Breaking News

Keo Khounphachanh

ມາຮູ້ຈັກກັບ! ນີນີ່ ນັກວິສະວະກອນສາວ + ຜູ້ຊ່ຽວຊານສິ່ງແວດລ້ອມ + ຄູສອນພາສາອັງກິດ + ດີເຈລາຍການວິທະຍຸ ແລະອື່ນໆ

ມາແລ້ວ! ກັບຄໍລໍາເຕັມ ສໍາລັບ Chic Working Women ປະຈໍາເດືອນ ມັງກອນ 2017 ຖ້າໃຜຍັງບໍ່ໄດ້ອ່ານ ພວກເຮົານໍາມາໃຫ້ອ່ານກັນແລ້ວໃນມື້ນີ້ [googlepdf url=”https://www.kuanjailao.com/wp-content/uploads/2017/08/kuanjai-issue-114-chic.pdf” width=”350″ height=”550″] ສໍາລັບໃຜທີ່ສົນໃຈຢາກຈະໄດ້ແຮງບັນດານໃຈດີໆແບບນີ້ ສາມາດຕິດຕາມໄດ້ຈາກວາລະສານຂອງພວກເຮົາໃນທຸກໆເດືອນກັນເລີຍ ຕາມ  U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ມາຮູ້ຈັກກັບ! ໝູ ນາຍແບບ, ນັກສຶກສາ, ນັກສະແດງ ຄົນເກັ່ງ ເຈົ້າຂອງຄໍາເວົ້າທີ່ວ່າ “ຄວາມສຸກຂອງເຮົາເກີດຈາກການເຮັດສິ່ງທີ່ເຮົາຮັກ ແລະ ຮັກສິ່ງທີ່ເຮົາເຮັດ ແລ້ວຄົນອື່ນຍັງໄດ້ປະໂຫຍດນໍາອີກ”

ຄໍລໍາ: His Mind ສໍາພາດ ນາຍແບບ ນັກສຶກສາ ແລະ ນັກສະແດງ ໜຸ່ມ ສຸກສົມຫວັງ ຫຍຸຍມະນິດຊະວົງ (ໝູ) ບ່າວນ້ອຍຜູ້ທີ່ມີຮອຍຍິ້ມ ແລະ ແວວຕາດຶງດູດ ຊວນຄົ້ນຫາ ທີ່ມີໃຈຮັກມັກໃນການຂັບຂີ່ລົດ Big Bike ທີ່ບອກວ່າ ຄວາມສຸກຂອງເຮົາເກີດຈາກການເຮັດສິ່ງທີ່ເຮົາຮັກ ແລະ ຮັກສິ່ງທີ່ເຮົາເຮັດ ແລ້ວຄົນອື່ນຍັງໄດ້ປະໂຫຍດນໍາອີກ ວ້າວ ເອີ້ນໄດ້ວ່າ ມີຄວາມດີທັງໜ້າຕາ ແລະ ຈິດໃຈເລີຍສໍາລັບບ່າວຄົນນີ້. ສໍາລັບສາວຄົນໃດຢາກຮູ້ລາຍລະອຽດເພິ່ມຕຶ່ມ ກ່ຽວກັບບ່າວ ໝູ ແມ່ນສາມາດຕິດຕາມໄດ້ໃນ ວາລະສານຂັວນໃຈ ສະບັບ ເດືອນກໍລະກົດ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.  

Read More »

ໃບໜ້າສະຫວ່າງຂຶ້ນດ້ວຍສີຜົມ ນໍ້າຕານສະຫວ່າງ (ນໍ້າຕານທອງ) ໄດ້ Look Baby Girl ແບບເຕັມ!!

