Breaking News

Keo Khounphachanh

ມາຮູ້ຈັກກັບ! ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງ ປະເພນີ (ບຸນເດືອນສິບ) “ບຸນຫໍ່ເຂົ້າສະຫຼາກ” ໜຶ່ງໃນຮີດສິບສອງຂອງຄົນລາວ (ພິມຄໍາວ່າ “ສາທຸ” ແລ້ວແຊຣໄປເອົາບຸນນຳກັນ)

ປະເພນີ (ບຸນເດືອນສິບ) ບຸນຫໍ່ເຂົ້າສະຫຼາກ ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ເນື່ອງໃນໂອກາດ ວັນບຸນຫໍ່ເຂົ້າສະຫຼາກທີ່ໃກ້ຈະຮອດ ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ພສ 2560 ກົງກັບວັນທີ 5 ກັນຍາ 2017 ນີ້ ທາງເວັບໄຊທາເກັດຂອງພວກເຮົາ ກໍເລີຍຢາກຈະນໍາສະເໜີບັນດາທ່ານໃຫ້ຮູ້ຈັກກັບ ຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງ  ບຸນຫໍ່ເຂົ້າສະຫຼາກ ຫຼື ບຸນເດືອນສິບ ໃນຮີດ 12 ຂອງລາວເຮົາ. ຂອບໃຈຮູບຈາກ: ຂປລ ຄວາມໝາຍ ແລະ ຄວາມສໍາຄັນ ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ. ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ …

Read More »

ຊີວິດຈະມີສີສັນ ແລະ ມີຄວາມສຸກຫຼາຍຂຶ້ນຖ້າຕົວເຈົ້າເອງ ຫຼືຄົນຮູ້ຈັກມີນິດໄສແບບຕົວແມ່ ມາເຊັກກັນເລີຍກັບ!!! 9 ນິດໄສທີ່ບົ່ງບອກວ່າ “ຄົນນີ້ແຫຼະ ສະຫຼາດຕົວແມ່”

ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 9 ນິດໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ ລາວຕ້ອງຈື່ເຮົາໄດ້ແນ່ນອນ! ແລະ ນາງກໍຈະໄດ້ໂຕະທີ່ດີທີ່ສຸດ ລວມເຖິງບໍລິການທີ່ດີທີ່ສຸດຢ່າງແນ່ນອນ. 2. ບໍ່ມີຫຍັງເປັນໄປບໍ່ໄດ້: ສໍາລັບສາວຕົວແມ່ແລ້ວ ທຸກສິ່ງເປັນໄປໄດ້ໝົດແນ່ນອນ ນາງໆຫຼາຍໆຄົນຫັກສໍຂຽນອອກເປັນ …

Read More »

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ຢູ່ທີ ບໍລິສັດເບຍລາວ ໄດ້ຈັດພິທີຈັບສະຫຼາກ ໂຄງການ 20 ປີ ນໍ້າດື່ມຫົວເສືອ ຄັ້ງທີ 1. ໂດຍການເປັນປະທານຂອງທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ, ມີບັນດາຄະນະຜູ້ບໍລິຫານ, ພະນັກງານບໍລິສັດເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມ. ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດ Ford Fiesta ໄດ້ແກ່ ທ້າວ ຈອນນີ້ ສູນດາລາ ຢູ່ບ້ານ ສົມສະນຸກ, ນະຄອນຫຼວງວຽງຈັນ ຊື້ທີຮ້ານຄ້າ ນາງຝົນ. ສົ່ງທັງໝົດ 1000 ຝາ ໄດ້ 25 ຄູປ໋ອງໃນການສົ່ງຊິງໂຊກຄັ້ງນີ້. ນອກຈາກຈັບລາງວັນໃຫຍ່ລົດ Ford Fiesta ນີ້ແລ້ວ ຍັງໄດ້ຈັບລາງວັນ ຈີ້ສາຍຄໍຄຳ ໜັກ …

Read More »

ຊົມເຊີຍ!!! ລັກສະນີ ພົງພັນ (ກີ່) ສາວນ້ອຍຄົນທໍາອິດທີ່ໄດ້ຮັບ ໃບປະກາສະນີຍະບັດແດງ ຈາກສາຂາເຄມີທົ່ວໄປ ແລະ ຍັງໄດ້ທຶນໄປຮຽນຕໍ່ຕ່າງປະເທດ…

