ວ້າວ! ສຸດຍອດຄວາມຄິດ! ສາວລາວຄົນນີ້ທີ່ນໍາເອົາເລື່ອງລາວຈາກ Animation ກາຕູນຊື່ດັງ ເຈົ້າຍິງ Disney ມາອອກແບບຊຸດໄໝລາວ!! ສະບາຍດີສາວໆຂັວນໃຈທັງຫຼາຍ ເວົ້າເຖິງ Designer ອອກແບບຊຸດໄໝລາວນັ້ນບ້ານເຮົາກໍມີຫຼາຍ ແອັດກໍມີໂອກາດໄດ້ເຫັນຜົນງານຂອງຫຼາຍໆຄົນທີ່ ນໍາເອົາຊຸດໄໝລາວມາປະຍຸກໃຫ້ເຂົ້າກັບຍຸກປັດຈຸບັນໄດ້ເປັນຢ່າງດີ ອັນນີ້ກໍຕ້ອງຂໍຊົມເຊີຍກັບຄວາມຄິດສ້າງສັນຂອງຄົນລາວເຮົາເນາະ! ແຕ່ແອັດໄດ້ມີໂອກາດໄປເຫັນ Designer ສາວຄົນໜຶ່ງນາງກໍອອກແບບຊຸດໄໝລາວຫຼາຍຊຸດ ຫຼາຍແບບ ພໍສົມຄວນ ແຕ່ທີ່ພິເສດຈົນແອັດຕ້ອງຮ້ອງ ວ້າວ! ນັ້ນກໍຍ້ອນວ່າ ນາງໄດ້ອອກແບບຊຸດໄໝລາວທີ່ນໍາແບບມາຈາກ Animation ກາຕູນຊື່ດັງ ຄື: “ເຈົ້າຍິງ Disney” ເຊິ່ງຖືວ່າເປັນຄວາມຄິດທີ່ສ້າງສັນ ແບບບໍ່ເຄີຍເຫັນຢູ່ໃສມາກ່ອນ ແລະ ຜູ້ຄົນກໍໃຫ້ຄວາມສົນໃຈກັນຫຼາຍພໍສົມຄວນ. ມື້ນີ້ ແອັດກໍໄດ້ນໍາມາໃຫ້ສາວໆໄດ້ເບິ່ງກັນນໍາ! ເຊິ່ງວ່າຈະງາມຂະໜາດໃດນັ້ນ ກໍໄປເບິ່ງພ້ອມກັນເລີຍ!! ເຈົ້າຍິງ Disney ໃນຮູບເງົາ ເອລຊ່າ ເວີຊັ່ນຊຸດໄໝລາວ ຕົວລະຄອນອື່ນໆ ຄົນອອກແບບ ເລີດ ງາມໜ້າຮັກ ຄົນສົນໃຈຫຼາຍ By: BeautyGuru ຂໍຂອບໃຈຮູບຈາກ: …
Read More »Keo Khounphachanh
ແຂນໃຫຍ່ແຕ່ຢາກໂຊ ກໍເປີດບ່າໄປເລີຍ! ມາເບິ່ງ Fashions ເສື້ອເປີດບ່າໂຊຜິວຂາວໆແບບໝັ້ນໃຈໝົດຫ່ວງແຂນໃຫຍ່ໆຂອງເຮົາ!!!