ທັກທາຍສາວໆ ໃຜທີ່ມີແຜນ ຫຼືຄິດຢາກຈະປ່ຽນສີຜົມແດ່! ແຕ່ຄິດແລ້ວຄິດອີກກໍບໍ່ຮູ້ຈະເລືອກສີຫຍັງ? ຈະກັບມາເຮັດສີນໍ້າຕານເບິ່ງຈະທໍາມະດາເກີນໄປ ແລະ ອີກຢ່າງສີນໍ້າຕານມັນກໍມີຕັ້ງຫຼາຍສີ ທັງນໍ້າຕານເຂັ້ມ, ນໍ້າຕານເທົາ, ນໍ້າຕານແດງ, ນໍ້າຕານອ່ອນ ແລະ ອີກຫຼາຍພັນສີນໍ້າຕານ ພຽງໄດ້ຍິນສໍ່ານີ້ຍັງມືນແລ້ວ ໂອ່ຍຊະນີພາກັນເຈັບຫົວ… ແຕ່ມື້ນີ້ເຊົາເຈັບຫົວໄດ້ເລີຍ ເພາະຂວັນໃຈ ເພື່ອນຮູ້ໃຈຂອງສາວທັນສະໄໝ ຈະພາສາວໆໄປເລືອກສີຜົມນໍ້າຕານແບບສະຫວ່າງ Style ຕຸກກະຕາ Baby ເຮັດແລ້ວໜ້າຂອງສາວໆຈະເບິ່ງສະຫວ່າງຂຶ້ນທັນທີ ຢາກເຫັນກັນແລ້ວແມ່ນບໍ່ວ່າຈະເປັນແນວໃດເມື່ອເຮັດຜົມສີນີ້ ເອົາເປັນວ່າເຮົາໄປເບິ່ງກັນເລີຍ!!! ຫວານໆ Style Baby Girl ແຈກຫົວໃຈໃຫ້ແບບລົວໆເລີຍ 2. ນໍ້າຕານແບບນີ້ກໍເຮັດໃຫ້ໜ້າສາວໆສະຫວ່າງຂຶ້ນໄດ້ເດີ້ 3. ສີນໍ້າຕານນີ້ໃຫ້ Look ຄຸນໜູສຸດໆ ວ່າບໍ່??? 4. Baby ສຸດໆໄປເລີຍ ສີຜົມງາມແຕ່ງໜ້າແນວໃດກໍປັງ!! 5. ງາມ, ດູດີ, ຮຽບຮ້ອຍ ໃຫ້ 100 ເຕັມ 6. ໜຸ່ມໆມັກສາຍແບ້ວ …

Read More »

ຮູ້ຈັກກັບ! ໄດແອນ ພົມສຸພາ ສາວນັກອະນຸລັກທໍາມະຊາດ ທີ່ຫຼາຍຄົນຄວນເອົາເປັນແບບຢ່າງ!