ສະບາຍດີສາວແຟນຂວັນໃຈ ໄລຍະນີ້ກໍເປັນໄລຍະທີ່ນ້ອງໆນັກສຶກສາ ໃນແຕ່ລະສະຖາບັນເລີ່ມທະຍອຍກັນຮັບໃບປະກາສະນີຍະບັດກັນແລ້ວ ສໍາລັບນ້ອງໆຄົນໃດທີ່ໄດ້ຮັບໄປແລ້ວແອັດພ້ອມດ້ວຍທີມງານກໍຂໍສະແດງຄວາມຍິນດີ ແລະ ດີໃຈກັບນ້ອງໆທີ່ປະສົບຜົນສໍາເລັດອີກຂັ້ນໜຶ່ງໄປແລ້ວ (ຂັ້ນຕໍ່ໄປຄືຊອກວຽກໃຫ້ໄດ້ 555) ແລະ ມື້ນີ້ແອັດກໍມີເລື່ອງພາກພູມໃຈທີ່ສຸດ ມານໍາສະເໜີໃຫ້ກັບແຟນໆຂວັນໃຈກໍຄືປະຊາຊົນລາວ ໃຫ້ໄດ້ຍິ້ມດ້ວຍຄວາມພາກພູມໃຈກັບເດັກນ້ອຍລາວເຮົາ ສໍາລັບເລື່ອງດີໆໃນມື້ນີ້ກໍຄື ເລື່ອງຂອງສາວນ້ອຍ ຈາກເມືອງມໍລະດົກໂລກທີ່ມີຊື່ວ່າ ລັກສະນີ ພົງພັນ (ນ້ອງກີ່) ທີ່ກໍາລັງຖືກເວົ້າເຖິງກັນທົ່ວບ້ານທົ່ວເມື່ອງໃນຕອນນີ້ ກໍຍ້ອນວ່າສາວນ້ອຍຄົນນີ້ເປັນຄົນທໍາອິດທີ່ໄດ້ຮັບປະກາສະນີຍະບັດແດງ (ກຽດນິຍົມອັນດັບໜຶ່ງ) ຂອງສາຂາວິຊາເຄມີທົ່ວໄປ. ໃນຕອນຮຽນນາງກໍເປັນຄົນໜຶ່ງທີ່ມີໂດດເດັ່ນທາງດ້ານການຮຽນ ຈົນເຮັດໃຫ້ນາງໄດ້ຮັບທຶນການສຶກສາຈາກປະເທດຍີປຸ່ນໃນລະຫວ່າງທີ່ສຶກສາຢູ່ໃນ ມຊ ນອກຈາກນັ້ນຍັງໄດ້ຖືກຄັດເລືອກໄປທັດສະນະ ແລະ ໄປແລກປ່ຽນບົດຮຽນທີ່ຕ່າງປະເທດນຳ. ແນວໃດກໍຕ້ອງຂໍຊົມເຊີຍນຳ ນາງ ລັກສະນີ ພົງພັນ ຕໍ່ກັບຄວາມດຸໝັ່ນໃນການສຶກສາຄົ້ນຄ້ວາຈົນຍາດໄດ້ປະກາສະນີຍະບັດແດງ ອ່ານແລ້ວກໍຢ່າລືມກົດ Like and Share ເພື່ອເປັນການສະແດງວ່າ ຄົນລາວເຮົາເກັ່ງ ເດັກນ້ອຍລາວກໍບໍ່ໄດ້ນ້ອຍໜ້າປະເທດ. ຍັງບໍ່ໝົດເດີ່ ລືມບອກເລື່ອງໜຶ່ງ ຄືວ່ານາງບໍ່ໄດ້ຈົບການສຶກສາແລ້ວໄດ້ໃບປະກາດແດງເທົ່ານັ້ນ ແຕ່ນາງຍັງໄດ້ຮັບທຶນການສຶກສາຈາກປະເທດຍີປຸ່ນ ເພື່ອໄປສຶກສາຕໍ່ ໃນລະດັບປະລິນຍາໂທ ສາຂາທີ່ນາງມັກອີກດ້ວຍ ແນວໃດກໍຢ່າລືມຕິດຕາມຜົນງານຂອງສາວນ້ອຍຄົນນີ້ໃນຕອນຕໍ່ໄປເດີ່… ສາວນ້ອຍຄົນເກັ່ງ ໃບປະກາສະນີຍະບັດແດງ …

Read More »

ເຈາະເລິກ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບ 1.000 ລ້ານ (ຫົງຫາມເຕົ່າ)

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ!! ມື້ນີ້ ຄໍລຳ Entertainment Lao ຮູ້ສຶກຕື່ນເຕັ້ນຫຼາຍໆ ທີ່ໄດ້ມີໂອກາດສຳພາດຜູ້ກຳກັບ 1,000 ລ້ານ ທີ່ (ເກືອບ) ໜ້າຕາດີ ແຕ່ມີຄວາມໜ້າຮັກ ແຖມຄວາມສາມາດຍັງບໍ່ເປັນຮອງໃຜແນ່ນອນເດີ້ ຮູບເງົາທີ່ລາວສ້າງຜ່ານມາ ສ່ວນໃຫຍ່ກໍອອກແນວຕະຫຼົກມ່ວນຊື່ນ ສ້າງຮອຍຍິ້ມໃຫ້ກັບຜູ້ທີ່ໄດ້ຊົມ ປະສົມແນວຜີໆນຳອີກ ນັ້ນກໍຄືຮູບເງົາເລື່ອງ “ຮັກອີ່ຫຼີ 1 ແລະ 2” ທີ່ສ້າງລາຍຮັບລະດັບ 1,000 ລ້ານ ຕໍ່ເລື່ອງພຸ້ນແຫຼະ ຊິເປັນໃຜໄປບໍ່ໄດ້ນອກຈາກ ອ້າຍເຈ້ຍ ປາຊິຟິກ ຫຼ້າສຸດ ອ້າຍເຈ້ຍ ໄດ້ສ້າງ ແລະກໍາກັບຮູບເງົາເລື່ອງທີ 3 ຊື່ວ່າ “ຫົງຫາມເຕົ່າ” ທີ່ອອກສາຍໃນເດືອນມິຖຸນາຜ່ານມາ ແລະກວາດລາຍໄດ້ຢ່າງທະຫຼົ່ມທະລາຍອີກເຊັ່ນເຄີຍ ເພິ່ນເຮັດໄດ້ແນວໃດ ໄປເຈາະຈີ້ມເລື່ອງລາວພ້ອມໆກັນເລີຍ ເດັກຊາຍເຈ້ຍ ແຕ່ນ້ອຍງຽບໆ ບໍ່ຄ່ອຍມັກປາກ?? ພວກເຮົາສ່ວນຫຼາຍ ຕິດພາບຂອງ ອ້າຍເຈ້ຍ ທີ່ອາລົມດີ ຕະຫຼົກ ແຄ່ເຫັນໜ້າລາວກໍຍິ້ມອອກແລ້ວແມ່ນບໍ່? …

Read More »