນວັນເດັກນ້ອຍສາກົນ…

ຄືທີ່ພວກເຮົາຮູ້ກັນແລ້ວວ່າ ວັນທີ 1 ມີຖຸນາ ຂອງທຸກໆປີນັ້ນ ແມ່ນຖືກແຕ່ງຕັ້ງໃຫ້ເປັນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເປັນວັນເດັກນ້ອຍສາກົນນໍາ… ປະຊາຊົນລາວຕ່າງກໍໃຫ້ຄວາມສໍາຄັນກັບວັນດັ່ງກ່າວ ແລະ ພ້ອມພຽງກັນອອກມາປູກຕົ້ນໄມ້ຄົນລະຕົ້ນເພື່ອເພີ່ມພື້ນທີ່ປ່າໃນປະເທດລາວ ແລະ ທີ່ສໍາຄັນກໍແມ່ນທາງການນໍາພັກ-ລັດຖະບານກໍໄດ້ໃຫ້ຄວາມສໍາຄັນກັບວັນດັ່ງກ່າວນີ້ຫຼາຍພໍສົມຄວນ ໂດຍສະເພາະ ທ່ານນາຍົກ ຂວັນໃຈປະຊາຊົນຄື ລຸງທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ ກໍໄດ້ໃຫ້ຄວາມສໍາຄັນຫຼາຍ ແລະ ໄດ້ລົງຮ່ວມກິດຈະກໍາປູກຕົ້ນໄມ້ກັບເດັກນ້ອຍຢູ່ທີ່ ສູນຊາວໜຸ່ມ-ເຍົາວະຊົນ, ບ້ານ ດົງໝາກຄາຍ, ນະຄອນຫຼວງ ດ້ວຍຕົນເອງ ເຊິ່ງບັນຍາກາດນັ້ນ ເຕັມໄປດ້ວຍຄວາມອົບອຸ່ນ ເປັນກັນເອງ… ລົງມືຂຸດດິນປູກຕົ້ນໄມ້ໃຫ້ເດັກນ້ອຍເບິ່ງເປັນຕົວຢ່າງ ໃນມື້ນັ້ນ ທ່ານຍັງໄດ້ໃຫ້ໂອວາດແກ່ເດັກນ້ອຍ-ເຍົາວະຊົນເພື່ອເປັນແນວທາງໃນອະນາຄົດອີກດ້ວຍ… ບົດຄວາມ: Kuanjai

Read More »