Breaking News

ມາເບິ່ງ!! ຄວາມເປັນກັນເອງຂອງທ່ານນາຍົກ ທອງລຸນ ສີສຸລິດ ກັບເດັກນ້ອຍ-ຊາວໜຸ່ມໃນວັນເດັກນ້ອຍສາກົນ…

ແບ່ງປັນ

ຄືທີ່ພວກເຮົາຮູ້ກັນແລ້ວວ່າ ວັນທີ 1 ມີຖຸນາ ຂອງທຸກໆປີນັ້ນ ແມ່ນຖືກແຕ່ງຕັ້ງໃຫ້ເປັນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເປັນວັນເດັກນ້ອຍສາກົນນໍາ… ປະຊາຊົນລາວຕ່າງກໍໃຫ້ຄວາມສໍາຄັນກັບວັນດັ່ງກ່າວ ແລະ ພ້ອມພຽງກັນອອກມາປູກຕົ້ນໄມ້ຄົນລະຕົ້ນເພື່ອເພີ່ມພື້ນທີ່ປ່າໃນປະເທດລາວ ແລະ ທີ່ສໍາຄັນກໍແມ່ນທາງການນໍາພັກ-ລັດຖະບານກໍໄດ້ໃຫ້ຄວາມສໍາຄັນກັບວັນດັ່ງກ່າວນີ້ຫຼາຍພໍສົມຄວນ ໂດຍສະເພາະ ທ່ານນາຍົກ ຂວັນໃຈປະຊາຊົນຄື ລຸງທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ ກໍໄດ້ໃຫ້ຄວາມສໍາຄັນຫຼາຍ ແລະ ໄດ້ລົງຮ່ວມກິດຈະກໍາປູກຕົ້ນໄມ້ກັບເດັກນ້ອຍຢູ່ທີ່ ສູນຊາວໜຸ່ມ-ເຍົາວະຊົນ, ບ້ານ ດົງໝາກຄາຍ, ນະຄອນຫຼວງ ດ້ວຍຕົນເອງ ເຊິ່ງບັນຍາກາດນັ້ນ ເຕັມໄປດ້ວຍຄວາມອົບອຸ່ນ ເປັນກັນເອງ…

ລົງມືຂຸດດິນປູກຕົ້ນໄມ້ໃຫ້ເດັກນ້ອຍເບິ່ງເປັນຕົວຢ່າງ

ໃນມື້ນັ້ນ ທ່ານຍັງໄດ້ໃຫ້ໂອວາດແກ່ເດັກນ້ອຍ-ເຍົາວະຊົນເພື່ອເປັນແນວທາງໃນອະນາຄົດອີກດ້ວຍ…

ບົດຄວາມ: Kuanjai

ແບ່ງປັນ