ແຂນໃຫຍ່ແຕ່ຢາກໂຊ ກໍເປີດບ່າໄປເລີຍ! ມາເບິ່ງ Fashions ເສື້ອເປີດບ່າໂຊຜິວຂາວໆແບບໝັ້ນໃຈໝົດຫ່ວງແຂນໃຫຍ່ໆຂອງເຮົາ!!! Fashions ເສື້ອເປີດບ່າ ເປັນ Fashions ທີ່ມີມາແຕ່ດົນແລ້ວ ແຕ່ກໍຍັງ Hot ບໍ່ເຊົາ ແລະ ບໍ່ເຄີຍຕົກເທຼນໄປເລີຍ ເພາະສາມາດໃສ່ໄດ້ທຸກໂອກາດ ໃສ່ອອກງານກໍໄດ້ ແຖມຍັງສາມາດປ່ຽນໃຫ້ເຂົ້າກັບ Style ຂອງສາວໆແຕ່ລະຄົນໄດ້ນໍາອີກ ແລະ ທີ່ສໍາຄັນຍັງເປັນຕົວຊ່ວຍຂອງສາວໆໃນຫຼາຍໆເລື່ອງເຊັ່ນ: ເຮັດໃຫ້ການແຕ່ງຕົວຂອງສາວໆບໍ່ເຊີຍ, ເບິ່ງບໍ່ຊໍ້າຊາກ, ນຸ່ງເຄື່ອງບໍ່ເປືອງ (ຊຸດ Dress ເປີດບ່າໃສ່ຕົວດຽວຈົບເລີຍ) ເຮັດໃຫ້ສາວໆເບິ່ງໂດດເດັ່ນຂຶ້ນ, ປົກປິດເລື່ອງຂອງໜ້າເອິກນ້ອຍ (ເປັນບັນຫາໃຫຍ່ເລີຍແມ່ນບໍ່ສາວໆ 555) ເມື່ອເຮົາໃສ່ເສື້ອເປີດບ່າຕົວຄຮັດຈະມາຮັດທັບໜ້າເອິກພໍດີ ແລະ ຈະໄປໂດດເດັ່ນທີ່ບ່າແທນ ແນ່ນອນວ່າຄົນເບິ່ງຈະຕ້ອງໂຟກັສບ່ອນນັ້ນ. ເຫັນບໍ່ສາວໆວ່າ ເສື້ອເປີດບ່ານີ້ຊ່ວຍເລື່ອງ Fashions ການແຕ່ງຕົວຂອງເຮົາໄດ້ຫຼາຍເລີຍ! ເອົາເປັນວ່າເຮົາໄປເບິ່ງກັນກັບ Fashions ເສື້ອເປີດບ່າ ທີ່ເຮົາເອົາມາຕ້ອນໃຫ້ເບິ່ງເປັນຕົວຢ່າງກັນເລີຍດີກວ່າ!!! By: BeautyGuru Cr: Spice
Read More »ສາລະດີໆ! ທີ່ສາວໆຄວນຮູ້ກ່ຽວກັບວິທີການເບິ່ງແຍງຫຼັງຈາກ “ກົດສິວ” ຖ້າບໍ່ຢາກໃຫ້ກັບມາເປັນຄືເກົ່າ
ສາລະດີໆ! ທີ່ສາວໆຄວນຮູ້ກ່ຽວກັບວິທີການເບິ່ງແຍງຫຼັງຈາກ “ກົດສິວ” ສາວໆມື້ນີ້ ເຮົາຈະມາເວົ້າເລື່ອງສິວໆບັນຫາກວນໃຈທີ່ບໍ່ສາມາດຫຼີກໄດ້ຂອງທຸກຄົນ ເຊິ່ງບາງຄົນກໍອາດຈະເປັນໜ້ອຍ ບາງຄົນກໍເກີດຂຶ້ນຫຼາຍຈົນເຖິງຂັ້ນຕ້ອງໄດ້ໄປຮັກສາຢູ່ຄຼີນິກຄວາມງາມຕ່າງໆເຊັ່ນ ການກົດສິວ ເປັນຕົ້ນ ແຕ່ຮັກສາໄປແລ້ວບໍ່ດົນກໍກັບມາເປັນອີກ ຮູ້ບໍ່ສາເຫດເປັນຍ້ອນຫຍັງ? ແລະ ມີວິທີໃດບໍ່ທີ່ຈະເຮັດໃຫ້ສິວຫາຍບໍ່ກັບມາເປັນອີກ? ມື້ນີ້ ເຮົາກໍໄດ້ນໍາເອົາເຄັດລັບສໍາລັບການເບິ່ງແຍງໜ້າຫຼັງຈາກ ກົດສິວ ເພື່ອບໍ່ໃຫ້ໜ້າກັບມາເປັນສິວອີກ! (ຄໍາແນະນໍາຈາກທ່ານໝໍສັນຍະກໍາປະຈໍາຄຼີນິກແຫ່ງໜຶ່ງ) ຖ້າຢາກຮູ້ກໍນໍາແອັດມາເລີຍ! ຢຸດເອົາມືໄປສໍາພັດໜ້າ ຫຼືຄໍ້າແກ້ມເວລາຄິດຫຍັງ ເພາະມືຂອງເຮົາເຕັມໄປດ້ວຍແບັກທີເຣຍ ເຊິ່ງຈະເຮັດໃຫ້ສິວກັບຄືນມາໄດ້ງ່າຍ ເສື້ອ, ແພເຊັດໜ້າ, ເສື້ອໝອນ, ຜ້າປູບ່ອນນອນ ແລະ ສິ່ງຕ່າງໆທີ່ມັກສໍາພັດກັບໜ້າຕະຫຼອດນັ້ນ ໃຫ້ໝັ່ນທໍາຄວາມສະອາດຢູ່ສະເໝີ ລ້າງໜ້າໃຫ້ສະອາດ ມື້ລະ 2 ເທື່ອ ດ້ວຍສະບູທີ່ອ່ອນບໍ່ຄັນເຄືອງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ເຊັດເບົາໆດ້ວຍຜ້າແພອ່ອນ ຈື່ເອົາໄວ້ວ່າບໍ່ຄວນລ້າງໜ້າຕະຫຼອດຈະເຮັດໃຫ້ຜິວເສຍຄວາມຊຸ່ມຊື່ນ ໂດຍບໍ່ໄດ້ຊ່ວຍປ້ອງກັນສິວແຕ່ຢ່າງໃດເລີຍ ອອກກໍາລັງກາຍ ແລະ ກິນອາຫານເພື່ອສຸຂະພາບ ຄວນອອກກໍາລັງກາຍໃຫ້ໄດ້ຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ ຈະຊ່ວຍໃຫ້ເລືອດໝູນວຽນໄດ້ດີ ມີອົກຊີແຊນໄປລ້ຽງອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ຊ່ວຍໃຫ້ຜິວສຸຂະພາບດີຂຶ້ນ. ຄວນກິນອາຫານທີ່ມີປະໂຫຍດເຊັ່ນ …
Read More »ວ້າວ! ເລີດ! ເລີດ! ເຄີຍເຫັນແລ້ວບໍ່! ຮູບຖ່າຍແບບກັບເຄື່ອງປະດັບຂອງນ້ອງໆ Laos super model 2017 (ສະເພາະສາວໆ)
ຜ່ານໄປແລ້ວສໍາລັບການແຂ່ງຂັນ ປະກວດ Laos super model 2017 ກ່ອນອື່ນກໍຕ້ອງຂໍຊົມເຊີຍນ້ອງໆທຸກຄົນທີ່ມີຄວາມສາມາດກ້າສະແດງງອອກ ແລະ ຂໍສະແດງຄວາມຍິນດີກັບນ້ອງທີ່ຊະນະກັນກ່ອນ ຕໍ່ມາກໍເພື່ອບໍ່ເປັນການເສຍເວລາເຮົາມາແນະນໍາກັນເລີຍດີກວ່າວ່າ ມື້ນີ້ເຮົາຈະເອົາຫຍັງມາຕ້ອນສໍາລັບງານນີ້ ແຕ່!!! ບໍ່ຕ້ອງເດົາກັນໃຫ້ດົນ ເອົາເປັນວ່າບອກໃຫ້ຮູ້ເລີຍກະແລ້ວກັນ ເພາະສິ່ງທີ່ເອົາມາຕ້ອນໃນມື້ນີ້ກໍຄື ຮູບພາບງາມໆຈາກນ້ອງໆທີ່ເຂົ້າຮ່ວມແຂ່ງຂັນ ເຊິ່ງມາໃນແຄມເປນ Amazed me By khamphouvong ເຊິ່ງເຊື່ອວ່າຫຼາຍຄົນຄົງຈະບໍ່ທັນເຫັນແບບເຕັມອາລະບໍ້າ ມື້ນີ້ຂວັນໃຈເຮົາໃຈດີເອົາມາຕ້ອນກັນໃຫ້ໄດ້ເບິ່ງແບບເຕັມທີ່ໄົປເລີຍ (ແຕ່ເຮົາຈະເອົາສະເພາະສາວໆມາຕ້ອນກັນກ່ອນ ສ່ວນໜຸ່ມໆເອົາເປັນໂອກາດໜ້າແລ້ວເຮົາຈະເອົາມາໃຫ້ເບິ່ງກັນອີກເທື່ອໜຶ່ງເນາະ) ວ້າວໆໆ ໃຈດີແບບນີ້ກໍຢ່າລືມກົດ Like And Share ໃຫ້ກໍາລັງໃຈແອັດກັນແນ່ເດີ່ ທີ່ອຸດສາໄປຊອກຄົ້ນຊອກຫາມາໃຫ້ແຟນໄດ້ເບິ່ງກັນ!!! By: BeautyGuru ຂອບໃຈຮູບງາມໆຈາກ: Page: ຮ້ານຄຳພູວົງ Phouvong Jewelry
Read More »ອ້າຍບ່າວສຸດເຈົ້າຊູ້!! ໃນຮົ້ວຫ້ອງການລັດຄົນນີ້ແມ່ນໃຜ? ຮູ້ຈັກ C.M ມາບອກກັນໃຫ້ຮູ້ແດ່!!