ຄໍລໍາ: Chic Working Women ໃຜໆກໍຮູ້ວ່າ ປະເທດເຮົາເປັນປະເທດໜຶ່ງທີ່ມີທໍາມະຊາດອັນອຸດົມສົມບູນ, ງົດງາມ ແລະ ມີຢູ່ຢ່າງຫຼວງຫຼາຍ ແຕ່ທຸກຄົນເຄີຍຄິດບໍ່ວ່າ ມື້ໜຶ່ງມັນຈະໝົດໄປ ແລ້ວລູກຫຼານທີ່ເກີດມາລຸ້ນຫຼັງຈະບໍ່ມີໂອກາດໄດ້ເຫັນຄວາມອຸດົມສົມບູນຄືທີ່ພວກເຮົາເຫັນປັດຈຸບັນອີກ. ເຊື່ອວ່າຫຼາຍຄົນບໍ່ເຄີຍຄິດ! ແຕ່ສາວຄົນນີ້ ໄດແອນ ພົມສຸພາ ທີ່ເຮັດວຽກເປັນ ວິຊາການ ໃຫ້ກັບໂຄງການ ປັບປຸງ ແລະ ບັງຄັບກົດໝາຍຄຸ້ມຄອງປ່າໄມ້, ອົງການອະນຸລັກທໍາມະຊາດໂລກປະຈໍາລາວ (WWF-Lao) ທີ່ດັ້ນດົ້ນໄປຮຽນຕໍ່ເຖິງປະເທດ Australia ກ່ຽວກັບການອະນຸລັກທໍາມະຊາດໂດຍສະເພາະ ເພື່ອນໍາມາໃຊ້ໃນການອະນຸລັກທໍາມະຊາດຢູ່ບ້ານເຮົາ ນາງໄດ້ບອກວ່າ “ຂ້ອຍເຮັດວຽກເພື່ອອະນຸລັກທໍາມະຊາດ ໄວ້ໃຫ້ລູກຫຼານ” ແລະ “ປ່າໄມ້ກໍມີຫຼາຍ ແລະ ປາກໍມີຫຼາຍແຕ່ເປັນຫຍັງມື້ໜຶ່ງຈະໝົດໄປ? ແລ້ວຄົນລຸ້ນຫຼັງຈະໃຊ້ຊີວິດຢູ່ແນວໃດ” ພຽງແຕ່ໄດ້ຍິນສອງປະໂຫຍກນີ້ ເຮົາກໍສາມາດເຮັດໃຫ້ຮູ້ໄດ້ເລີຍວ່າ ສາວຄົນນີ້ເປັນຄົນແນວໃດ? ຖ້າໃຜສົນໃຈຢາກຮູ້ລາຍລະອຽດກ່ຽວກັບ ການຍ່າງຕາມເສັ້ນທາງນີ້ຂອງສາວ ໄດແອນ ສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ກໍລະກົດ 2017 ນີ້ ຕາມ U …

Read More »

ມາຮູ້ຈັກກັບ! ນູນີ່ ຜູ້ຊ່ຽວຊານລະບົບນິເວດນໍ້າຈືດສາວ! Degree ນັກຮຽນນອກ (ສາວລາວຄົນເກັ່ງ)

ມາແລ້ວ! ມາແລ້ວ! ບົດເຕັມສໍາລັບ ຄໍລໍາ Chic working Women ປະຈໍາເດືອນ ກຸມພາ 2017 ໃຜທີ່ຍັງບໍ່ທັນໄດ້ອ່ານປຶ້ມ ຟ້າວເຂົ້າມາເລີຍ ເພາະມື້ນີ້ເຮົາໃຈດີເອົາມາໃຫ້ແຟນໆໄດ້ອ່ານກັນແບບເຕັມແລ້ວ! ສໍາລັບ ແຮງບັນດານໃຈຈາກສາວໜ້າຮັກຄົນນີ້ ທິບພະວັນ ມະນີພູໃສ (ນູນີ່) ຜູ້ຊ່ຽວຊານລະບົບນິເວດນໍ້າຈືດຄົນນີ້! ໝາຍເຫດ: ສໍາລັບໃຜທີ່ສົນໃຈຢາກໄດ້ແຮງບັນດານໃຈໃນຮູບແບບຕ່າງໆ ແນະນໍາໃຫ້ໄປຊອກອ່ານໄດ້ໃນ ວາລະສານຂວັນໃຈ ມີວາງຂາຍຕາມ U Express M Point Mart ແລະ Jeffy Mart ທຸກສາຂາ. ເຊິ່ງທຸກໆເດືອນພວກເຮົາຈະໄດ້ຂັດສັນເອົາແຮງບັນດານໃຈໃນຮູບແບບຕ່າງໆມາຕ້ອນແຟນໆກັນແບບເຕັມອີ່ມ ນອກຈາກນັ້ນ ໃນວາລະສານຂອງພວກເຮົາ ຍັງອັດແໜ້ນໄປດ້ວຍສາລະໜ້າຮູ້ຕ່າງເຊັ່ນ: ຄວາມຮູ້ທາງດ້ານກົດໝາຍຄຸ້ມຄອງແມ່ຍິງ, ຄວາມງາມ, ການເບິ່ງແຍງສຸຂະພາບ… ຮັບຮອງບໍ່ມີຜິດຫວັງ!

Read More »