ຄໍລໍາ: Chic Working Women ສາວໆ! ຄົນເຮົາທຸກເກີດມາບໍ່ຈໍາເປັນຕ້ອງເກັ່ງ ແລະ Perfect ໃນທຸກເລື່ອງກໍໄດ້ ຂໍພຽງແຕ່ເລືອກຢ່າງໃດຢ່າງໜຶ່ງ ທີ່ຄິດວ່າມັກແລ້ວພະຍາຍາມເຮັດມັນອອກມາໃຫ້ດີທີ່ສຸດກໍພໍແລ້ວ! ເມື່ອຕົ້ນທຶນຂອງຊີວິດບໍ່ເທົ່າກັບຄົນອື່ນ ຢ່າຟ້າວໄປນ້ອຍໃຈໃຫ້ກັບໂຊກຊະຕາ ແຕ່ຈົ່ງລຸກຂຶ້ນມາສ້າງຄວາມປ່ຽນແປງໃຫ້ໄດ້ດ້ວຍຕົນເອງ ນີ້ຄືສິ່ງທີ່ສາວຄົນໜຶ່ງຢາກບອກທຸກຄົນ ວັນລີ ລັດຕະນະ (ບີ່) ເຮັດວຽກເປັນ ທີ່ປຶກສາ ດ້ານການພັດທະນາ ແລະ ສາທາລະນະສຸກ (International Development and Public Health Consultant) ອົງການ: Oxfam ເຊິ່ງກ່ອນທີ່ ບີ່ ຈະມາຢືນຢູ່ຈຸດນີ້ໄດ້ ມັນບໍ່ແມ່ນເລື່ອງງ່າຍເລີຍ ກໍຍ້ອນຕົ້ນທຶນຂອງຊີວິດຂອງນາງບໍ່ເທົ່າກັບຄົນອື່ນ ເລີຍຕ້ອງຊອກຫາທຸກຢ່າງ ແລະ ທຸກວິທີທາງເພື່ອໄປຫາຝັນດ້ວຍຕົນເອງ. ສໍາລັບໃຜທີ່ຢາກອ່ານເລື່ອງລາວຂອງແມ່ຍິງຄົນເກັ່ງທີ່ຊື່ວ່າ ບີ່ ແບບເຕັມຮູບແບບ ສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ສິງຫາ 2017 ນີ້ ຕາມ U …
Read More »Keo Khounphachanh
ເພາະຄວາມສູງບໍ່ແມ່ນບັນຫາ! Idea ສໍາລັບ “ສາວຕົວນ້ອຍ” ໃສ່ຢີນແນວໃດບໍ່ໃຫ້ເຕ້ຍ!!! (ສູງໄດ້ໂດຍບໍ່ຕ້ອງງໍ້ ສົ້ນສູງ ແລະ ມຸມກ້ອງ)
ຄໍາກໍເຕ້ຍ ສອງຄໍາກໍເຕ້ຍ! ຈະຢິບຈະຈັບຫຍັງມາໃສ່ກໍຕັນໄປໝົດ ບໍ່ງາມ ບໍ່ໝັ້ນໃຈເລີຍ! ສາວໆຕົວນ້ອຍຄົງເຄີຍພົບບັນຫາໃນເລື່ອງຂອງການເລືອກເສື້ອຜ້າຢູ່ເປັນປະຈໍາເຊັ່ນ: ອັນທີ່ມັກພັດໃສ່ບໍ່ໄດ້ ອັນທີ່ໃສ່ໄດ້ກໍເປັນໄຊ້ຂອງເດັກນ້ອຍ! ມື້ນີ້ ຂວັນເພື່ອນຮູ້ໃຈຂອງສາວທັນສະໄໝເລີຍຢາກຈະມາເອົາໃສສາວຕົວບາງ ຮ່າງນ້ອຍທີ່ຢາກແຕ່ງຕົວໃຫ້ເບິ່ງເປັນສາວແບບໝັ້ນໆ, ຈ່ອຍໆ, ສູງໆ ໂດຍບໍ່ຕ້ອງງໍ້ສົ້ນສູງ ແລະ ມຸມກ້ອງ ລອງໄປເບິ່ງກັນເລີຍວ່າວ່າຕ້ອງແຕ່ງແນວໃດແດ່? ແຕ່ງຢີນໝົດຕົວ ແຖມດ້ວຍເກີບຜ້າສີຂາວ ຢີນຂາສັ້ນກັບເສື້ອຢືດສີຂາວ ແຖມດ້ວຍຢີນຕົວຍາວເພີມຄວາມສູງ ໃສ່ແບບຮັດໄປເລີຍ ໃຫ້ເຫັນຫູ່ນບາງໆພຽວໆ ແບ້ວໆ ດ້ວຍກະໂປງຊົງ A ເຮັດໃຫ້ເບິ່ງຂາຍາວ ແລະ ສູງຂຶ້ນ ຫຼືຈະເປັນສະເກິດຍາວແຍກຂາຈັກໜ້ອຍ ເພື່ອໃຫ້ເບິ່ງເຫັນຍາວຂາວໆ ຢີນຂາສັ້ນກັບເສື້ອຄອບແອວ ເຮັດໃຫ້ເບິ່ງເຫັນແອວງາມ ແລະ ຂາຍາວ ຢີນສີຈາງກັບເສື້ຶອສີດໍາເຂັ້ມເຂົ້າກັນ ໃຜກໍຮູ້!! ໜ້າຮັກໃສໆຕ້ອງແບບນີ້ ສູງຂຶ້ນໄດ້ອີກ ລຽບໆ ແຕ່ກະສູງຂຶ້ນ ເອົາລະແມະ! ເສື້ອຕົວໃຫຍ່ກັບຢີນຮັດຮູບຂາດຂາ ເທ່ໆ ເຊີໆ ສູງໆ ເອົາບໍ່? ກັບອ້ຽມແບບຂາຍາວພັບຂາຈັກໜ້ອຍ ກໍຊ່ວຍໄດ້ ອ້ຽມຂາສັ້ນບໍ່ໄດ້ເຮັດໃຫ້ຂາສັ້ນເຂົ້າເດີ່!! …
Read More »ວ້າວ! ວ້າວໆ ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ມາພົບກັບ fashion Cover ຈາກ ນາງງາມ ແລະ ນາງແບບ ສາວທະນາຄານ (ຕຸກຕາ) ສາວນ້ອຍຕາຄົມ!!!
ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ສິງຫາ 2017 ນີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Column) ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ ນາງງາມ ແລະ ນາງແບບ ສາວທະນາຄານ ເພັດມະນີ ພິລາຄົງ (ຕຸກຕາ) ສາວນ້ອຍຕາຄົມ ທີ່ເຕັມໄປດ້ວຍຝັນ ແລະ ສາມາດທີ່ຫຼາກຫຼາຍ ໂດຍຜ່ານການປະກວດມາແລ້ວຫຼາຍເວທີ ທັງນາງງາມ ແລະ ນາງແບບ ທີ່ຈະມາໃຫ້ຄໍາແນະນໍາແກ່ສາວໆທີ່ມີຫຼາກຫຼາຍຄວາມຝັນຄືກັນກັບນາງ ວ່າຕ້ອງມີວິທີການຈັດການກັບຕົວເອງແນວໃດ? ມີວິທີຈັດການກັບເວລາແນວໃດ ແລະ ເມື່ອໄດ້ເຮັດສິ່ງເຫຼົ່ານັ້ນໄປພ້ອມກັນແລ້ວມັນຮູ້ສຶກແນວໃດ? ຟ້າວໄປຊອກມາອ່ານດວ່ນເລີຍສາວໆ ຕາມ U Express M Point Mart ແລະ Jeffy Mart …
Read More »ວ້າວ! ວ້າວໆ! ມາວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ! ພົບກັບ fashion Cover ຈາກ ນາງງາມ ແລະ ນາງແບບ ສາວທະນາຄານ (ຕຸກຕາ) ສາວນ້ອຍຕາຄົມ!!!
ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ສິງຫາ 2017 ນີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Column) ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ ນາງງາມ ແລະ ນາງແບບ ສາວທະນາຄານ ເພັດມະນີ ພິລາຄົງ (ຕຸກຕາ) ສາວນ້ອຍຕາຄົມ ທີ່ເຕັມໄປດ້ວຍຝັນ ແລະ ສາມາດທີ່ຫຼາກຫຼາຍ ໂດຍຜ່ານການປະກວດມາແລ້ວຫຼາຍເວທີ ທັງນາງງາມ ແລະ ນາງແບບ ທີ່ຈະມາໃຫ້ຄໍາແນະນໍາແກ່ສາວໆທີ່ມີຫຼາກຫຼາຍຄວາມຝັນຄືກັນກັບນາງ ວ່າຕ້ອງມີວິທີການຈັດການກັບຕົວເອງແນວໃດ? ມີວິທີຈັດການກັບເວລາແນວໃດ ແລະ ເມື່ອໄດ້ເຮັດສິ່ງເຫຼົ່ານັ້ນໄປພ້ອມກັນແລ້ວມັນຮູ້ສຶກແນວໃດ? ຟ້າວໄປຊອກມາອ່ານດວ່ນເລີຍສາວໆ ຕາມ U Express M Point Mart ແລະ Jeffy Mart …
Read More »ຕົບມືລົວໆ! ກົດ Like ລົວໆ! ກົດ Share ລົວ ໃຫ້ກັບບ່າວສະຈວດລາວ ໃນສາຍການບິນລະດັບໂລກຄົນນີ້!!!
ສະບາຍດີສາວໆ ມື້ນີ້ມາພົບກັນແອັດຄົນຂີ້ລ້າຍຄົນເກົ່າ ມື້ນີ້ ກໍຈະບໍ່ຂໍເວົ້າຫຍັງຫຼາຍ ຂໍເຂົ້າເລື່ອງເລີຍກໍຄື ຢາກຈະມາແນະນໍາໃຫ້ຮູ້ຈັກກັບ “ບ່າວສະຈວດລາວ ໃນສາຍການບິນລະດັບໂລກ” ຄືດັ່ງຫົວຂໍ້ທີ່ກ່າວມາເລີຍເນາະ! ເຊິ່ງອ້າຍບ່າວຄົນທີ່ກໍາລັງຖືກເວົ້າເຖິງຢູ່ຄົນນັ້ນກໍຄື ບ່າວ “ອານັນ ສິງສະຫວ່າງ” ນັ້ນເອງ ບ່າວຄົນນີ້ເປັນຄົນລາວໂດຍກໍາເນີດ ແຕ່ກ່ອນກໍເຄີຍເຫັນຄຸ້ນໜ້າຄຸ້ນຕາກັນຢູ່ ໃນວົງການບັນເທີງບ້ານເຮົາກໍຄື ບົດບາດການເປັນ MC ນັ້ນເອງ ແຕ່ບໍ່ແນ່ໃຈວ່າປັດຈຸບັນບ່າວຄົນນີ້ຍັງເຮັດໜ້າທີ່ນີ້ເປັນງານອະດິເລກຢູ່ບໍ່? ແຕ່ກໍຊ່າງເນາະເພາະເຮົາບໍ່ໄດ້ເນັ້ນໜັກແຕ່ທີ່ເຮົາເນັ້ນກັນໃນມື້ນີ້ ກໍຄືອາຊີບຫຼັກຂອງທ້າວທີ່ວ່າໄດ້ສັງກັດເປັນສະຈວດຢູ່ໃນສາຍການບິນລະດັບໂລກ ແລະ ກໍຄາດວ່າໜ້າຈະເປັນຄົນລາວພຽງຄົນດຽວໃນຕອນນີ້ທີ່ສັງກັດຢູ່ສາຍການບິນດັ່ງກ່າວ ແລະ ສາຍການບິນທີ່ກ່າວເຖິງຢູ່ນີ້ກໍຄື Emirates Airway (ສາຍການບິນ ອາມິເຣດ) ເປັນສາຍການບິນຂອງ ສະຫະຣັດອາຣັບອາມິເຣດ ທີ່ໃຫ້ບໍລິການເຖິງ 87 ຈຸດ ໃນ 59 ປະເທດທົ່ວໂລກ (ເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກເປັນຢ່າງດີ ເພາະເປັນສາຍການບິນທີ່ໄດ້ຮັບການຍອມຮັບຈາກທົ່ວໂລກແລ້ວ) ນອກນັ້ນຍັງມີສະໜາມບິນຢູ່ທີ່ປະເທດ ດູໄບ ທີ່ໃຫ້ບໍລິການທາງດ້ານການຂົນສົ່ງສິນຄ້ານັ້ນເອງ. ແນວໃດກໍຕາມແຕ່ ເອົາເປັນວ່າເຮົາໄປເບິ່ງໜ້າເບິ່ງຕາຂອງ ອານັນ ກັນດີກວ່າ! ວ່າຈະມີໜ້າຕາອັນເຈົ້າຊູ້ ຫຼືມີແວວຄວາມສາມາດສູງຂະໜາດໃດ!!! …
Read More »