ອ່ອຍໆໆ… ຜູ້ບ່າວ ເຫັນແລ້ວໃຈລະລາຍໄປຕາມໆກັນ ບໍ່ຮູ້ວ່າແມ່ນໃຜມາແຕ່ໃສ ແຕ່ຮູ້ສຶກວ່າເຮັດໃຫ້ໃຈລະລາຍໄດ້ເລີຍເມື່ອໄດ້ເຫັນ ເອີ້ນໄດ້ວ່າ ລະດັບຄວາມເຈົ້າຊູ້ທຽບເທົ່າ ດາຣາ ນາຍແບບພຸ້ນລະ ແຕ່ອັນນີ້ກໍບໍ່ແນ່ໃຈວ່າ ງານອະດິເລກ ຂອງອ້າຍບ່າວຄົນນີ້ອາດຈະເປັນນາຍແບບກໍໄດ້ ເພາະເບິ່ງຈາກຫຸ່ນ ແລະ ໜ້າຕານີ້ເກີນຄໍາຈະບັນລະຍາຍອີ່ຫຼີ ແອັດກໍເລີຍບໍ່ລໍຊ້າທີ່ຈະໄປແອບສ່່ອງເຈົນໃນທີ່ສຸດກໍເລີຍຮູ້ວ່າ ອ້າຍບ່າວຄົນນີ້ແມ່ນເຮັດວຽກຢູ່ໃນຮົ້ວຂອງຫ້ອງການລັດແຫ່ງໜຶ່ງ ນັ້ນເອງ ວ້າວໆໆໆ ເລີດໆໆໆ ຄວາມຈິງແອັດກໍຢາກຈະຮູ້ຈັກໃຫ້ຫຼາຍກວ່ານີ້ ແຕ່ກໍເຮັດບໍ່ໄດ້ ເລີຍເອົາມາຖາມຫຼາຍຄົນເພື່ອຮູ້ຈັກ ໃຫ້ຊ່ວຍແນະນໍາກັນຕຶ່ມເນາະ! ເພາະເບິ່ງຈາກ Face book ສ່ວນຕົວຂອງທ້າວແລ້ວ ເຫັນວ່າຍອດຄົນຕິດຕາມເປັນພັນໆພຸ້ນລ່ະ ແລະ ແຕ່ລະຮູບທີ່ໂພສລົງຄົນ Like and Share ກັນຫຼາຍພໍສົມຄວນ! ກໍເລີຍເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກຢ່າງແນ່ນອນ! ເອົາເປັນວ່າເຮົາໄປເບິ່ງກັນເລີຍກໍແລ້ວກັນວ່າຈະມີໃຜແດ່ທີ່ຮູ້ຈັກ! ມີສະເໜ່ ວ້າວວວວ ທະເລໆໆໆ ໜ້າຄຸ້ນໆເນາະ! ນາຍແບບແມ່ນບໍ່ນີ້ ປານຖ່າຍ MV ມັກໃສ່ແວ່ນດໍາ ທ່າຢທນເຈົ້າຊູ້ສຸດໆ ຢ່າງເທ່ ໄປໃສ່ບາດກັນ! ຊິລໆ By: …
Read More »